ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອາຈານສອນ ຢູ່ບັງກລາແດັສ ຖືກຟັນຕາຍ ໂດຍພວກທີ່ສົງໄສ ເປັນກຸ່ມຫົວຮຸນແຮງ


ເຈົ້າໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງ​ບັງ​ກລາ​ແດັສ ກ່າວ​ວ່າ ພວກ​ໂຈມ​ຕີໄດ້ໃຊ້ ມີດ​ຟັນ​ອາຈານ​ສອນ​ມະຫາວິທະຍາ​ໄລ​ຄົນນຶ່ງ ​ຈົນ​ເສຍ​ຊີວິດ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ຄົນຮ້າຍຫລາຍຄົນທີ່​ມີ​ມີດ​ຂະໜາດ​ໃຫຍ່​ເປັນ​ອາວຸດ​ໄດ້​ຟັນອາ ຈານ Rezaul Karim Siddique ຈາກ​ທາງ​ຫຼັງ ​ໃນ​ຕອນ​ເຊົ້າວັນ​ເສົາ​ມື້ນີ້ຂະນະ​ທີ່​ທ່ານ ​ຖ້າ​ລົດ​ເມຢູ່​ໃກ້ໆເຮືອນ​ຂອງ​ທ່ານ ​ໃນ​ເມືອງ Rajshahi. ອາຈານສອນ​ພາສາ​ອັງກິດອາຍຸ 58 ປີ​ທ່ານ​ນີ້ ແມ່ນ​ເປັນ​ທີ່ປຶກສາ​ໃຫ້​ແກ່​ໂຄງການ​ວັດທະນະທຳ​ຫຼາຍໆໂຄງການ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ​ໃນ​ການ​ໂຈມ​ຕີຄັ້ງນີ້ ​ແລະ​ຈຸດປະສົງ​ກໍ​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້ຈັກ​ເທື່ອ ​ແຕ່​ຕຳຫຼວດກໍ​ກ່າວ​ວ່າ ການ​ສັງຫານ​ໂຫດ​ໃນ​ເທື່ອ​ນີ້ ​ແມ່ນ​ຄ້າຍ ຄື​ກັນ​ກັບ​ການ​ໃຊ້​ມີດ​ສັງຫານ​ ​ພວກ​ນັກ​ເຄື່ອນ​ໄຫວ​ອື່ນໆ ທີ່​ບໍ່ຝັກ​ໄຝ່​ໃນ​ສາສະໜາ​ແລະ​ບໍ່​ເຊື່ອວ່າ​ມີ​ພະ​ເຈົ້າ ຢູ່​ໃນ​ບັງ​ກລາ​ແດັສ ຊຶ່ງ​ຕັ້ງຢູ່​ໃນ​ເຂດເອ​ເຊຍ​ໃຕ້ ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ອິສລາມ.

​ໃນຕົ້ນ​ເດືອນ​ນີ້ ສະຫະລັດ​ໄດ້​ໃຫ້​ສະ​ເໜີ​ໃຫ້ການ​ຊ່ອຍ​ເຫຼືອໃນ​ດ້ານ​ວິທີ​ການ​ແລະ​ທັກ​ສະ​ຄວາມ​ຮູ້​ແກ່​ລັດຖະບານ​ບັງ​ກລາ​ແດັສ​ໃນ​ຂະນະ​ທີ່​ປະ​ເທດ​ດັ່ງກ່າວ ​ທຳ​ການສືບສວນ​ໃນ​ການ​ສັງຫານ​ ທີ່​ມີ​ມາ​ເປັນ​ລຳດັບ​ເທື່ອ​ຫລ້າ​ສຸດ ພວກ​ນັກຂຽນ​ຂ່າວ​ລົງອິນ​ເຕີ​ແນັດ​ທີ່​ບໍ່​ຝັກ​ໄຝ່​ໃນ​ສາສະໜາຢູ່​ໃນ​ປະ​ເທດ​ທີ່​ຄົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາ​ອິສລາມ​ນັ້ນ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດ​ທິມະນຸດ​ ໄດ້​ກ່າວ​ຫາ ​ລັດຖະບານ​ບັງ​ກລາ​ແດັສວ່າ ບໍ່​ໄດ້​ດຳ​ເນີນ​ການ​ພຽງພໍ​ເພື່ອ​ຍຸຕິ​ການ​ໂຈມ​ຕີ​ເຫຼົ່ານີ້. ມີ​ພວກ​ນັກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ​ບໍ່ຕ່ຳ​ກວ່າ 6 ​ຄົນແລະ​ຜູ້​ພິມໜັງສືພິມ​ຄົນ​ນຶ່ງ​ທີ່​ບໍ່​ຝັກ​ໄຝ່​ໃນ​ສາສະໜາ​ໄດ້​ຖືກ​ຂ້າ​ນັບ ​ແຕ່​ປີ 2013 ​ເປັນ ຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG