ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າ ສປຊ ເຕືອນວ່າ ຄວາມ​ກ້າວໜ້າ ໃນ​ການຕໍ່ຕ້ານໂຣກ AIDS “ຍັງ​ຄົງ​ບອບ​ບາງ​ຢູ່”


ຊາຍໜຸ່ມສອງຄົນ ເຄື່ອນຍ້າຍ ໂບແດງ ຕັ້ງໂຊ ທີ່ງານສົ່ງເສີມ ຈິດສຳນຶກ ໃນການກວດຫາເຊື້ອ HIV ກອນໜ້າວັນທີ 1 ທັນວາ ຊຶ່ງເປັນມື້ World AIDS Day ໃນນະຄອນຫລວງປັກກິ່ງ ປະເທດຈີນ, ວັນທີ 27 ພະຈິກ 2014.
ຊາຍໜຸ່ມສອງຄົນ ເຄື່ອນຍ້າຍ ໂບແດງ ຕັ້ງໂຊ ທີ່ງານສົ່ງເສີມ ຈິດສຳນຶກ ໃນການກວດຫາເຊື້ອ HIV ກອນໜ້າວັນທີ 1 ທັນວາ ຊຶ່ງເປັນມື້ World AIDS Day ໃນນະຄອນຫລວງປັກກິ່ງ ປະເທດຈີນ, ວັນທີ 27 ພະຈິກ 2014.

ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ ພັນ ກີ​ມູນ
(Ban Ki-moon) ​ໄດ້​ກ່າວ​ຊົມ​ເຊີຍຄວາມ​ກ້າວໜ້າ ໃນ​ການຕໍ່
ຕ້ານໂຣກ AIDS ຂອງ ປະຊາ​ຄົມ​ໂລກ ​ແຕ່​ທ່ານ​ເຕືອນ​ວ່າ
“ຄວາມ​ກ້າວໜ້າ​ນັ້ນ ຍັງ​ຄົງ​ບອບ​ບາງ​ຢູ່.”

​ຢູ່​ໃນຄຳ​ຖະ​ແຫລ​ງ ສຳ​ຫລັບ​ວັນ​ຈັນມື້​ນີ້ ຊຶ່ງ​ເປັນ​ວັນ​ຕໍ່ຕ້ານ​ໂຣກ
​ເອດ​ສ໌ໂລກ ຫຼື World AIDS Day ທ່ານ ພັນ ກີ​ມູນ ​ໄດ້​ເນັ້ນເຖິງ
​ຄວາມ​ສຳຄັນ ໃນ​ການ​ແກ້​ໄຂ​ຊ່ອງ​ຫວ່າງ ​ໃນ​ການ​ເຂົ້າ​ເຖິງແຫ​ລ່ງ
ຮັກສາ​ປິ່ນປົວ ​ໂດຍ​ສະ​ເພາະ ສຳ​ຫລັບພວກເດັກນ້ອຍ ​ແລະ ພວກ
ຍິງສາວ ຜູ້​ທີ່​ບໍ່​ໄດ້​ຮັບ​ການ​ດູ​ແລທີ່​ຈຳ​ເປັນນັ້ນ. ທ່ານໄດ້​ຮຽກຮ້ອງ​
ໄປ​ຍັງບັນດາ​ຜູ້ນຳ ໃຫ້​ເຮັດ​ສິ່ງ​ໃດ​ທີ່​ມີ​ຄວາມ​ຈຳ​ເປັນ ​ເພື່ອ​ໃຫ້​ບັນລຸ
​ເປົ້າໝາຍ ​ໃນ​ການ​ລົບ​ລ້າງ ​ໂຣກ AIDS ​ໃຫ້ໝົດ​ໄປ ​ພາຍ​ໃນ​ປີ 2030.

ບັນດານັກອາສາສະມັກ ຈັບມືກັນ ຢູ່ເທິງຂົວທາງຍ່າງ Pontes Art ໃນພາກກາງຂອງນະຄອນຫລວງ ປາຣີ ເພື່ອໃຫ້ເປັນໂສ້ມະນຸດ ເປັນຂີດໝາຍ ວັນຕໍ່ຕ້ານໂຣກເອດສ໌ ໂລກ, ເມື່ອວັນທີ 1 ທັນວາ 2012.
ບັນດານັກອາສາສະມັກ ຈັບມືກັນ ຢູ່ເທິງຂົວທາງຍ່າງ Pontes Art ໃນພາກກາງຂອງນະຄອນຫລວງ ປາຣີ ເພື່ອໃຫ້ເປັນໂສ້ມະນຸດ ເປັນຂີດໝາຍ ວັນຕໍ່ຕ້ານໂຣກເອດສ໌ ໂລກ, ເມື່ອວັນທີ 1 ທັນວາ 2012.

35 ລ້ານ​ຄົນ ​ໃນ​ທົ່ວ​ໂລກ ມີ​ຊີວິດ​ຢູ່ກັບ​ເຊື້ອ HIV ຊຶ່ງ​ເປັນ​ເຊື້ອ​
ໄວຣັສ ທີ່​ເຮັດ​ໃຫ້ເປັນ​ໂຣກ AIDS ນັ້ນ. ອົງການ​ສະຫະ​ປະຊາ​ຊາດ
ກ່າວ​ວ່າ 19 ລ້ານ​ຄົນ​ໃນນັ້ນ ບໍ່​ຮູ້ຈັກ​ເລີຍ​ວ່າ ເຂົາ​ເຈົ້າ​ໄດ້ຕິດ​ເຊື້ອ​
ໂຣກ​ເອດ​ສ໌ ​ແລະ​ໄດ້​ໃຊ້​ໂອກາດ ວັນ​ຕໍ່ຕ້ານ​ໂຣກ​ເອດ​ສ໌ໂລກ ມື້ນີ້
ຮຽກຮ້ອງ​ໃຫ້​ປິດ​ຊ່ອງ​ຫວ່າງ ​ໃນການກວດ​ກາ​ພະຍາດ ​ແລະ ໃຫ້​ມີ​
ການ​ບຳບັດ​ຕໍ່ຕ້ານ​ການ​ກັບ​ຄືນ​ມາ ຂອງເຊື້ອ​ໄວຣັສ ໄວ້​ສະໜອງ
ແກ່ຄົນທົ່ວ​ໄປ.

ຢູ່ໃນ​ເຂດ​ໃຕ້​ທະ​ເລ​ຊາຍ Sahara ຂອງ​ອາ​ຟຣິການັ້ນ ມີ​ຜູ້​ຕິດ​ເຊື້ອ
HIV ​ຢູ່ ຫຼາຍກວ່າ 70 ​ເປີ​ເຊັນຂອງ​ປະຊາກອນ ​ແຕ່​ກໍລະນີ​ຜູ້​ຕິດ
​ເຊື້ອ​ໃໝ່​ຢູ່​ໃນເຂດ​ນັ້ນ ​ໄດ້​ຫລຸດ​ລົງ​ 1/3 ນັບ​ຕັ້ງ​ແຕ່​ປີ 2005 ມາ.

​ໃນ​ຂະນະ​ດຽວ​ກັນ ການ​ຕິດ​ແປດ​ເຊື້ອ​ໂຣກນີ້ ​ໄດ້​ເພີ້​ມຂຶ້ນ ​ໃນ​ລະຍະ​ ດຽວ​ກັນນັ້ນ ຢູ່​ໃນ​ເຂດພາກຕາ​ເວັນ​ອອກ​ກາງ ​ແ​ລະ ອາ​ຟຣິກາ​ເໜືອ ລວມທັງ ຢູ່​ໃນເຂ​ດຢູ​ໂຣບຕາ​ເວັນ​ອອກ ​ແລະ ​ເອ​ເຊຍ​ກາງ.

ວັນ​ຕໍ່ຕ້ານ​ໂຣກ​ເອດ​ສ໌ໂລກ ​ໄດ້​ຖືກ​ຈັດຕັ້ງ​ຂຶ້ນ ໃນວັນ​ທີ 1 ​ເດືອນ​ທັນ​ວາ ຂອງ​ທຸກໆ​ປີ ນັບ​ຕັ້ງ
​ແຕ່ ປີ 1988 ​ເປັນຕົ້ນມາ ​ເພື່ອ​ເປັນ​ໂອກາດ​ ສະ​ແດງ​ໃຫ້​ເຫັນການ​ສະໜັບສະໜຸນ ​ສຳ​ຫລັບ
ຜູ້​ທີ່​ດຳລົງ​ຊີວິດ​ຢູ່​ກັບ​ເຊື້ອ HIV ​ແລະ​ ລະນຶກ​ເຖິງ ບັນດາ​ຜູ້​ທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ ​ພ້ອມ​
ດຽວ​ກັນ​ກໍ​ເພັ່ງເລັ່ງ​ໃສ່​ການ​ຕໍ່ສູ້ ຕ້ານ​ການລະບາດ​ຂອງ​ເຊື້ອ​ໄວຣັສນີ້.

ເບິ່ງສາລະຄະດີກ່ຽວກັບໂຣກເອດສ໌ ຂອງວີໂອເອ:

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຕັ້ງ​ເປົ້າໝາຍ​ໄວ້​ຈຳນວນ​ໜຶ່ງ ສຳ​ຫລັບ ປີ 2015 ລວມທັງ
ການ​ຕັດ ຈຳນວນຄົນທີ່​ຕິດ​ແປດ​ເຊື້ອ HIV ​ຜ່ານ​ການ​ມີ​ເພດ​ສຳພັນນັ້ນ ​ລົງໃຫ້​ໄດ້​ເຖິງ
ເຄິ່ງນຶ່ງ ກຳຈັດ​ການ​ຕິດ​ແປດ​ເຊື້ອ HIV ​ໃໝ່ ​ໃນ​ບັນດາຜູ້​ຊົມໃຊ້​ຢາ​ເສບຕິດ ​ແລະ ຮັບ
ປະກັນໃຫ້ ບັນດາ​ຜູ້​ຕິດ​ເຊື້ອ HIV ທຸກໆ​ຄົນ ມີໂອກາດ​ໄດ້​ຮັບການ​ບຳບັດ ​ຕໍ່ຕ້ານ​ການ
​ກັບ​ຄືນ​ມາຂອງເຊື້ອ​ໄວຣັສ HIV ນັ້ນ.

XS
SM
MD
LG