ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າຄອງກຳແພງ ນະຄອນ Baltimore ຢາກຮູ້ຄຳຕອບ ກ່ຽວກັບການຕາຍ ຜູ້ຖືກກັກຂັງ


ເຈົ້າຄອງກຳແພງນະຄອນ ທ່ານນາງ Stephanie Rawlings-Blake ກ່າວຢູ່ຕໍ່ໜ້າ ບັນດາກອງປະຊຸມ ນັກສອນສາສະໜາທ້ອງຖິ່ນ.
ເຈົ້າຄອງກຳແພງນະຄອນ ທ່ານນາງ Stephanie Rawlings-Blake ກ່າວຢູ່ຕໍ່ໜ້າ ບັນດາກອງປະຊຸມ ນັກສອນສາສະໜາທ້ອງຖິ່ນ.

ເຈົ້າ​ຄອງກຳ​ແພງນະຄອນ Baltimore ​ໄດ້​ຊ່ວຍ​ອອກສຽງໃຫ້​
ແກ່ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນທີ່ຮຽກຮ້ອງເອົາ​ຄວາມ​ຍຸດຕິ
ທຳ ກ່ຽວກັບຜູ້​ຊາຍ​ອາ​ຍຸ 25 ປີ ທີ່​ໄດ້​ເສຍ​ຊີວິດ​ ຢູ່​ໃນ​ລະຫວ່າງ
ການ​ຖື​ກກັກ​ຂັງ​ຂອງ​ຕຳຫລວດ ​ໃນ​ຕົ້ນ​ອາທິດ​ນີ້.

​ເຈົ້າຄອງ​ກຳ​ແພງ Stephanie Rawlings-Blake ກ່າວໃນ​ວັນ​
ສຸກ​ວານ​ນີ້​ວ່າ ທ່ານ​ນາງຕ້ອງການ​ຄຳ​ຕອບ ​ກ່່ຽວ​ກັບ​ການ​ຕາຍ​
ຂອງທ້າວ Freddie Gray ທີ່​ໄດ້​ເສ​ຍຊີວິດ​ນຶ່ງ​ອາທິດ​ຫລັງ​ຈາກ
​ໄດ້​ຮັບ​ບາ​ດ​ເຈັບ​ຢູ່​ເສັ້ນປະສາດໄຂສັນຫລັງໃນ​ຂະນະ​ທີ່​ຖືກ​
ຕຳຫຼວດຈັບຢູ່ນັ້ນ.

​ເຈົ້າ​ຄອງ​ກຳ​ແພງ​ ຍັງ​ໄດ້​ຂອບ​ໃຈ​ພວກ​ປະທ້ວງ ​ທີ່​ພາກັນ​ໂຮມຊຸມດ້ວຍຄວາມ ສະຫງົບ.

ຫລາຍ​ຮ້ອຍ​ຄົນ ​ທີ່ພາກັນ​ລົງ​ສູ່​ຖະໜົນ​ໃນນະຄອນ Baltimore ນັບ​ແຕ່​ທ້າວ Gray ​
ໄດ້​ເສຍ​ຊີວິດ​ໃນ​ວັນ​ອາທິດ​ແລ້ວ​ນີ້ ຮ້ອງ​ໂຮວ່າ “ໝົດ​ຄືນ ໝົດ​ມື້ ພວກ​ເຮົາ​ຕ້ອງການ​
ຄວາມ​ທ່ຽງ​ທຳ ໃຫ້​ແກ່ Freddie Gray.” ທະນາຍຄວາມ​ຂອງ​ຄອບ​ຄົວ​ຄົນ​ນຶ່ງ ​ໄດ້​ກ່າວ
​ຕໍ່ ວີ​ໂອເອ ວ່າ ໄຂສັນຫລັງຂອງ ທ້າວ Gray ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ຮ້າຍ​ແຮງ​ຫລັງ​ຈາກ
ຕຳຫລວດ ​ໄດ້​ນຳ​ພາໂຕ​ລາວໄປກັກ​ຂັງ ​ໃນ​ວັນ​ທີ 12 ​ເດືອນ​ເມສາຜ່ານມານີ້.

​ເຈົ້າ​ຄອງ​ກຳແພງ Rawlings-Blake ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ​ນາງ​ຕ້ອງ ການ​
ຢາກ​ຮູ້​ວ່າ ​ເປັນຫຍັງເຈົ້າ​ໜ້າ​ທີ່​ຕຳຫລວດ​ຈຶ່ງເບິ່ງຄືວ່າບໍ່​ໄດ້​ປະຕິບັດຕາມນະ​ໂຍບາຍ ທີ່
ບັງຄັບວ່າ ນັກໂທດ​ທຸກໆ​ຄົນ​ຕ້ອງໃສ່​ສາຍ​ແອວ ​ໃນ​ຂະນະ​ທີ່ທຳ​ການ​ຂົນ​ສົ່ງ ​ແລະ​ເປັນ
ຫຍັງເຂົາເຈົ້າ​ບໍ່​ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫລືອການ​ແພດຫລັງ​ຈາກ​ທ້າວ Gray ​ໄດ້​ຂໍຮ້ອງ
ແລ້ວນັ້ນ.

ຕຳຫລວດ Baltimore ຮັບ​ຮູ້ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ​ນີ້ວ່າ ທ້າວ Gray ບໍ່​ໄດ້​ໃສ່​ສາຍ
​ແອວ​ ໃນ​ຂະນະ​ທີ່​ຢູ່​ຫລັງ​ລົດ​ຕູ້ ທີ່​ນຳພາ​ລາວ​ໄປ​ປ້ອມ​ຕຳຫລວດ. ຜູ້ບັນ ຊາການ​ຕຳ
ຫລວດ ນະຄອນ Baltimore ທ່ານ Anthony Batts ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຕຳ
ຫລວດ ​ໄດ້ຮູ້​ຊ້າໄປແນ່ວ່າ ທ້າວ Gray ​ທີ່ປາກົດວ່າ​ເປັນ ຫືດນັ້ນ ​ຕ້ອງການການ​ຊ່ວຍ
ເຫລືອດ້ານ​ການ​ແພດ.

ທ່ານ Batts ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ປະຕິ​ເສດຕໍ່​ການຮຽກ​ຮ້ອງ​ໃຫ້​ທ່ານລາ​ອອກ​ຈາກ​ໜ້າ|
​ທີ່. ທ່ານ​ກ່າວ​ເພີ້​ມ​ເຕີມ​ວ່າ ຕຳຫລວດ​ໄດ້​ຮັບ “ລາຍ​ງານ​ເບື້ອງ​ຕົ້ນ​ດ້ວຍປາກ​ເປົ່າ” ຈາກ​ຜູ້​ກວດກາກາ​ນ​ແພດ​ຂອງ ທ້າວ Gray. ທ່ານ ບໍ່ໄດ້​ເປີດ​ເຜິີຍ​ເຖີງຜົນ​ຂອງການລາຍ​ງານ​.

​ໃນເຫດການທີ່ຕິດຕາມມາຢ່າງວ່ອງ​ໄວ​ ໃນ​ວັນອາທິດ​ນັ້ນ ທ້າວ Gray ​ໄດ້ໃຊ້​ສາຍຕາ
ເບິ່ງ​ເຈົ້າ​ໜ້າ​ທີ່ຕຳຫລວດ ​ແລ້ວກໍແລ່ນ​ໜີ ​ແຕ່ໄດ້​ຖືກ​ຈັບ​ພ້ອມດ້ວຍ​ມີດ ອັນນຶ່ງຢູ່ແອ​ວຂອງ​
ລາວ​ແລະ​ຜູ້ກ່ຽວໄດ້ຖືກ​ແກ່​ດືງ ​ໄປໃສ່​ໃນ​ລົດຕູ້ຕຳຫຼວດ.

US Baltimore Killing
please wait
Embed

No media source currently available

0:00 0:01:32 0:00

Baltimore Protesters Demand Police Accountability, Justice
please wait

No media source currently available

0:00 0:02:19 0:00

XS
SM
MD
LG