ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖ້າອັງກິດ ຫາກຖອນໂຕ ອອກຈາກ EU ຈະເຮັດໃຫ້ ຫຼາຍປະເທດ ໃນເຂດທະເລ ບາລຕິກ ກັງວົນ ກ່ຽວກັບ ຣັດເຊຍ


Baltic States Fear Brexit Would Embolden Aggressive Russia
please wait

No media source currently available

0:00 0:02:04 0:00

ໃນຂະນະທີ່ປະເທດ ອັງກິດ ປ່ອນບັດກ່ຽວກັບວ່າ ຈະຖອນໂຕອອກຈາກສະຫະພາບ ຢູໂຣບ ຫລື ບໍ່ ໃນການລົງປະຊາມະຕິ ໃນວັນທີ 23 ມິຖຸນານີ້ ພວກນັກວິເຄາະການເມືອງກ່າວວ່າ ການ ປ່ອນບັດເຫັນພ້ອມກັບອັນທີ່ເອີ້ນວ່າ Brexit ຫຼືການຖອນໂຕຂອງ ອັງກິດ ອອກຈາກສະຫະ ພາບ ຢູໂຣບ ນັ້ນຈະພາໃຫ້ ເກີດມີຄວາມວິຕົກກັງວົນໃນໝູ່ບັນ ດາປະເທດສະມາຊິກທີ່ເຄີຍເປັນ ພາກສ່ວນຂອງອະດີດ ສະຫະພາບ ໂຊວຽດ ໃນເຂດທະເລ ບາລຕິກ ກ່ຽວກັບ ການຟື້ນໂຕຄືນ ຂອງ ຣັດເຊຍ.​ ຜູ້ສື່ຂ່າວຂອງວີໂອເອ Daniel Schearf ມີລາຍງານເລື້ອງນີ້ຈາກ ມົສກູ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບ ຕໍ່ໄປ.

ຖ້າຫາກບັນດາຜູ້ມີສິດປ່ອນບັດ Brexit ໄດ້ຮັບໄຊຊະນະໃນການລົງປະຊາມະຕິກ່ຽວກັບວ່າ ຈະ ຖອນໂຕອອກຈາກສະຫະພາບຢູໂຣບແລ້ວ ປະເທດຕ່າງໆທີ່ເຄີຍເປັນສ່ວນໜຶ່ງຂອງອະດີດສະຫະ ພາບ ໂຊວຽດ ມາກ່ອນ ເຊັ່ນ Estonia, Latvia ແລະ Lithuania ແມ່ນມີເຫດຜົນອັນດີ ທີ່ຈະຕັ້ງຄຳຖາມກ່ຽວ ກັບຄວາມເປັນເອກະພາບຂອງສະຫະພາບ ຢູໂຣບ.

ທ່ານ Alexey Gromyko ຈາກສະຖາບັນວິທະຍາສາດຂອງ ຣັດເຊຍ ກ່ຽວກັບ ຢູໂຣບ ກ່າວວ່າ ຂ້າພະເຈົ້າຄິດວ່າ ສຳລັບບັນດາປະເທດໃນເຂດທະເລ ບາລຕິກ ແລະ ໂປແລນ ແລ້ວ ຈະປະສົບກັບຄວາມຫຍຸ້ງຍາກຫລາຍຂຶ້ນທີ່ຈະກົດດັນຕື່ມອີກ ໃນການຄັດຄ້ານຢ່າງແຂງຂັນຕໍ່ ການຜ່ອນຜັນໃດໆກໍຕາມໃນຄວາມສຳພັນກັບ ຣັດເຊຍ.

ທ່ານ Gromyko ກ່າວວ່າ “ການຮຸກຮານຂອງ ຣັດເຊຍ ໃນ ຢູເຄຣນ ໄດ້ກໍ່ໃຫ້ເກີດ ຄວາມຢ້ານກົວຢູ່ໃນບາງປະເທດເຂດທະເລ ບາລຕິກ ທີ່ຄິດວ່າເຂົາເຈົ້າອາດຈະເປັນ ປະເທດ ຕໍ່ໄປ ທັງໆທີ່ເປັນສະມາຊິກຢູ່ໃນອົງການພັນທະມິດ ນາໂຕ້ ພາຍໃຕ້ການ ນຳພາຂອງ ສະຫະລັດ ແລ້ວກໍຕາມ.”

ການເສີມກຳລັງຂອງອົງການ ນາໂຕ້ ໃນເຂດດັ່ງກ່າວ ອາດຈະເຫັນມີການໃຊ້ຈ່າຍໃນດ້ານ ປ້ອງກັນ ປະເທດເພີ້ມຂຶ້ນຄຽງຄູ່ກັນໄປ ນັ້ນຄືຄຳເວົ້າຂອງທ່ານ Peter Kreko ຈາກສະຖາບັນ Political Capital ທີ່ນະຄອນຫລວງ Budapest ຂອງ ຮັງກາຣີ.

ທ່ານ Kreko ກ່າວວ່າ “ຂ້າພະເຈົ້າຄິດວ່າ ແມ່ນແຕ່ການຮ່ວມມື ກັບອົງການ ນາໂຕ້ ກໍອາດຈະໄດ້ຮັບຜົນກະທົບຢ່າງໜັກຈາກການຖອນໂຕຂອງ ອັງກິດ ຫຼື Brexit ແລະ ຜົນທີ່ຕິດຕາມມາທັງທາງດ້ານການເມືອງ ແລະ ເສດຖະກິດ. ດັ່ງນັ້ນ ຂ້າພະ ເຈົ້າຈຶ່ງຄິດວ່າມີຫລາຍໆປະເທດຈະເລີ້ມການໃຊ້ຈ່າຍທາງດ້ານທະຫານ ແລະ ດ້ານປ້ອງກັນ ປະເທດເພີ້ມຂຶ້ນ.”

ໃນຂະນະທີ່ພວກນັກວິເຄາະຄົນອື່ນໆໂຕ້ຖຽງວ່າ ອົງການ ນາໂຕ້ ຈະບໍ່ໄດ້ຮັບຜົນກະທົບໃດໆ ເຖິງ ແມ່ນຄວາມເປັນເອກະພາບລະຫວ່າງ ສະຫະລັດ ແລະ ສະຫະພາບ ຢູໂຣບ ຕ້ານການຟື້ນໂຕຄືນ ຂອງ ຣັດເຊຍ​ ຈະຫລຸດນ້ອຍຖອຍລົງ.

ທ່ານ Alexander Baunov ຈາກສູນກາງ Carnegie ທີ່ນະຄອນມົສກູກ່າວວ່າ “ບຣິເຕນ ໃຫຍ່ແມ່ນຖືກພິຈາລະນາສະເໝີມາວ່າ ເປັນປະເທດທີ່ນິຍົມ ອາເມຣິກາ ຫລາຍທີ່ ສຸດໃນສະຫະພາບ ຢູໂຣບ ແລະ ບັນດາປະເທດໃນເຂດທະເລ ບາລຕິກ ໂປແລນ ແລະ ປະເທດໃນ ຢູໂຣບ ຕາເວັນອອກ ຈຳນວນໜຶ່ງມີຄວາມສົນໃຈຢາກໃຫ້ ອາເມຣິກາ ມີອິດ ທິພົນເພີ້ມຂຶ້ນໃນການເມືອງຂອງຢູໂຣບບໍ່ແມ່ນຫຼຸດລົງ.”

ແຕ່ໃນການສະແດງຄວາມເຊື່ອໝັ້ນຕໍ່ກຸ່ມພັນທະມິດ ນາໂຕ້ ນັ້ນ ພວກຜູ້ນຳຂອງ Estonia ເມື່ອ ເດືອນພຶດສະພາຜ່ານມານີ້ ກ່າວຕໍ່ວີໂອເອພະແນກພາສາ ຣັດເຊຍ ວ່າ ການເອົາບາດ ກ້າວທາງທະຫານໃດໆກໍຕາມຂອງ ມົສກູ​ ຈະຖືວ່າໂງ່ຈ້າທີ່ສຸດ. ພວກເຂົາເຈົ້າຍັງໄດ້ສະແດງ ຄວາມເຊື່ອ ໝັ້ນນຳສະຫະພາບ ຢູໂຣບ​ ໃນການເອົາຊະນະບັນຫາທ້າທາຍຕ່າງໆ ຮວມທັງ ຄວາມເປັນໄປໄດ້ ໃນການຖອນໂຕຂອງ ອັງກິດ ອອກຈາກສະຫະພາບ ຢູໂຣບ ຫຼື Brexit.

XS
SM
MD
LG