ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Walmart ຈະກວດກາ ໂຮງງານ ສະໜອງ ເຄື່ອງນຸ່ງຫົ່ມ ໃຫ້ຕົນຢູ່ Bangladesh (ວີດິໂອ/ສະໄລດ໌)


ນາງ Reshma Begum ອາຍຸ 19 ທີ່ຖືກຊ່ວຍອອກມາຈາກກອງຊາກຫັກພັງຂອງຕຶກ Rana Plaza ເປັນເວລາ 17 ພາຍຫລັງທີ່ຕຶກດັ່ງກ່າວພັງລົງ ໄດ້ຮັບການປິ່ນປົວ ຢູ່ໂຮງໝໍທະຫານ Savar Combined ໃນເມືອງ Savar ຂອງບັງກລາແດັສ ໃນວັນທີ 11 ພຶດສະພາ 2013.
ນາງ Reshma Begum ອາຍຸ 19 ທີ່ຖືກຊ່ວຍອອກມາຈາກກອງຊາກຫັກພັງຂອງຕຶກ Rana Plaza ເປັນເວລາ 17 ພາຍຫລັງທີ່ຕຶກດັ່ງກ່າວພັງລົງ ໄດ້ຮັບການປິ່ນປົວ ຢູ່ໂຮງໝໍທະຫານ Savar Combined ໃນເມືອງ Savar ຂອງບັງກລາແດັສ ໃນວັນທີ 11 ພຶດສະພາ 2013.
ບໍລິສັດ Walmart ຊຶ່ງເປັນບໍລິສັດຂາຍຍ່ອຍ ອັນດັບໃຫຍ່
ທີ່ສຸດຂອງໂລກໄດ້ອອກຄໍາສັ່ງໃຫ້ດໍາເນີນການກວດກາ ໂຮງງານທີ່ສະໜອງສິນຄ້າໃຫ້ຕົນ ທັງໝົດ 279 ບໍລິສັດ
ຢູ່ໃນ Bangladesh ແລະຈະປະກາດຜົນການກວດກາ
ດັ່ງກ່າວໃຫ້ຄົນທົ່ວໄປຮູ້.

ບໍລິສັດ Walmart ໄດ້ອອກຄຳສັ່ງດັ່ງກ່າວ ລຸນຫລັງທີ່ຕຶກບັນ
ຈຸໂຮງງານຕັດຫຍິບຢູ່ Bangladesh ພັງລົງໃນເດືອນແລ້ວນີ້
ຊຶ່ງໄດ້ເຮັດໃຫ້ກໍາມະກອນຫລາຍກວ່າ 1,100 ຄົນເສຍຊີວິດນັ້ນ.

ບໍລິສັດ Walmart ເວົ້າວ່າ ຕົນຈະບໍ່ຊື້ສິນຄ້າຈາກໂຮງງານໃດ
ກໍຕາມ ທີ່ບໍ່ຜ່ານການ ກວດກາດ້ານຄວາມປອດໄພ ແລະບໍ່ໄດ້ທໍາການສ້ອມແປງ
ໃຫ້ເປັນທີ່ຖືກຕ້ອງ.

ບໍລິສັດ Walmart ໄດ້ດໍາເນີນການດັ່ງກ່າວ ເປັນການຕ່າງຫາກ ໂດຍບໍ່ໄດ້ຮວມຢູ່
ໃນການຕົກລົງຮ່ວມກັນ ຂອງບັນດາບໍລິສັດຂາຍຍ່ອຍເຄື່ອງນຸ່ງຫຍີ່ຫໍ້ໃຫຍ່ໆ ຂອງໂລກ
ທີ່ໄດ້ຮຽກຮ້ອງໃຫ້ປັບປຸງສະພາບການຢູ່ບ່ອນເຮັດວຽກໃນ Bangladesh ໃຫ້ດີຂຶ້ນ.
ບັນດາບໍລິສັດເຫລົ່ານັ້ນ ລວມມີ H&M, Zara, Tesco, Calvin Klein ແລະ Izod ທີ່ໄດ້ວາງກໍານົດເສັ້ນຕາຍໃຫ້ບໍລິສັດຂາຍຍ່ອຍທັງໝົດເຊັນຂໍ້ຕົກລົງດັ່ງກ່າວນໍາກັນ
ບໍ່ໃຫ້ກາຍວັນພຸດມື້ນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ເຫດຕຶກພັງ ຢູ່ບັງກລາແດັສ
please wait

No media source currently available

0:00 0:00:43 0:00


ເຫດຕຶກພັງໃນເດືອນແລ້ວນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1,127 ຄົນ ແລະມີເກືອບຮອດ
2,500 ຄົນ ໄດ້ຖືກຊ່ວຍອອກມາໂດຍທີ່ຍັງມີຊີວິດຢູ່ຈາກຊາກຫັກພັງຂອງຕຶກດັ່ງກ່າວ
ຊຶ່ງໃນນັ້ນ ລວມທັງຍິງສາວອາຍຸ 19 ປີ ທີ່ມີຊີວິດລອດມາໄດ້ ຈາກການຖືກຖົມຢູ່ໃນ ຊາກຫັກພັງເປັນເວລາ 17 ມື້. ເຈົ້າໜ້າທີ່ Bangladesh ໄດ້ຈັບກຸມ 9 ຄົນ ທີ່ມີສ່ວນ ພົວພັນກັບເຫດຕຶກພັງດັ່ງກ່າວ.

ເບິ່ງປະມວນພາບການຊອກຫາຄົນຖືກຕຶກພັງທັບ:
XS
SM
MD
LG