ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ແລະ ນາຍົກ ຂອງອີຣັກ ຫາລືກັນ ເລື້ອງວິກິດການ ຢູ່ໃນນະຄອນຫຼວງ ແບັກແດັດ

ພວກຄົນທີ່ໄວ້ອາໄລໃຫ້ແກ່ ພວກປະທ້ວງສອງຄົນທີ່ໄດ້ຖືກ
ຂ້າຕາຍ ຢູ່ທີ່ເຂດນານາຊາດຂອງແບັກແດັດ ເມື່ອວັນສຸກ
ຜ່ານມາ ໃນລະຫວ່າງການແຫ່ສົບ ຢູ່ວັດສັກສິດຂອງ ນັກ
ສອນສາສະໜາ Imam Ali, ໃນເມືອງ Najaf, ຢູ່ກ້ຳໃຕ້ຂອງນະຄອນ Baghdad, ອີຣັກ, ວັນທີ 21 ພຶດສະພາ 2016.
ພວກຄົນທີ່ໄວ້ອາໄລໃຫ້ແກ່ ພວກປະທ້ວງສອງຄົນທີ່ໄດ້ຖືກ ຂ້າຕາຍ ຢູ່ທີ່ເຂດນານາຊາດຂອງແບັກແດັດ ເມື່ອວັນສຸກ ຜ່ານມາ ໃນລະຫວ່າງການແຫ່ສົບ ຢູ່ວັດສັກສິດຂອງ ນັກ ສອນສາສະໜາ Imam Ali, ໃນເມືອງ Najaf, ຢູ່ກ້ຳໃຕ້ຂອງນະຄອນ Baghdad, ອີຣັກ, ວັນທີ 21 ພຶດສະພາ 2016.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ລົມກັບ ນາຍົກລັດຖະມົນຕີອີຣັກ ທ່ານ Haidar Al-Abadi ໂດຍຜ່ານທາງໂທລະສັບ ໃນວັນເສົາວານນີ້ ຊຶ່ງຜູ້ນຳທັງສອງ ທ່ານ ໄດ້ເຫັນດີນຳກັນ ກ່ຽວກັບ ອັນທີ່ທຳນຽບຂາວ ກ່າວວ່າ ເປັນ “ຄວາມສຳຄັນ ທີ່ ລໍ່ແຫຼມ” ຂອງການເສີມຂະຫຍາຍການຮັກສາຄວາມປອດໄພ ຢູ່ໃນເຂດນານາຊາດ ຫຼື IZ ທີ່ໄດ້ຮັບການປ້ອງກັນຢ່າງແຂງຂັນ ນັ້ນ.

ຖະແຫລງການສະບັບນຶ່ງຂອງທຳນຽບຂາວ ໄດ້ກ່າວວ່າ ທ່ານໂອບາມາ ຍັງໄດ້ສະແດງ ຄວາມເສົ້າສະຫລົດໃຈ ໃນນາມປະຊາຊົນຊາວອາເມຣິກັນ ຕໍ່ການໂຈມຕີ ຂອງພວກກໍ່ ການຮ້າຍ ຢູ່ໃນນະຄອນຫຼວງແບັກແດັດ.

ຕຳຫຼວດປາບຈະລາຈົນ ຂອງອີຣັກ ສະກັດກັ້ນບໍ່ໃຫ້ພວກປະທ້ວງ ຈາກການບຸກເຂົ້າໄປ ໃນອາຄານສະພາແຂວງ ໃນລະຫວ່າງການເດີນຂະບວນປະທ້ວງ ໃນເມືອງ Basra ຫ່າງຈາກນະຄອນຫຼວງແບັກແດັດ 550 ກິໂລແມັດ ທາງກ້ຳຕາເວັນອອກສຽງໃຕ້ ຂອງອີຣັກ ເມື່ອຕອນເຊົ້າວັນເສົາ ທີ 21 ພຶດສະພາ 2016.

ການໂອ້ລົມກັນນັ້ນ ໄດ້ມີຂຶ້ນ ບໍ່ເທົ່າໃດມື້ ຫຼັງຈາກພວກປະທ້ວງຫຼາຍຄົນ ທີ່ບໍ່ຢ້ານກົວ ລູກປືນ ແລະ ລະເບີດແກັສນ້ຳຕາ ໄດ້ບຸກເຂົ້າໄປໃນເຂດ IZ ທີ່ເປັນທີ່ຕັ້ງ ຂອງສະພາ ແຫ່ງຊາດ ແລະ ສຳນັກງານລັດຖະບານ ຫຼາຍພະແນກ ຊຶ່ງຖະແຫລງການໄດ້ກ່າວວ່າ ການໂອ້ລົມກັນຍັງໄດ້ເນັ້ນຢ້ຳເຖິງ ຄວາມສຳຄັນ ຂອງການສືບຕໍ່ປຶກສາຫາລືກັນ ໃນ ບັນດາພັກການເມືອງຝ່າຍຕ່າງໆ ຂອງອີຣັກ.

ພວກປະທ້ວງຕໍ່ຕ້ານລັດຖະບານ ຕໍ່ມາໄດ້ຖືກຂັບດັນອອກໄປຈາກບໍລິເວນດັ່ງກ່າວ ແລະ ພວກເຂົາເຈົ້າໄດ້ປະຕິຍານວ່າ ຈະກັບຄືນມາອີກ ພ້ອມດ້ວຍອາວຸດ.

ຕຳຫຼວດປາບຈະລາຈົນ ຂອງອີຣັກ ສີດນ້ຳ ແລະ ແກັສນ້ຳຕາ ໃສ່ພວກປະທ້ວງ ເພື່ອສະກັດກັ້ນ ພວກເຂົາເຈົ້າ ຈາກການບຸກເຂົ້າໄປໃນ ອາຄານສະພາແຂວງ ໃນລະຫວ່າງ ການເດີນຂະບວນປະທ້ວງ ໃນເມືອງ Basra ຫ່າງຈາກນະຄອນຫຼວງແບັກແດັດ ່ທາງກ້ຳຕາເວັນອອກສຽງໃຕ້ 550 ກິໂລແມັດ, ປະເທດອີຣັກ, ວັນທີ 21 ພຶດສະພາ 2016.

ພວກປະທ້ວງສ່ວນຫຼາຍ ເປັນລູກສິດຂອງນັກສອນສາສະໜາ Muqtada al-Sadr ນິກາຍ Shi’ite ຜູ້ທີ່ຄືກັນກັບຜູ້ນຳການເມືອງຫຼາຍຄົນ ຢູ່ໃນອີຣັກ ທີ່ມີທະຫານບ້ານ ຕິດອາວຸດ ທີ່ຮູ້ຈັກກັນວ່າ ຄືກັບ ກອງກຳລັງພິທັກສັນຕິພາບ.

ທ່ານ Sadr ໄດ້ປະກາດໃຫ້ການສະໜັບສະໜູນ ໃນອັນທີ່ ຕົນອະທິບາຍວ່າ ເປັນ “ການປະຕິວັດ” ຂອງປະຊາຊົນທີ່ຕໍ່ຕ້ານລັດຖະບານ.

ກອງກຳລັງຮັກສາຄວາມປອດໄພ ໄດ້ກີດກັນທາງເຂົ້າໄປໃນເຂດນານາຊາດ ທັງໝົດ ແລະ ໄດ້ເພີ້ມຈຸດກວດກາ ໂດຍກຳລັງໜ່ວຍພິເສດ ຈຳນວນນຶ່ງ ຢູ່ຖະໜົນສາຍຕ່າງໆ ໃນເມືອງ.

ຕຳຫຼວດປາບຈະລາຈົນ ຂອງອີຣັກ ສະກັດກັ້ນບໍ່ໃຫ້ພວກປະທ້ວງ ຈາກການບຸກເຂົ້າໄປ ໃນອາຄານສະພາແຂວງ ໃນລະຫວ່າງການເດີນຂະບວນປະທ້ວງ ໃນເມືອງ Basra ຫ່າງຈາກນະຄອນຫຼວງແບັກແດັດ 550 ກິໂລແມັດ ທາງກ້ຳຕາເວັນອອກສຽງໃຕ້ ຂອງອີຣັກ ວັນເສົາ ທີ 21 ພຶດສະພາ 2016.

ຢູ່ພາຍໃນເຂດນານາຊາດ ມີລົດທະຫານ Humvees 40 ຄັນ ຈອດລຽນກັນເປັນແຖວ ຢູ່ນອກສະພາ ແລະ ກຳລັງຮັກສາຄວາມປອດໄພໄດ້ປະຈຳການຢູ່ຈຸດຕ່າງໆ ທີ່ສຳຄັນໆ.

ພົນລະເມືອງແບັກແດັດຈຳນວນນຶ່ງ ໄດ້ເລີ້ມສະສົມອາຫາ ນ້ຳ ແລະຢຸກຢາໄວ້ ເພາະຢ້ານ ວ່າ ສະຖານະການ ອາດຈະຮ້າຍແຮງຂຶ້ນ ແລະ ພວກປະທ້ວງອາດຈະເລີ້ມກໍ່ຈະລາຈົນ ແລະ ປຸ້ນສະດົມ ຢູ່ໃນເມືອງ. ພົນລະເມືອງຄົນນຶ່ງ ຂອງເມືອງ Sadr ທີ່ເປັນບໍລິເວນນຶ່ງ ຂອງນະຄອນຫຼວງແບກແດັດ ທີ່ມີພວກຄົນອາໄສຢູ່ ຢ່າງໜາແໜັ້ນ ແລະ ທຸກຍາກ ພວກເຂົາເຫຼົ່ານັ້ນ ສະໜັບສະໜູນ ທ່ານ Sadr ໄດ້ກ່າວວ່າ ປະເທດບໍ່ຕ້ອງການສອງ ສົງຄາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG