ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແບັກແດດ ຕື່ນຍ້ອນສຽງ ເຮຣີຕອບເຕີ້ ແລະ ເວົ້າເຖິງ ການປະຕິວັດ ຂອງ ປະຊາຊົນ


ຕຳຫຼວດອີຣັກ ຂັດຂວາງບໍ່ໃຫ້ພວກປະທ້ວງ ບຸກເຂົ້າໄປ ໃນຕຶກສະພາແຂວງ ໃນລະຫວ່າງການປະທ້ວງທີ່ເມືອງ Basra 550 ຫລັກກິໂລແມັດ ຫ່າງຈາກ ນະຄອນແບັກແດດ ໄປທາງຕາເວັນອອກສຽງໃຕ້. (ວັນທີ 21 ພຶດສະເພາ 2016)​
ຕຳຫຼວດອີຣັກ ຂັດຂວາງບໍ່ໃຫ້ພວກປະທ້ວງ ບຸກເຂົ້າໄປ ໃນຕຶກສະພາແຂວງ ໃນລະຫວ່າງການປະທ້ວງທີ່ເມືອງ Basra 550 ຫລັກກິໂລແມັດ ຫ່າງຈາກ ນະຄອນແບັກແດດ ໄປທາງຕາເວັນອອກສຽງໃຕ້. (ວັນທີ 21 ພຶດສະເພາ 2016)​

ນະຄອນຫຼວງ​ແບັກ​ແດດ​ໄດ້ຕື່ນ​ຂຶ້ນມາ ​ໃນ​ຕອນ​ເຊົ້າວັນ​ເສົາ​ມື້ນີ້ ຍ້ອນ​ສຽງ​ເຮືອບິນ​ເຮີ​ຣີ ຄອບ​ເຕີ້​ບິນ​ຢູ່​ເທິງ​ຫົວ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ບິນ​ເຂົ້າ​ແລະ​ອອກ​ຈາກ​ເຂດ​ນາໆຊາດ​ທີ່​ມີ​ການ​ປ້ອງ​ກັນ​ຢ່າງ​ແຂງ​ຂັນ ຫຼັງ​ຈາກ​ພວກ​ປະ​ທ້ວງ ​ທີ່​ບໍ່​ຢ້ານ​ລູກປືນ​ແລະລະ​ເບີດ​ນ້ຳຕາ ບຸກເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວ.

​ໃນ​ຂະນະ​ທີ່ ​ພວກ​ເຂົາ​ເຈົ້າຫຼົບໜີ​ລູກປືນ ​ແລະ​ລະ​ເບີດ​ນ້ຳຕາ ​ໃນ​ຕອນ​ບ່າຍ​ວັນ​ສຸກ​ວານ ​ນີ້ບາງ​ຄົນ​ກໍ​ພາກັນ​ຫາມ​ເອົາ​ໝູ່​ເພື່ອນ​ທີ່​ໄດ້​ຮັບ​ບາດ​ເຈັບຂ້າມ​ຂົວ​ອອກ​ໄປ​ຈາກ​ເຂດ​ນາໆ​ຊາດ​ນັ້ນ ​ແຕ່​ພວກ​ປະ​ທ້ວງ​ ຕໍ່ຕ້ານ​ລັດຖະບານ​ ກໍ​ໄດ້​ປະກາດ​ວ່າ ​ຕົນ​ຈະກັບ​ຄືນ​ມາ​ພ້ອມ​ດ້ວຍ​ອາວຸດ.

ສ່ວນ​ຫຼາຍ​ແລ້ວ​ແມ່ນ​ພວກ​ສະໜັບສະໜຸນ​ນັກ​ສອນ​ສາສະໜາ​ຊີ​ໄອ Muqtada al-Sa ຊຶ່ງກໍ​ບໍ່ຕ່າງ​ຫຍັງ​ກັບ​ພວກ​ນັກ​ການ​ເມືອງ​ຫລາຍໆ​ຄົນ​ໃນ​ອີຣັກ ກໍມີ​ກຳລັງທະຫານ​ບ້ານ​ປະກອບ​ອາວຸດ​ຂອງ​ຕົນ​ ທີ່​ເອີ້ນວ່າ ກອງພັນ​ສັນຕິພາບ.

ທ່ານ Sadr ​ໄດ້​ອອກ​ມາສະ​ໜັບສະ​ໜຸນ​ ໃນ​ອັນ​ທີ່​ທ່ານ​ເອີ້ນວ່າການ​ປະຕິວັດເພື່ອ​ໂຄ່ນ ລົ້ມ​ລັດຖະບານ.

​ໃນ​ຕອນ​ກາງຄືນມີ​ເຮືອບິນ​ເຮຣີຄອບ​ເຕີ້ຂະໜາດ​ໃຫຍ່ Chinook 2 ລຳ ຊຶ່ງຕາມ​ປົກກະ ຕິແລ້ວ​ແມ່ນ​ໃຊ້​ໃນ​ການຂົນ​ສົ່ງ​ກຳລັງ​ນັ້ ​ໄດ້​ມອງ​ເຫັນ​ວ່າ ກຳລັງ​ບິນ​ໄປຍັງ​ເຂດນາໆ​ຊາດ​ໂດຍ​ອາ​ໄສ​ຄວາມ​ມືດ​ເປັນ​ເຄື່ອງ​ກຳ​ບັງ.

ຕຳຫຼວດປາບຈະລາຈົນ ສີດນ້ຳ ແລະຍິງລະເບີດນ້ຳຕາ ເຂົ້າໃສ່ ເພື່ອຂັດຂວາງ ບໍ່ໃຫ້ພວກປະທ້ວງ ເຂົ້າຄວບຄຸມ ຕຶກສະພາແຂວງ.
ຕຳຫຼວດປາບຈະລາຈົນ ສີດນ້ຳ ແລະຍິງລະເບີດນ້ຳຕາ ເຂົ້າໃສ່ ເພື່ອຂັດຂວາງ ບໍ່ໃຫ້ພວກປະທ້ວງ ເຂົ້າຄວບຄຸມ ຕຶກສະພາແຂວງ.

ແຕ່​ມາ​ຮອດ​ຕອນ​ເຊົ້າມື້ນີ້ ສ່ວນ​ໃຫຍ່​ຂອງ​ນະຄອນຫລວງ​ອີຣັກ​ໄດ້​ກັບ​ຄືນ​ເຂົ້າສູ່​ສະພາບ ປົກກະຕິ​ແລ້ວ.

ນາຍົກລັດຖະມົນຕີອີຣັກທ່ານ Haider al-Abadi ​ໄດ້​ປ​ະນາມ​ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກ​ຝູງ​ຊົນ ​ໄດ້​ບຸກ​ເຂົ້າ​ໄປ ​ໃນ​ຕຶກ​ໂຮງ​ການລັດຖະບານ​ຫຼາຍໆ​ຫຼັງ ຮວມທັງ​ທຳນຽບນາຍົກລັດຖະມົນຕີນຳດ້ວຍ.

ທ່ານ​ກ່າວ​ວ່າ ການ​ບຸກ​ເຂົ້າ​ໄປ​ໃນ​ສະ​ຖາ​ບັນ​ຂອງ​ລັດ​ ແລະ​ທຳລາ​ຍຊັບ​ສິນ​ຂອງຫຼວງນັ້ນ ​ແມ່ນ​ບໍ່​ສາມາດ​ຮັບ​ເອົາແລະ​ໃຫ້ການ​ໂຍະຍານ​ໄດ້.

​ແຕ່​ການ​ນຳພາ​ຂອງ​ທ່ານ Abadi ​ແມ່ນ​ຖືກ​ເບິ່ງ​ກັນ​ວ່າ​ອ່ອນ​ແອ.​ ການ​ປະນາມ​ຂອງ​ທ່ານ ໃນ​ຄັ້ງກ່ອນຕໍ່​ພວກ​ປະ​ທ້ວງ​ທີ່​ບຸກ​ເຂົ້າ​ໄປ​ໃນ​ເຂດ​ນາໆ​ຊາດເມື່ອ 3 ອາທິດ​ກ່ອນເພື່ອ​ເຂົ້າ ຢຶດ​ຕຶກ​ສະພາ​ແຫ່ງ​ຊາດ​ນັ້ນ ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ​ບໍ່​ໄດ້​ມີການ​ເອົາ​ຫົວຊາ​ເລີຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iraq Protests
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG