ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ ລັດອິສລາມ ໄດ້ລະເບີດ ຕະຫຼາດ ໃນນະຄອນຫຼວງ ແບກແດັດ


ປະຊາຊົນກວດກາຈຸດເຫດການໂຈມຕີດ້ວຍລະເບີດ ໃນຕະຫຼາດ Jameela ໃນໝູ່​ບ້ານ​ໜຶ່ງ​ຂອງເມືອງ Sadr ນະຄອນຫຼວງ ​ແບກ​ແດັດ, ປະ​ເທດ ອິຣັກ, 13 ສິງຫາ, 2015.
ປະຊາຊົນກວດກາຈຸດເຫດການໂຈມຕີດ້ວຍລະເບີດ ໃນຕະຫຼາດ Jameela ໃນໝູ່​ບ້ານ​ໜຶ່ງ​ຂອງເມືອງ Sadr ນະຄອນຫຼວງ ​ແບກ​ແດັດ, ປະ​ເທດ ອິຣັກ, 13 ສິງຫາ, 2015.

​ເຈົ້າ​ໜ້າ​ທີ່ ອິຣັກ ກ່າວ​ວ່າ ລະ​ເບີດ​ລົດ​ບັນທຸກ​ຮ້າຍ​ແຮງ ​ໄດ້​ທຳ​ລາຍ​ໝູ່ບ້ານແຫ່ງ​ນ່ຶງ​ຂອງ​ຊາວ​ມຸສລິ​ມ ນິກາຍ ຊີ​ໄອ​ທ໌ ຂອງ​ນະຄອນຫຼວງ ​ແບກແດັດ ​ໃນ​ວັນ​ພະຫັດ​ມື້​ນີ້, ​ເຮັດ​ໃຫ້​ຢ່າງ​ໜ້ອຍ 62 ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ທີ່​ໃຫຍ່​ທີ່​ສຸດ​ຄັ້ງ​ໜຶ່ງ​ຂອງນະຄອນ ຫຼວງໃນຮ​ອບ​ຫຼາຍ​ເດືອນຜ່ານ​ມາ.

ອີງຕາມເຈົ້າໜ້າທີ່​ແມ່ນ​ວ່າ ອີກ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ເວລາ​ທີ່​ລົດ​ບັນ​ທຸກເປັນຕູ້​ເຢັນ​ບັນ​ຈຸ ລະ​ເບີດຫຼາຍ​ລູກ​ໄດ້​ຖືກ​ລະ​ເບີດ​ຂຶ້ນ​ຫຼັງ​ຕອນເຊົ້າ​ມື​ດພຽງ​ໜ້ອຍ​ດຽວ​ທີ່​ຕະຫຼາດແອອັດ Jameela ​ໃນ​ເມືອງ Sadr

ພວກກຸ່ມລັດ ອິສລາມ ໄດ້ອອກມາອ້າງ​ເອົາຄວາມຮັບຜິດຊອບ ສຳລັບການໂຈມຕີຄັ້ງນີ້.

ການລະເບີດໄດ້ກໍ່ໃຫ້ເກີດຮູບພາບແຫ່ງການທຳລາຍ, ພ້ອມດ້ວຍຊິ້ນ ສ່ວນຂອງຮ່າງກາຍ ມະນຸດ, ໝາກໄມ້ ແລະ ຜັກ, ແລະ ຊິ້ນສ່ວນເສົາ ໄມ້ຂອງຮ້ານຂາຍເຄື່ອງປິວໄປທົ່ວ ຕະຫຼາດ, ເຊິ່ງເປັນຕະຫຼາດໜຶ່ງທີ່ ໃຫຍ່ທີ່ສຸດໃນນະຄອນຫຼວງ ແບກແດັດ.

ລົດໂຮງໝໍ ແລະ ລົດດັບເພີງຫຼາຍຄັນ ໄດ້ພາກັນຮີບເລັ່ງນຳເອົາ ຜູ້ທີ່ໄດ້ຮັບເຄາະຮ້າຍອອກ ຈາກສະຖານທີ່ເກີດເຫດ, ໃນເມື່ອປະຊາຊົນ ທີ່ອາໄສຢູ່ໃນທ້ອງຖິ່ນເລັ່ງນຳສົ່ງກັນໄປໂຮງໝໍ ທ້ອງຖິ່ນຢ່າງກະວົນກະ ວາຍໃນລົດສ່ວນຕົວຂອງພວກເຂົາ​ເຈົ້າ.

ມັນເປັນການໂຈມຕີຄັ້ງຫຼ້າສຸດຂອງພວກ IS ໃນຂົງເຂດທີ່ຄວບຄຸມ ໂດຍຊາວ ຊີໄອທ໌, ເຊິ່ງ ພວກ IS ຖື​ວ່າ​ເປັນ​ຄົນ​ນອກ​ສາສະໜາ.

ກຸ່ມ​ພວກ​ຫົວ​ຮຸນ​ແຮງ ຊຸນນີ ໄດ້ຍຶດເອົາເຂດແດນດັ່ງກ່າວຢ່າງກວ້າງຂວາງໃນ ອິຣັກ ໃນປີ 2014, ເຊິ່ງໃຊ້ຜົນປະໂຫຍດຈາກພວກ ຊຸນນີ ທີ່ໝົດ ຫວັງທີ່ແຜ່ກະຈາຍອອກໄປໃນ ປະເທດທີ່ປົກຄອງໂດຍລັດຖະບານ ຊີໄອທ໌.

ລັດຖະບານແມ່ນກຳລັງຕໍ່ສູ້ຄຽງຂ້າງກັບກຸ່ມທະຫານບ້ານຊາວ ຊີໄອທ໌ ຕໍ່ຕ້ານພວກ IS ໃນຫຼາຍແຂວງ. ການຕໍ່ສູ້ທາງອາກາດນຳພາໂດຍ ສະຫະລັດ ​ແມ່ນແນເປົ້າໃສ່ພວກຫົວ ຮຸນແຮງນີ້ເຊັ່ນກັນ.

Iraq
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG