ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

61 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ອີຣັກ (ວີດິໂອ)


ເດັກຊາຍອີຣັກ ຄົນນຶ່ງ ເບິ່ງບ່ອນເກີດເຫດລະເບີດ ແຫ່ງນຶ່ງ
ເຂດເໜືອຂອງ ນະຄອນຫຼວງແບັດແດັດ
ເດັກຊາຍອີຣັກ ຄົນນຶ່ງ ເບິ່ງບ່ອນເກີດເຫດລະເບີດ ແຫ່ງນຶ່ງ ເຂດເໜືອຂອງ ນະຄອນຫຼວງແບັດແດັດ
ມີ​ຜູ້​ເສຍ​ຊີວິດ​ ​ຢ່າງ​ໜ້ອຍ 61 ຄົນ ຍ້ອນ​ຄື້ນຟອງ​ຂອງ​ການວາງ
​ລະ​ເບີດ​ລົດ​ໃນ​ອີຣັກ ​ໃນອັນ​ທີ່​ປະກົດ​ວ່າ ​ເປັນ​ການ​ໂຈມ​ຕີ​ທີ່​ມີ​
ການ​ປະສານ​ງານ​ກັນເປັນຢ່າງ​ດີ ຕໍ່​ພວກ​ປະຊາຊົນ​ທີ່ພາກັນ​
ສະ​ເຫຼີມສະຫຼອງການ​ສິ້ນ​ສຸດ​ລົງ​ຂອງ​ ​ເດືອນສັກສິດ​ມຸສລິ​ມ ຫຼື
ຣາມາດາ​ນ ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ອິຣັກ ​ເວົ້າ​ວ່າ ການວາງ​ລະ​ເບີດ​ສ່ວນ​ໃຫຍ່
ໃນ​ວັນ​ເສົາ​ວານ​ນີ້ ​ແມ່ນ​ເກີດ​ຂຶ້ນ​ໃນ​ຕອນ​ກາງເວັນ ​ຊຶ່ງ​ພວກ
ໂຈມ​ຕີໄດ້ແນ​ເປົ້າໝາຍ​ໃສ່​ຕະຫຼາດ​ຫຼາຍແຫ່ງທີ່​ມີ​ຄົນ​ໜາ​
ແໜ້ນ ຮ້ານ​ກາ​ເຟ ​ແລະ​ສະຖານ​ທີ່ຕ່າງໆ ບ່ອນ​ທີ່​ພວກ​ຄອບ
ຄົວ​ພາກັນ​ໄປ​ເຕົ້າ​ໂຮມ​ ​ເພື່ອສະຫຼອງບຸນ Eid al-Fitr ຊຶ່ງເປັນ
​ຂີດ​ໝາຍກາ​ນສິ້ນ​ສຸດ​ລົງ​ຂອງເດືອນສັກສິດ​ ຣາມາດາ​ນ ນັ້ນ. ຕໍາຫຼວດ​ເວົ້າ​ວ່າ ມີ​ຜູ້​ໄດ້​ຮັບ​
ບາດ​ເຈັບ ຢ່າງ​ໜ້ອຍ 150 ຄົນ.

ກະຊວງ​ຕ່າງປະ​ເທດ​ ສະຫະລັດ ​ໄດ້​ປະນາມ ດ້ວຍ​ຄໍາ​ເວົ້າ​ທີ່​ຮຸນ​ແຮງ​ໜັກໜ່ວງ​ທີ່​ສຸດ
ເທົ່າ​ທີ່​ຈະ​ເປັນ​ໄດ້ ​ການ​ໂຈມ​ຕີ​ທີ່​ຂີ້​ຂາດ​ຕາຂາວ ຢູ່​ໃນ​ນະຄອນຫຼວງແບກ​ແດດ​ໃນ​ມື້ວັນ​
ເສົາ​ນັ້ນ. ທ່ານ​ນາງ Jan Psaki ​ໂຄສົກກະຊວງ ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ຖະ​
ແຫຼງການ​ສະບັບ​ນຶ່ງ​ໃນ​ແລງວັນ​ເສົາ​ວານ​ນີ້ ວ່າ ການ​ໂຈມ​ຕີ​ເຫຼົ່ານັ້ນໄດ້​ແນ​ເປົ້າໝາຍ​ໃສ່​
ພວກຄອບຄົວ ​ແລະ​ເອີ້ນ​ພວກທໍາການ​ໂຈມ​ຕີ ວ່າ​ເປັນ​ສັດຕູ​ຂອງ​ອິສລາມ. ​ໂຄສົກ
Psaki ຍັງ​ໄດ້ກ່າວ​ຢໍ້າອີກວ່າ ທາງ​ການ​ສະຫະລັດ​ໄດ້​ສະ​ເ​ໜີ​ມອບລາງວັນຈໍານວນ 10
ລ້ານ​ໂດ​ລ່າ ​ໃຫ້​ແກ່ຜູ້​ໃດ​ທີ່​ໃຫ້​ຂໍ້​ມູນ ​ເພື່ອ​ຊ່ວຍ​ໃຫ້​ເຈົ້າໜ້າ​ທີ່ສາມາດ​ສັງຫານ ​ແລະ​ຈັບ​ກຸມ
ທ້າວ Abu Bakr al-Baghdadi ​ທີ່​ອ້າງ​ວ່າ​ເປັນຜູ້​ນໍາ​ກຸ່ມ​ອາລ ຄາ​ອີ​ດາ​ ຂອງ​ອີຣັກ ຜູ້​ທີ່​
ເຈົ້າໜ້າ​ທີ່​ສະຫະລັດ​ເວົ້າ​ວ່າ ກໍາລັງຫຼົບລີ້​ຢູ່​ໃນຊີເຣຍ ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ອິຣັກ​ນັ້ນ.

​ເຫດການ​ກໍ່​ຄວາມ​ຮຸນ​ແຮງ ​ແມ່ນ​ເພີ່ມ​ທະວີ​ຂຶ້ນໄປ​ທົ່ວ​ສ່ວນ​ໃຫຍ່​ຂອງ​ອີຣັກ ນັບ​ຕັ້ງ​ແຕ່​ເດືອນ​ເມສາ​ເປັນ​ຕົ້ນ​ມາ ​ເວລາລັດຖະບານ​ອີຣັກ ທີ່​ນໍາ​ໂດຍ​ຊາວ ມຸສລິ​ມ ນິກາຍ Shi’ite ​ໄດ້​ທໍາ​ການ​ກວດ​ລ້າງ​ ຕໍ່ຄ້າຍ​ປະ​ທ້ວງ​ຂອງ​ພວກ​ມຸສລິ​ມ ນິກາຍ ຊຸນ​ນີ ຢ່າງ​ໜັກໜ່ວງ​ຈົນ​ເຖິງ​ຂັ້ນ​ມີ​ຄົນ​ເສຍ​ຊີວິດ​ນັ້ນ.

ເບິ່ງວີດີໂອ:

ເຫດການລະເບີດໃນອີຣັກ
please wait

No media source currently available

0:00 0:00:37 0:00
XS
SM
MD
LG