ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

13 ຄົນເສຍຊີວິດ ໃນການວາງລະເບີດລົດ ຢູ່ນະຄອນຫລວງແບກແດດ ຂອງອິຣັກ (ວີດີໂອ)


Iraq Violence
please wait
Embed

No media source currently available

0:00 0:00:22 0:00

ວີດີໂອ ກ່ຽວກັບຂ່າວນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກກ່າວ​ວ່າ ລະ​ເບີດ​ທີ່​ຫ້າງ​ໄວ້​ໃນ​ລົດ​ຄັນ​ນຶ່ງ
ໄດ້​ແຕກ​ຂຶ້ນ​ຢູ່​ສະຖານີ​ລົດ​ເມທີ່​ມີ​ຜູ້​ຄົນອັ່ງ​ອໍ​ກັນ​ຢູ່​ຢ່າງ​ໜາ​ແໜ້ນ
ແຫ່ງນຶ່ງ​ໃນ​ນະຄອນຫຼວງ ເຮັດໃຫ້​ມີ​ຄົນ​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ
9 ຄົນ.

​ໃນ​ອີກ​ເຂດ​ນຶ່ງ​ໃນ​ກຸງ​ແບກ​ແດ໊ດ ລະ​ເບີດ​ທີ່​ຫ້າງ​ໄວ້​ໃນ​ລົດ​ອີກ
​ຄັນ​ນຶ່ງ ​ໄດ້​ເຮັດ​ໃຫ້​ພພົນລະ​ເຮືອນ​ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີວິດ
​ແລະ​ບາດ​ເຈັບ 12 ຄົນ.

​ເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ວ່າ ​ອີກ 16 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​
ໂຈມ​ຕີໃນ​ວັນ​ອາທິດ​ມື້​ນີ້ ​ທີ່ ນະຄອນຫລວງແບກ​ແດດ​ນັ້ນ ຊຶ່ງ​ມີ​ຂຶ້ນ​ໃນ​ເວລາ 3 ມື້ ​ຫຼັງ​ຈາກ​
ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ຈູດ​ກະນວນ​ລະ​ເບີດ​ໂຕ​ເອງ ​ໃນ​ກຸ່ມພວກ​ຖືກ​ເກນ​ໄປ​ເປັນ
ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຈຸ​ນຶ່ງ​ໃນ​ແບກ​ແດດ ​ເຮັດ​ໃຫ້ປະຊາຊົນຢູ່​ໃກ້ໆ​ນັ້ນ​ເສຍຊີວິດ​ໄປ
20 ປາຍ​ຄົ​ນ.

ຄວາມ​ຮຸນ​ແຮງ​ໃນ​ອີຣັກ​ໄດ້​ເພີ່ມ​ຂຶ້ນ​ເຖິງ​ລະດັບ​ທີ່​ບໍ່​ເຄີຍ​ເຫັນມາ​ກ່ອນ​ນັບ​ແຕ່​ປີ 2008 ​ເປັນ
​ຕົ້ນ​ມາ ​ເວລາ​ປະ​ເທດ​ດັ່ງກ່າວໄດ້​ໂຜ່​ໂຕ​ອອກ​ມາ​ຈາກ ​ຊ່ວງເວລາ​ແຫ່ງການ​ເຂັ່ນຂ້າ​ກັນ
ຢ່າງ​ໂຫດ​ຫ້ຽມ​ ລະຫວ່າງ​ນິກາຍ​ສາສະໜາຕ່າງໆ​ ນັ້ນ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີຫຼາຍ​ກວ່າ 8 ພັນ​ຄົນ ​ໄດ້ຖືກ​ຂ້າ​ຕາຍ​ໃນ​ອີຣັກ​ໃນ​ປີ​ແລ້ວ​ນີ້.

ວີດີໂອ: ສະຫະລັດໃຫ້ການຊ່ວຍເຫລືອ ແກ່ອິຣັກ ຢ່າງລະມັດລະວັງ ໃນການຕໍ່ສູ້ກັບ
ພວກຫົວຮຸນແຮງ:


US Cautiously Helps Iraq Fight Militants
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ
XS
SM
MD
LG