ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອາກາດປັ່ນປ່ວນ ອີກຄັ້ງນຶ່ງ ເຮັດໃຫ້ການຊອກຫາ ເຮືອບິນ AirAsia ຊັກຊ້າ


ອີກເທື່ອນຶ່ງ ສະພາບດິນຟ້າອາກາດປັ່ນປ່ວນ ໄດ້ເປັນອຸບປະ
ສັກຂັດຂວາງ ຕໍ່ການປະຕິບັດງານ ຊອກຄົ້ນຫາເຮືອບິນໂດຍ
ສານຂອງສາຍການບິນ AirAsia ໂດຍທີ່ເຈົ້າໜ້າທີ່ອິນໂດເນ
ເຊຍຄົນນຶ່ງເຕືອນວ່າ ອາດຈະໃຊ້ເວລາເຖິງນຶ່ງອາທິດກ່ອນທີ່
ຈະສາມາດຮູ້ໄດ້ວ່າ ເຮືອບິນທີ່ຕົກນັ້ນ ຢູ່ບ່ອນໃດແທ້.

ເຈົ້າໜ້າທີ່ອິນໂດເນເຊຍ​ ໄດ້ຫວັງວ່າ ສະພາບດິນຟ້າອາກາດ
ທີ່ດີຂຶ້ນໃນຕອນເຊົ້າຂອງວັນພະຫັດມື້ນີ້ ຈະຊ່ອຍອຳນວຍ​ໃຫ້
ດຳເນີນຄວາມພະຍາຍາມໃນການຊອກຄົ້ນຫາ ​ໄປ​ໄວ​ຂຶ້ນ​ໄດ້.
ແຕ່ຕົກມາຮອດຕອນບ່າຍໄດ້​ມີຝົນຕົກໜັກຢ່າງກະທັນຫັນຄັ້ງ
ໃໝ່ ແລະລົມແຮງ ເຮັດໃຫ້ ການຊອກຄົ້ນຫາຊາກຫັກພັງແລະ
ສົບຜູ້ເຄາະຮ້າຍ ໂດຍທາງເຮືອບິນເຮຣີຄອບເຕີ້ ຕ້ອງໄດ້ຢຸດ
ຊະງັກລົງ.

ມາຮອດປັດຈຸບັນນີ້ ມີແຕ່ 7 ສົບຂອງພວກຜູ້ໂດຍສານແລະພະນັກງານເຮືອບິນທັງໝົດ ຈຳນວນ 162 ຄົນໄດ້ຖືກນຳຂຶ້ນມາຈາກທະເລ Java ໃກ້ໆກັບເກາະບໍນຽວບ່ອນທີ່ເຮືອ
ບິນ Airbus 320 ໄດ້ປະສົບອຸບັດຕິເຫດຕົກໃນມື້ວັນອາທິດທີ່ຜ່ານມາຍ້ອນສະພາບດິນ ຟ້າອາກາດປັ່ນປ່ວນ.

ເຈົ້າໜ້າທີ່ ກ່າວໃນວັນພະຫັດມື້ນີ້ວ່າ ມີຢ່າງໜ້ອຍ 1 ສົບແລ້ວໄດ້ຖືກລະບຸ ແຕ່ບໍ່ໄດ້ເປີດ ເຜີຍໃຫ້ຊາບກ່ຽວກັບຊື່ສຽງຂອງຜູ້ກ່ຽວ.

ທ່ານ Toos Sanityyoso ເຈົ້າໜ້າທີ່ສືບສວນດ້ານຄວາມປອດໄພທາງອາກາດຂອງອິນ ໂດເນເຊຍ ກ່າວວ່າ ບູລິມະສິດອັນສຳຄັນສຸດ ກໍຄືຊອກຫາຈຸດຫລັກ ບ່ອນທີ່ເຮືອບິນຕົກ ແຕ່ກໍເຕືອນວ່າ ມັນອາດຈະໃຊ້ເວລາຢ່າງໜ້ອຍນຶ່ງອາທິດ ກ່ອນທີ່ຈະພົບເຫັນເຄື່ອງບັນ ທຶກຂໍ້ມູນ ແລະສຽງຈາກຫ້ອງຄົນຂັບເຮືອບິນ ທີ່ເອີ້ນວ່າ Black Box ນັ້ນ.

ພວກເຈົ້າໜ້າທີ່ສືບສວນແມ່ນໃຫ້ຄວາມສົນໃຈເປັນພິເສດ ​ແກ່ການກວດກາເບິ່ງຢ່າງລະ ອຽດໃນບໍລິເວນທີ່ການຊອກຄົ້ນຫາທາງອາກາດໃນມື້ວັນພຸດຜ່ານມາໄດ້ພົບເຫັນໃນອັນ ທີ່ປາກົດວ່າ ເປັນເງົາຂະໜາດໃຫຍ່ ຢູ່ໃນບໍລິເວນທີ່ນ້ຳທະເລຂ້ອນຂ້າງຕື້ນ.

ແຕ່ເຈົ້າໜ້າທີ່ກໍກ່າວເນັ້ນວ່າ ຍັງບໍ່ທັນມີການຢືນຢັນເທື່ອວ່າ ເງົາດັ່ງກ່າວເປັນລຳໂຕຂອງ ເຮືອບິນ ດັ່ງທີ່ບາງຄົນໄດ້ຄາດຄະເນກັນນັ້ນ.

ASIA MISSING PLANE VOSOTVO
please wait

No media source currently available

0:00 0:01:19 0:00

XS
SM
MD
LG