ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອັອສເຕຣຍ ລົງຄະແນນສຽງ ຫຼັງຈາກການ ໂຄສະນາຫາສຽງ ທີ່ມີລັກສະນະແບ່ງແຍກ


ພວກປະທ້ວງທີ່ໃຈຮ້າຍ ຖືປ້າຍປະທ້ວງດ້ວຍຄຳເວົ້າຫຍາຍ
ຄາຍຍ່າງປະທ້ວງຕໍ່ຕ້ານຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາ
ທິບໍດີ ອະນຸລັກນິຍົມ ທ່ານ Norbert Hofer ໃນນະຄອນຫຼວງ ວຽນນາ. 3 ທັນວາ, 2016. (L. Ramirez/VOA)
ພວກປະທ້ວງທີ່ໃຈຮ້າຍ ຖືປ້າຍປະທ້ວງດ້ວຍຄຳເວົ້າຫຍາຍ ຄາຍຍ່າງປະທ້ວງຕໍ່ຕ້ານຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາ ທິບໍດີ ອະນຸລັກນິຍົມ ທ່ານ Norbert Hofer ໃນນະຄອນຫຼວງ ວຽນນາ. 3 ທັນວາ, 2016. (L. Ramirez/VOA)

ປະຊາຊົນ ອອສເຕຣຍ ໄດ້ພາກັນໄປສະຖານທີ່ປ່ອນບັດໃນວັນອາທິດມື້ນີ້ ທີ່ອາດເຮັດໃຫ້ ຜູ້ນຳໜ້າໃນການແຂ່ງຂັນທ່ານ Norbert Hofer ຖືກເລືອກເອົາ ເປັນປະທານາທິບໍດີຫົວ ອະນຸລັກນິຍົມຈັດຄົນທຳອິດຂອງ ອອສເຕຍ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ບັນດາຜູ້ລົງຄະແນນສຽງໄດ້ຖືກກະຕຸ້ນໂດຍຄວາມຄິດເຫັນຕໍ່ຕ້ານ ບັນດາຜູ້ນຳການເມືອງ ແລະ ບໍ່ພໍໃຈ ກ່ຽວກັບ ບັນຫາຄົນເຂົ້າເມືອງ, ພາລະດ້ານການເງິນ ກ່ຽວກັບ ອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານ ຜູ້ທີ່ເກັບກ່ຽວຜົນປະໂຫຍດ ຈາກລະບົບສະຫວັດດີການຂອງ ອອສເຕຣຍ, ແລະ ການໂຈມຕີກໍ່ການຮ້າຍຫຼາຍຄັ້ງຂອງ ຢູໂຣບ ໃນປີກາຍນີ້ ເຊິ່ງຕາມມາ ຈາກການເລີ່ມຕົ້ນຂອງວິກິດການຜູ້ຍົກຍ້າຍຖິ່ນຖານ.

ການປ່ອນບັດໃນວັນອາທິດມື້ນີ້ ແມ່ນຈັດຂຶ້ນເປັນຮອບທີສອງຫຼັງຈາກຜົນຂອງການລົງຄະ ແນນສຽງຄັ້ງທຳອິດໃນເດືອນມິຖຸນາຖືກຍົກເລີກຍ້ອນຄວາມບໍ່ເປັນລະບຽບ.

ບັນດານັກວິເຄາະໄດ້ກ່າວວ່າ ການແຂ່ງຂັນ ລະຫວ່າງ ຜູ້ສະໝັກອະນຸລັກນິຍົມ ທ່ານ Hofer ຈາກພັກເສລີພາບ ທີ່ຕໍ່ຕ້ານພວກອິສລາມ, ແລະ ຄູ່ແຂ່ງຂັນຂອງທ່ານ, ທ່ານ Alexander Van Der Bellen ສະມາຊິກພັກສີຂຽວ, ແມ່ນມີຄະແນນໃກ້ຄຽງກັນໂພດສຳ ລັບການຄາດເດົາໃນເວລາບໍ່ເທົ່າໃດຊົ່ວໂມງ ກ່ອນສະຖານທີ່ປ່ອນບັດໄດ້ໄຂຂຶ້ນໃນວັນ ອາທິດມື້ນີ້, ໂດຍສະຖານທີ່ປ່ອນບັດບາງແຫ່ງສະແດງໃຫ້ເຫັນວ່າ ທ່ານ Hofer ອະດີດ ນັກວິສະວະກອນອາວະກາດ ມີຄະແນນນຳໜ້າໜ້ອຍໜຶ່ງ.

ການໂຄສະນາຫາສຽງແມ່ນຍາວນານ ແລະ ດຸຮ້າຍ.

ຜູ້ປະທ້ວງຄົນໜຶ່ງ ຖືປ້າຍໃນການຊຸມນຸມຕໍ່ຕ້ານທ່ານ Hofer ໃນນະຄອນຫຼວງ ວຽນນາ.
ຜູ້ປະທ້ວງຄົນໜຶ່ງ ຖືປ້າຍໃນການຊຸມນຸມຕໍ່ຕ້ານທ່ານ Hofer ໃນນະຄອນຫຼວງ ວຽນນາ.

ຂ່າວພາດຫົວຂໍ້ຂອງໜັງສືພິມສະບັບໜຶ່ງໃນວັນເສົາວານນີ້ໄດ້ອະທິບາຍວ່າເປັນ “ການ ເລືອກຕັ້ງແຫ່ງຄວາມຄຽດຊັງ,” ສະທ້ອນໃຫ້ເຫັນການຫຸ້ມລ້ອມດ້ວຍຄວາມກົດດັນ ໃນ ບັນດາຜູ້ສະໜັບສະໜູນອະນຸລັກນິຍົມຂອງທ່ານ Hofer ແລະ ຄວາມຢ້ານກົວ ແລະ ຄວາມຂົມຂື່ນ ລະຫວ່າງ ຜູ້ກ່າວຮ້າຍຈາກພັກຝ່າຍຊ້າຍຂອງທ່ານ ຜູ້ທີ່ໄດ້ຕັ້ງເຄື່ອງ

ໝາຍໃຫ້ທ່ານວ່າເປັນພວກ ນາຊີ ສຳລັບການຢືນຢັດຕໍ່ຕ້ານຄົນເຂົ້າເມືອງຂອງທ່ານ ໃນວິ ກິດການຜູ້ຍົກຍ້າຍຖິ່ນຖານຂອງ ຢູໂຣບ ທີ່ໄດ້ຮັບເອົາອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານ ຫຼາຍກວ່າໜຶ່ງລ້ານຄົນ ເດີນທາງເຂົ້າ ຢູໂຣບ ໃນປີກາຍນີ້, ເຊິ່ງຫຼາຍຄົນໄດ້ເດີນທາງຜ່ານ ປະເທດ ອອສເຕຣຍ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Austria Election
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG