ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣຍ ກ່າວວ່າ ເສັ້ນທາງ ຜ່ານແຫຼມ Balkan ຂອງ ອົບພະຍົບ ຄວນຈະປິດຕໍ່​ໄປ


ພວກອົບພະຍົບ ຍ່າງໄປຂຶ້ນທະບຽນ ແລະ ເຂົ້າຄ້າຍຜ່ານ ແດນຊົ່ວຄາວ ຫຼັງຈາກໄດ້ເຂົ້າໄປເຖິງປະເທດ ມາເຊໂດເນຍ ຈາກປະເທດກຣິສ ຢູ່ໃກ້ກັບເມືອງ Gevgelija ຢູ່ທາງພາກ ໃຕ້ຂອງມາເຊໂອເນຍ, ວັນເສົາທີ 5 ມີນາ 2016.
ພວກອົບພະຍົບ ຍ່າງໄປຂຶ້ນທະບຽນ ແລະ ເຂົ້າຄ້າຍຜ່ານ ແດນຊົ່ວຄາວ ຫຼັງຈາກໄດ້ເຂົ້າໄປເຖິງປະເທດ ມາເຊໂດເນຍ ຈາກປະເທດກຣິສ ຢູ່ໃກ້ກັບເມືອງ Gevgelija ຢູ່ທາງພາກ ໃຕ້ຂອງມາເຊໂອເນຍ, ວັນເສົາທີ 5 ມີນາ 2016.

ລັດຖະມົນຕີ ກະຊວງພາຍໃນ ອອສເຕຣຍ ທ່ານນາງ Johanna
Mikl-Leitner ກ່າວວ່າ ເສັ້ນທາງ Balkan ຂອງອົບພະຍົບ
ຄວນຈະປິດຕໍ່​ໄປ ຫຼັງຈາກ ປະເທດ Slovenia, Macedonia,
Serbia ແລະ Croatia ໄດ້ປິດຊາຍແດນຂອງຕົນ ໃນສັບປະ
ດານີ້ ຕໍ່ອົບພະຍົບທັງໝົດ ຍົກເວັ້ນແຕ່ພວກທີ່ມີແຜນ ທີ່ຈະຂໍ
ລີ້ໄພ ຢູ່ພາຍໃນຊາຍແດນຂອງປະເທດຕົນ.

ທ່ານນາງ Mikl-Leitner ໄດ້ບອກຕໍ່ ໜັງສືພິມລາຍວັນ Die
Welt ຂອງເຢຍຣະມັນ ສະບັບວັນພະຫັດມື້ນີ້ວ່າ ເສັ້ນທາງ
Balkan ຜ່ານບັນດາປະເທດ​ເຫລົ່ານັ້ນ ຄວນຈະ​ຖືກປິດຢ່າງ
​ເປັນ​ການຖາວອນ ໂດຍກ່າວວ່າ “ເວລາຈະບໍ່ຫັນກັບຄືນໄດ້.”

ພວກເດັກນ້ອຍ ຢູ່ສູນອົບພະຍົບ Idomeni ທີ່ຕັ້ງຢູ່ລະຫວ່າງ ຊາຍແດນ ຂອງປະເທດ ກຣິສ ແລະ ມາເຊໂດເນຍ, ວັນທີ 8 ມີນາ 2016. (Jamie Dettmer for VOA)
ພວກເດັກນ້ອຍ ຢູ່ສູນອົບພະຍົບ Idomeni ທີ່ຕັ້ງຢູ່ລະຫວ່າງ ຊາຍແດນ ຂອງປະເທດ ກຣິສ ແລະ ມາເຊໂດເນຍ, ວັນທີ 8 ມີນາ 2016. (Jamie Dettmer for VOA)

​ໃນຂະນະດຽວກັນ ອົງການຂ່າວຕ່າງໆ ຂອງເທີກີ ກ່າວວ່າ ອົບພະຍົບ 5 ຄົນ ລວມທັງ
ເດັກທາລົກອາຍຸ 3 ເດືອນ ໄດ້ຈົມນ້ຳຕາຍ ຢູ່ນອກຝັ່ງທາງພາກຕາເວັນຕົກຂອງເທີກີ
ຫຼັງຈາກເຮືອຂົນສົ່ງພວກເຂົາເຈົ້າ ໄປ ປະເທດກຣິສ ໄດ້ຫລົ້ມ ໃນລະຫວ່າງການເດີນ
ທາງ ໄປຍັງເກາະ Lesbos.

ມີລາຍງານວ່າ 9 ຄົນ ຖືກຊ່ອຍເຫຼືອຂຶ້ນມາໄດ້ ຈາກເຮືອທີ່ບັນທຸກຊາວອົບພະຍົບ
ອັຟການິສຖານ ແລະ ອີຣ່ານ. ອົບພະຍົບສອງຄົນ ແມ່ນຍັງຫາຍສາບສູນຢູ່.

ເດັກຊາຍຄົນນຶ່ງຍ່າງຜ່ານຕົມ ຢູ່ໃນຄ້າຍອົບພະຍົບ ທີ່ເສື່ອມໂຊມ ຕັ້ງຢູ່ຊາຍແດນລະຫວ່າງ ປະເທດມາເຊໂດເນຍ ແລະ ເຊີເບຍ ໃກ້ກັບຄຸ້ມ Tabanovce ທາງພາກເໜືອຂອງມາເຊໂດເນຍ, ວັນອັງຄານ ທີ 8 ມີນາ 2016.
ເດັກຊາຍຄົນນຶ່ງຍ່າງຜ່ານຕົມ ຢູ່ໃນຄ້າຍອົບພະຍົບ ທີ່ເສື່ອມໂຊມ ຕັ້ງຢູ່ຊາຍແດນລະຫວ່າງ ປະເທດມາເຊໂດເນຍ ແລະ ເຊີເບຍ ໃກ້ກັບຄຸ້ມ Tabanovce ທາງພາກເໜືອຂອງມາເຊໂດເນຍ, ວັນອັງຄານ ທີ 8 ມີນາ 2016.

​ອົບພະຍົບຫຼາຍພັນຄົນ ຈາກຊີເຣຍ ແລະ ປະເທດອື່ນໆ ໃນເວລານີ້ ແມ່ນຕົກຄ້າງຢູ່ໃນ
ປະເທດກຣິສ ຊຶ່ງ​ພວກ​ເຂົາ​ເຈົ້າຈະ​ບໍ່​ບັນລຸເປົ້າໝາຍ ​ໃນການໄປຍັງພາກເໜືອ ຂອງ
ຢູໂຣບ ຫຼັງຈາກ Macedonia ໄດ້ປິດຊາຍແດນຂອງຕົນ ໃນວັນພຸດວານນີ້.

ຕຳຫຼວດມາເຊໂດເນຍ ໄດ້ປິດຊາຍແດນ ນຶ່ງມື້ ຫຼັງຈາກ Slovenia, Macedonia,
Serbia ແລະ Croatia ໄດ້ປະກາດການປິດຊາຍແດນຂອງພວກຕົນ ຕໍ່ອົບພະຍົບ
ທັງໝົດທີ່ປະສົງຂໍຜ່ານປະເທດ ໂດຍມີຂໍ້ຍົກເວັ້ນ ​ສຳລັບ ພຽງແຕ່ພວກທີ່ຂໍລີ້ໄພ ເທົ່ານັ້ນ.

EU Migrants
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG