ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Tony Abbott ເຕືອນ​ປະຊາຊົນ Australia ກ່ຽວ​ກັບ ກຸ່ມ IS


د کابل د کارتې سخي په قبرستان کې یو افغان د خوږو د خرڅولو په حال کې.
د کابل د کارتې سخي په قبرستان کې یو افغان د خوږو د خرڅولو په حال کې.

ນາຍົກລັດຖະມົນຕີ Australia ທ່ານ Tony Abbott ​ໄດ້​ອອກ​ຄຳ​ເຕືອນ​ໃຫ້​ປະຊາຊົນ ວັນ​ພະຫັດ​ມື້​ນີ້ ກ່ຽວ​ກັບ “​ເປົ້າ​ໝາຍທົ່ວ​ໂລກ” ຂອງ​ກຸ່ມພວກ​ຫົວຮຸນ​ແຮ​ງຈັດ ລັດ​ອິສລາມ ​ແລະ ​ໄດ້​ກ່າ​ວ​ວ່າ ຕ້ອງ​ໄດ້​ພະຍາຍາມ​ເພີ່ມ​ເຕີມໃນການ​ປະຕິ​ບັດ​ ເພື່ອ​ຕໍ່ຕ້ານກັບການ​ໂຄສະນາ​ດຶງ​ດູ​ດຂອງພວກ​ຫົວ​ຮຸນ​ແຮງ​ຈັດໃນວົງ​ກວ້າງ ຂອງ​ອົງ​ກອນ​ດັ່ງກ່າວ.

ທ່ານ Abbott ​ໄດ້ກ່າວ​ໃນ​ນະຄອນ Sydney ​ໃນຄຳ​ປາ​ໄສ​ເປີດ​ກອງ​ປະຊຸມ​ພາກ​ພື້ນ ທີ່​ແນ​ເປົ້າ​ເພື່ອ​ຊ່ວຍ​ເຫຼືອລັດຖະບານ​ໃຫ້​ເພີ່ມ​ແຜນ ການເຊິ່ງລວມ​ເປັນ​ໜຶ່ງ​ດຽວ​ເພື່ອ​ໂ​ຕ້ຕອບ ​ແລະ ປ້ອງ​ກັນ​ການເຜີຍ​ແຜ່​ໂຄສະນາ​ຊວນ​ເຊື່ອ​ຂອງ​ພວກ​ກໍ່​ການ​ຮ້າຍ.

“ພວກ​ Daesh ແມ່ນກຳລັງມາ, ຖ້າພວກມັນສາມາດເຮັດ, ກັບທຸກໆຄົນ ແລະ ກັບທຸກໆ ລັດຖະບານ ດ້ວຍຂໍ້ຄວາມວ່າ: ‘ຍອມຕາມ ຫຼື ຕາຍ.’” ທ່ານ Abbott ​ໄດ້​ເວົ້າ, ​ໂດຍ​ໃຊ້​ອີກຊື່​ນຶ່ງສຳລັບ​ພວກ​ກຸ່ມຫົວ​ຮຸ​ນ​ແຮງ​ຈັດ. “ການ​ປະ​ກາດອານາຈັກ​ຂອງ​ສາສະໜາ​ອິສລາມ ຫຼື Caliphate, ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້, ເປັນການ​ອ້າງ​ອີງທີ່ໜ້າ​ບໍ່​ອາຍ​ເພື່ອ​ການປົກຄອງ​ໂລກ. ຕອນ​ນີ້, ເຈົ້າບໍ່​ສາມາດເຈລະຈາ​ກັບ​ບຸກຄົນ​ແນວ​ນີ້, ​ເຈົ້າພຽງ​ແຕ່​ສາມາດ​ຕໍ່​ສູ່​ກັບ​ມັນ​ເທົ່າ​ນັ້ນ.”

ທ່ານ​ນາຍົກລັດຖະມົນຕີກ່າວວ່າ Australia ​ແມ່ນກຳລັງ​ຊອກ​ຫາ​ວິທີ​ທາງທີ່ເຂັ້ມ​ງວດ​ກັບ​ປະຊາຊົນ​ຂອງ​ພວກຕົນ ​ເພື່ອ​ຕໍ່ສູ້​ກັບ​ພວກ​ກຸ່ມກໍ່​ການ​ຮ້າຍ​ຕ່າງປະ​ເທດ, ການ​ກະທຳທີ່ທ່ານ​ໝາຍເຖິງ​ເປັນ “ຮູບ​ແບບ​ການ​ກະບົດ​ຍຸກໃໝ່.”

​ແຕ່​ວ່າ​ຜູ້​ນຳ​ອະນຸ​ລັກ​ນິຍົມ ​ໄດ້​ຍອມຮັບ​ວ່າ “ການ​ປ້ອງ​ກັນ​ທີ່​ໄດ້ຜົນ​ອັນ​ແທ້​ຈິງ​ວິທີ​ດຽວ​ຕໍ່​ພວກ​ກໍ່​ການ​ຮ້າຍ​ ແມ່ນ​ການຊັກ​ຊວນ​ໃຫ້​ປະຊາຊົນ​ຮູ້​ວ່າ ​ມັນ​ບໍ່​ມີ​ຈຸດ​ໝາຍ.”

ທ່ານ​ໄດ້​ກ່າວ​່າ “ນອກ​ເໜືອ​ທັງ​ໝົດ​ນັ້ນ, ພວກ​ເຮົາ​ຕ້ອງການໃຫ້​ປະຊາຊົນ​ໄວ​ໜຸ່ມຊຶ່ງ​ຍຶດຖື​ໃນ ອຸດົມ​ຄະ​ຕິ​ໃຫ້​ສຳ​ນຶກ​ວ່າ ການ​ເຂົ້າ​ຮ່ວມ​ກຸ່ມສາສະໜາ​ທີ່​ບູຊາ​ຄວາມ​ຕາຍ ​ແມ່ນ​ວິທີ​ການ​ສະ​ແດງ​ຄວາມ​ເສຍສະຫຼະ​ທີ່​ມີຄວາມ​ເຂົ້າ​ໃຈຜິດ​ຢ່າງ​ທີ່​ສຸດ.

ກອງ​ປະຊຸມ​ສອງ​ມື້ ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ໂດຍ​ເຈົ້າ​ໜ້າ​ທີ່​ຈາກ​ປະມານ 30 ປະ​ເທດ ພ້ອມ​ທັງ ຜູ້​ແທນ​ຈາກ​ບໍລິສັດ ​ເທັກ​ໂນ​ໂລ​ຈີ​ໃຫຍ່, ລວມທັງ Facebook, Twitter ​ແລະ Google.

AUSTRALIA TERROR
please wait
Embed

No media source currently available

0:00 0:02:24 0:00

XS
SM
MD
LG