ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອອສເຕຣເລຍ ຕຽມໄປປ່ອນບັດ ທີ່ເນັ້ນໜັກ ໃສ່ດ້ານເສດຖະກິດ


ນາຍົກລັດຖະມົນຕີ ທ່ານ Malcolm Turnbull ທັກທາຍກັບຝູງ ຊົນ ທີ່ຄຸ້ມ Burwood ໃນນະຄອນ Sydney ປະເທດ Australia ວັນສຸກທີ 1 ກໍລະກົດ, 2016.
ນາຍົກລັດຖະມົນຕີ ທ່ານ Malcolm Turnbull ທັກທາຍກັບຝູງ ຊົນ ທີ່ຄຸ້ມ Burwood ໃນນະຄອນ Sydney ປະເທດ Australia ວັນສຸກທີ 1 ກໍລະກົດ, 2016.

ຊາວ​ອອສ​ເຕ​ຣເຣຍ ກຳລັງ​ພາກັນ​ຕຽມ ​ທີ່​ຈະ​ໄປ​ປ່ອນ​ບັດ ​ໃນ​ການ​ເລືອກ​ຕັ້ງ​ລັດຖະ ບານ​ກາງ ​ທີ່ມີ​ຄະ​ແນນ​ສຽງ​ໃກ້​ຄຽງ​ກັນ​ ໃນ​ວັນ​ເສົາ​ມມື້​ອຶ່ນນີ້ ບ່ອນ​ທີ່​ປະ​ເທດ​ດັ່ງກ່າວຈະ​ຕັດ​ສິນ​ໃຈ​ວ່າພັກ​ສຽງ​ສ່ວນ​ນ້ອຍ​ຈະສາມາດໂຄ່ນລົ້ມລັດຖະບານ ​ທີ່ກຳລັງ​ປົກຄອງປະ​ເທດ​ໃນ​ປັດ​ຈຸ​ບັນ ​ໄດ້​ຫລື​ບໍ່.

​ໃນ​ຂະນະ​ທີ່ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ ຄົນ​ເຂົ້າ​ເມືອງ ​ແລະ​ການ​ສຶກສາ​ເປັນ​ເລື້ອງທີ່ສຳຄັນກໍ​ຈິງ​ຢູ່ ​ແຕ່ແມ່ນ​ເລື້ອງ​ເສດຖະກິດ​ຊຶ່ງ​ມີ​ທ່າ​ທາງ​ວ່າ​ຈະ​ເປັນຜູ້ ຕັດສິນ​ຊີ້ຂາດ​ວ່າ​ພັກ​ໃດ​ຈະ​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະ. ອອສ​ເຕ​ຣ​ເລຍ​ໄດ້​ຫລີກ​ລ່ຽງ ຈາກ​ສະພາບ​ເສດຖະກິດທົດ​ຖອຍມາ​ໄດ້ 25 ປີ​ແລ້ວ ​ແຕ່ໃນ​ອະນາຄົດຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ໃນ​ຂະນະ​ທີ່ການ​ສົ່ງ​ອອກ​ຊັບພະຍາກອນ​ເພື່ອ​ສະໜອງ​ຕອບ​ຕໍ່​ຄວາມ ຕ້ອງການ​ຂອງຈີນ​ ​ໃນ​ດ້ານ​ແຮ່ເຫລັກ ​ແລະ​ຖ່ານ​ຫີນ ຍັງ​ສືບ​ຕໍ່​ຫລຸດ​ນ້ອຍ​ຖອຍ​ລົງ.

ຢູ່​ທີ່​ນະຄອນ Sydney ​ເຄື່ອງ​ຍົກ​ໃນ​ການ​ກໍ່ສ້າງ​ແມ່ນ​ຄອບ​ງໍາ​ຕຶກ​ສູງ ​ໃນ​ຂະນະ​ທີ່​ຕຶກ​ຫ້ອງ​ແຖວ​ໃໝ່ປາ​ກົດ​ຂຶ້ນ​ມາ​ເປັນ​ກຸ່ມໆ​ ຢູ່​ຄຽງ​ຂ້າງ​ກັບລະບົບ​ການ​ເຊື່ອມຕໍ່ໃນ​ດ້ານການ​ຄົມມະ ນາ​ຄົມ ທີ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ​ໃນ​ຂະນະ​ທີ່​ການ​ຂຸດ​ຄົ້ນແຮ່​ທາດ​ທີ່​ງອກ​ງາມ​ມາ​ເປັນ​ເວລາ​ດົນ​ນານ​ກຳລັງ​ຈະ​ສິ້ນ​ສຸດ​ລົງ ອອສເຕ​ເລຍ ​ແມ່ນ​ຈະ​ກາງ​ຕໍ່ໃສ່ການ​ຟື້ນຟູ​ໃນອຸດ ສາຫະກຳ​ການ​ກໍ່ສ້າງ ພ້ອມ​ດ້ວຍ​ການ​ຜະລິດ ການທ່ອງທ່ຽວ ​ແລະ​ກະ​ເສດ​ຕະກຳ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull, ຊ້າຍ, ແລະ ຜູ້ນຳຝ່າຍຄ້ານ ທ່ານ Bill Shorten.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull, ຊ້າຍ, ແລະ ຜູ້ນຳຝ່າຍຄ້ານ ທ່ານ Bill Shorten.

ແຕ່​ວ່າການ​ຕັດສິນ​ໃຈ​ຂອງ​ອັງກິດ​ໃນ​ການ​ຖອນ​ໂຕ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ ​ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ອັນ​ໃຫຍ່​ຫລວງ​ຢູ່​ທີ່​ນີ້ ​ແລະ​ບັນດາ​ຜູ້ນຳ​ການ​ເມືອງອອ​ສ​ເຕຣເລຍ ​ໄດ້ເນັ້ນໜັກ​ເລື້ອງ​ຄວາມ​ປອດ​ໄພ​ທາງ​ດ້ານ​ເສດຖະກິດເປັນ​ໝາກ​ຫົວ​ໃຈ​ຂອງ​ການ​ໂຄສະນາ​ຫາ​ສຽງຂອງ​ເຂົາ​ເຈົ້າ.

​ນາ​ຍົກ​ລັດຖະມົນ​ຕີ Malcolm Turnbull ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ວ່າ ປະ​ເທດ​ຊາດຕ້ອງການ​ສະຖຽນລະພາບ ທີ່​ລັດຖະບານ​ປະສົມ​ເປັນກາງ​ອຽງ​ຂວາ​ຂອງທ່ານ ​ສາມາດ​ສະໜອງ​ຕອບ​ໄດ້.

ແຕ່​ວ່າຜູ້ນຳ​ຝ່າຍ​ຄ້ານຂອງ​ພັກ​ແຮງ​ງານ ທ່ານ Bill Shorten ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ວ່າ ນາ​ຍົກ​ລັດຖະມົນຕີເປັນ​ຜູ້ນຳ​ທີ່​ອ່ອນ​ແອ ຄື​ກັນ​ກັບ​ຄູ່​ຕຳ​ແໜ່​ງ ຝ່າຍອັງກິດ​ ທີ່​ໄດ້​ລາ​ອອກ​ໄປ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Australia Election
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG