ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍວ່າ ທະຫານຂອງຕົນ ກຳລັງລໍຖ້າ ການປົກປ້ອງ ດ້ານກົດໝາຍ ຈາກອີຣັກ


ນາຍົກລັດຖະມົນຕີອອສ​ເຕຣ​ເລຍ Tony Abbott
ນາຍົກລັດຖະມົນຕີອອສ​ເຕຣ​ເລຍ Tony Abbott

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbott ກ່າວ​
ວ່າ ລັດຖະບານ​ອີຣັກ ຍັງ​ບໍ່​ທັນ​ໄດ້​ສະໜອງ​ການ​ປົກ​ປ້ອງ​ທາງ​
ດ້ານ​ກົດໝາຍ​ທີ່​ຈຳ​ເປັນເທື່ອ​ ​ໃຫ້​ແກ່​ພວກ​ທະຫານ​ອອສ​ເຕຣ
​ເລຍ​ທີ່​ສົ່ງ​ໄປ​ໃຫ້​ຄຳແນະນຳ ແລະ​ຊ່ອຍ​ເຫຼືອ​ກຳລັງ​ຮັກສາ​ຄວາມ​
ປອດ​ໄພ​ອີຣັກ​ ໃນ​ການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ນັ້ນ.

ທ່ານ Abbott ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ກຳລັງພິ​ເສດ 200 ຄົນ
ຂອງອອສ​ເຕຣ​ເລຍ ​ຍັງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ອີຣັກ​ໄດ້​ເທື່ອ ​ແຕ່​
ທ່ານ​ຄາດ​ວ່າ ​ຂໍ້​ຕົກລົງຈະ​ບັນລຸ​ກັນໄດ້ ໃນ​ໄວໆ​ນີ້.

ທ່ານ​ໄດ້​ປະຕິ​ເສດ​ຕໍ່​ການ​ມີ​ບົດບາດ​ສູ້​ລົບ​ໃດໆ​ ຂອງ​ພວກ​ທະຫານ​
ອອສເຕຣ​ເລຍ​ ຢູ່​ທາງ​ພາກ​ພື້ນ​ດິນ. ​ໃນ​ສັບປະດາ​ແລ້ວ​ນີ້​ເຮືອບິນ​ລົບ​ໄອ​ພົ່ນ​ຂອງ​ອອສ​ເຕຣ​ເລຍ 6 ລຳ ​ໄດ້​ສົມທົບ​ກັບແນວ​ໂຮມ​ພາຍ​ໃຕ້​ການນຳພາຂອງ​ສະຫະລັດ ​ທຳການ​ໂຈມ​ຕີ​
ທາງ​ອາກາດ​ຕໍ່​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ໃນ​ອີຣັກ.

ການຕໍ່ສູ້ຍາດເອົາ ເມືອງໂກບານີ ຍັງດຳເນີນຕໍ່ໄປ:

​ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກໍ​ໄດ້ຮຽກ
ຮ້ອງ​ຄວາມ​ສົນ​ໃຈ ​ໄປ​ໃສ່​ການ​ລັກພາ​ໂຕ ການ​ກົດ​ຂີ່ເປັນ​ທາດ ​ແລະ​ການ​ຂົ່ມຂືນ​ສຳ​ເລົາ​ ພວກ​ແມ່ຍິງ​ຜູ້​ໃຫຍ່​ແລະ​ເດັກ​ສາວ​ອີຣັກຊົນ​ກຸ່ມ​ນ້ອຍ ​ໂດຍ​ພວກ​ຫົວ​ຮຸນ​ແຮງນັ້ນ ​ຊຶ່ງ​ທ່ານ​ກ່າວ ວ່າ ສິ່ງ​ເຫຼົ່ານັ້ນ​ແມ່ນເປັນ​ໂຕ​ຢ່າງ​ຫຼ້າ​ສຸດຂອງ​ “ຄວາມ​ຊົ່ວ​ຊ້າ ​ແລະ​ອັບ​ປະມົງ​ຄົນ”​ ຂອງ​ກຸ່ມ​ດັ່ງກ່າວ.

ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ທ່ານ Kerry ກ່າວ​ວ່າ ການລ່ວງ​ລະ​ເມີດ​ຕໍ່​ພວກ​ແມ່ຍິງ​ຊາວ Yazidi ​ແລະ​ຊົນ​ເຜົ່າ ນ້ອຍກຸ່ມ​ອື່ນໆ ​ແມ່ນຮວມທັງ​ພວກ​ເດັກຍິງ​ ອາຍຸພຽງ 12 ຂວບ ​ແລະ​ວ່າ ພວກ​ຫົວ​ຮຸນ​ແຮງ​ກ່າວ​ອ້າງເຫດຜົນ​ ສຳ​ຫລັບຄວາມ​ປະພຶດ​ຂອງ​ພວກ​ເຂົາວ່າ “ສາສະໜາອະນຸຍາດ​ໃຫ້​ເຮັດ​ໄດ້.”

ວີດີໂອ: ບັນດາຜູ້ນຳທະຫານສະຫະລັດ ກັບຕ່າງປະເທດ ຫາລືກັນ ເລື້ອງການຕໍ່ຕ້ານ ກຸ່ມລັດອິສລາມ ຢູ່ວໍຊິງຕັນ, ວັນອັງຄານ ທີ 14 ຕຸລາ:

islamicstate15october14
please wait

No media source currently available

0:00 0:00:48 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG