ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊອກຄົ້ນຫາ ເຮືອບິນ ມາເລເຊຍ ທີ່ຫາຍສາບສູນໄປ ຍັງຈະໃຊ້ເວລາ ຕື່ມອີກ (ສະໄລດ໌/ວີດີໂອ)


ເຮືອບິນ ແລະກຳປັ່ນ Ocean Shield ຂອງປະເທດອອສເຕຣເລຍ ກຳລັງປະຕິບັດງານ ຊອກຄົ້ນຫາ ເຮືອບິນມາເລເຊຍ ທີ່ ມະຫາສະມຸດອິນເດຍ.
ເຮືອບິນ ແລະກຳປັ່ນ Ocean Shield ຂອງປະເທດອອສເຕຣເລຍ ກຳລັງປະຕິບັດງານ ຊອກຄົ້ນຫາ ເຮືອບິນມາເລເຊຍ ທີ່ ມະຫາສະມຸດອິນເດຍ.
ນາຍົກລັດຖະມົນຕີ ອອສ​ເຕຣ​ເລຍ ທ່ານ Tony Abbott
ກ່າວ​ໃນ​ວັນ​ເສົາມື້​ນີ້​ວ່າ ຈະ​ໃຊ້​ເວລາ​ນນານ​ ໃນ​ການຊອກ
​ຄົ້ນ​ຫາ​ເຮືອບິນ​ໂດ​ຍສານ ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ ​ໄປ
ເມື່ອ​ຫ້າ​ອາທິດ​ກ່ອນ.

ທ່ານ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ບໍລິເວນທີ່​ຊອກ​ຄົ້ນ​ຫາ​ ໄດ້
​ຈ້ອມ​ເຂົ້າຢ່າງຫລວງ ຫລາຍ ​ແຕ່​ການພະຍາຍາມ​ຊອກ​ຫາ​
ສິ່ງໃດສິ່ງນຶ່ງ ທີ່ຢູ່ເລິກລົງໄປຫ້າ​ກິ​ໂລ​ແມັດ ຈາກ​ໜ້າ​ມະຫາ
​ສະມຸດ​ອິນ​ເດຍ ທີ່ຢູ່​ຫ່າງໄກ​ອອກໄປ ຈາກ​ແຜ່ນດິນ​ໃຫຍ່
ກວ່ານຶ່ງ ພັນກິ​ໂລ​ແມັດນັ້ນ ແມ່ນເປັນພາລະກິດອັນໃຫຍ່
ຫຼວງ​ ທີ່​ຈະ​ຕ້ອງ​ດຳ​ເນີນ​ໄປ ​ເປັນ​ເວລາ​ນານ​ສົມຄວນ.

ບໍ່ໄດ້​ຍິນ​ສຽງ​ສັນຍານໃໝ່ໃດໆ​ຈາກ​ພື້ນ​ທະ​ເລຕື່ມອີກ ​ໃນ​ວັນ​ເສົາ​ມື້​ນີ້ ຈາ​ກ​ເຮືອ ບິນ​ທີ່
​ຫາຍ​ສາ​ບສູນ​ໄປ ​ໃນ​ຂະນະ​ທີ່ການຊອກຄົ້ນຫາ ເຄື່ອງບັນທຶກຂໍ້ມູນຂອງເຮືອບິນ ຍັງ
ດຳເນີນຢູ່ຕໍ່ໄປ. ​ທ່ານ Abbott ກ່າວໃນວັນ​ເສົາມື້ນີ້ ຊຶ່ງ​ເປັນ​ມື້​ສຸດ​ທ້າຍ​ ​ໃນ​ການ​ຢ້ຽມ
ຢາມປະ​ເທດ​ຈີນຂອງທ່ານ ວ່າ ​ຍັງ​ມີ​ຄວາ​ມ​ເຊື່ອ​ໝັ້ນ​ສູງຢູ່ວ່າ ສັນຍານທີ່ບັນດາ​ຜູ້​ຊອກ​
ຄົ້ນ​ຫາໄດ້​ຮັບ​ນັ້ນແມ່ນມາ​ຈາກ​ຖ້ຽວບິນ 370 ຂອງເຮືອບິນ​ໂດຍສານມາ​ເລ​ເຊຍ ທີ່ຫາຍ
ສາບສູນໄປ ​ແຕ່​ຄວາມຍຸ່ງຍາກຕ່າ​ງໆແມ່ນ​ຍັ​ງມີ​ຢູ່.
MALAYSIA PLANE SOTVO
please wait
Embed

No media source currently available

0:00 0:00:50 0:00

ຜູ້ນຳ​ຂອງອອສ​ເຕຣ​ເລຍ ​ໄດ້​ແຈ້ງໃຫ້ປະທານຈີນ ທ່ານ Xi Jingping ​ຊາບໃນ​ວັນ​ສຸກ​
ວານ​ນີ້ ກ່ຽວກັບ​ສະພາບຂອງ​ການ​ຊອກຄົ້ນ​ຫາ. ຈຳ​ນວ​ນຜູ້​ໂດ​ຍສານ​ທີ່ຢູ່​ໃນ​ເຮືອບິນ
ສອງ​ສ່​ວນສາ​ມແມ່ນເປັນຊາວ​ຈີນ.
XS
SM
MD
LG