ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາງພະຍາບານ ຊາວ​ອອສ​ເຕຣ​ເລຍ ອາດຕິດ ເຊື້ອອີ​ໂບລາ ຈາກອາຟຣິກາ


Liberia’s Brave Men Who Remove Ebola-Infected Bodies
please wait

No media source currently available

0:00 0:03:00 0:00

ວີດີໂອ ກ່ຽວກັບ ສະພາບການອີໂບລາ ໃນປະເທດໄລບີເຣຍ

ນາງພະຍາບານຊາວ​ອອສ​ເຕຣ​ເລຍຄົນ​ນຶ່ງ​ ກຳລັງ​ໄດ້​ຮັບ​ການ
ກວດ​ທາງ​ການ​ແພດ​ຢ່າງ​ລະອຽດ ຫຼັງຈາກ​ທີ່​ໄດ້​ສະ​ແດງ​ອາການ
​ຂອງ​ໂຣກອີ​ໂບລາ ​ໃນ​ຂະນະ​ທີ່​ປະຊາ​ຄົມ​ນາໆຊາດ ກຳລັງ​ພະ
ຍາຍາມ ຈຳກັດ​ການ​ແຜ່​ລະບາດ​ຂອງເຊື້ອ​ໄວຣັສ​ນີ້.

ຫົວໜ້າ​ຝ່າຍ​ສຸຂະພາບ​ຂອງລັດ Queensland ທ່ານ​ນາງ
Jeanette Young ກ່າວວ່າ ນາງພະຍາບານ ໄວ 57 ໄດ້ມີອາ
ການຄີງຮ້ອນໃນລະດັບຕ່ຳ ບໍ່ດົນຫຼັງຈາກທີ່ໄດ້ກັບຄືນມາຈາກ
Sierra Leone ບ່ອນທີ່ນາງໄດ້ເຮັດວຽກ ກັບພວກຜູ້ປ່ວຍຕິດ
​ເຊື້ອອີໂບລາ.ຄາດ​ວ່າ ຜົນຂອງການກວດຈະ​ເປີດເຜີຍໃຫ້ຊາບ
ໃນວັນສຸກມື້ອື່ນນີ້. ທ່ານ​ນາງ Young ກ່າວເນັ້ນວ່າ ເຖິງແມ່ນວ່າແມ່ຍິງຜູ້ນີ້ຈະເປັນໂຣກ
ອີໂບລາ ກໍຕາມ ກໍບໍ່ມີເຫດຜົນ​ໃດໆທີ່ ພວກສາທາລະນະຊົນ ຈະຕ້ອງເປັນຫ່ວງນຳການ
ແຜ່ລະບາດຂອງໂຣກນີ້.

Ebola raw video
please wait
Embed

No media source currently available

0:00 0:01:26 0:00

ຂ່າວ​ນີ້ມີຂຶ້ນ ນຶ່ງມື້ຫຼັງຈາກທີ່ ຜູ້ປ່ວຍຍ້ອນຕິດ​ເຊື້ອອີໂບລາ ຄົນ​ທຳ​ອິດໃນສະຫະລັດ ໄດ້ເສຍຊີວິດລົງ ຢູ່ນະຄອນ Dallas ລັດ Texas ທາງພາກຕາເວັນຕົກສຽງໃຕ້ຂອງ
ປະ​ເທດ.

ເຈົ້າໜ້າທີ່ໂຮງພະຍາບານ Health Presbyterian ຂອງລັດ Texas ກ່າວວ່າ ທ້າວ Thomas Eric Duncan ໄດ້ເສຍຊີວິດລົງ 10 ມື້ ຫຼັງຈາກທີ່ລາວໄດ້ເຂົ້າຮັກສາຕົວທີ່ ໂຮງພະຍາບານນັ້ນ. ລາວໄດ້​ໄປຮອດນະຄອນ Dallas ໃນວັນທີ 20 ກັນຍາ ຈາກບ້ານ ເກີດລາວ ທີ່ປະ​ເທດ Liberia ບ່ອນທີ່ເປັນຈຸດກຳເນີດຂອງການແຜ່ລະບາດຂອງ ​ເຊື້ອ ອີໂບລາ ໃນເຂດອາຟຣິກາຕາ​ເ​ວັນ​ຕົກແຫ່ງນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG