ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພະຍາບານ ອ​ອສ​ເຕຣ​ເລຍ ​ຖືກ​ກ່າວ​​ຟ້ອງ​ຖານ ສະໜັບສະໜູນ​ ພວກ​ IS ​ໃນ​ ຊີ​ີ​ເຣຍ


ນັກ​ສືບສວນ ການ​ກໍ່​ການ​ຮ້າຍ ອອສ​ເຕຣ​ເລ​ຍ ​ໃນ​ເຂດ​ຊານ​ເມືອງ ນະຄອນ ຊິດ​ນີ.
ນັກ​ສືບສວນ ການ​ກໍ່​ການ​ຮ້າຍ ອອສ​ເຕຣ​ເລ​ຍ ​ໃນ​ເຂດ​ຊານ​ເມືອງ ນະຄອນ ຊິດ​ນີ.

ພະຍາບານ​ຊາຍ​ຊາວ ອອສ​ເຕຣ​ເລຍ ກຳລັງ​ປະ​ເຊີນ​ໜ້າ​ກັບການ ກ່າວຟ້ອງຖານ​ສະໜັບສະໜູນ ກຸ່ມຫົວ​ຮຸ​ນ​ແຮງ​ກໍ່ການ​ຮ້າຍຢູ່​ໃນ​ປະ​ເທດ ຊີ​ເຣຍ.

ທ້າວ Adam Brookman ​ໄດ້​ຖືກ​ກ່າວ​ໂທດ​ໂດຍສານ​ຂອງ​ນະຄອນ Melbourne ​ໃນ​ວັນ​ອາທິດ​ມື້​ນີ້​ ໃນນຶ່ງ​ກະ​ໂທ​ງ ​ທຳ​ອິດ​ແມ່ນ​ມີ​ຄວາມ​ຕັ້ງ​ໃຈ​ສະໜັບສະໜູນອົງ​ກອນ​ກໍ່​ການ​ຮ້າຍ ​ແລະ ຂໍ້​ທີ​ສອງ​ແມ່ນ “​ດຳ​ເນີນ​ການ​ບໍລິການ ໂດຍ​ເຈຕະນາ​ສະໜັບ ສະໜູນ​ຄົນ​ທີ່​ກ່ຽວ​ພັນ​ໃນກິດຈະກຳ​ມຸ່ງ​ຮ້າຍ​ຢູ່ໃນ​ຕ່າງ ປະເທດ.”

ທ້າວ Brookman ອາຍຸ 39 ປີ​ໄດ້​ກັບ​ຄືນ​ສູ່​ ອອສ​ເຕຣ​ເລຍ ຈາກ​ປະ​ເທດ ​ເທີ​ກີ ​ໃນ​ວັນ​ສຸກ​ທີ່​ຜ່ານມາ​ ​ບ່ອນ​ທີ່​ລາວ​ໄດ້​ຍອມ​ຈຳນົນ​ຕໍ່​ເຈົ້າ​ໜ້າ​ທີ່​ໃນ​ຕອນ​ຕົ້ນ​ຂອງ​ສັບປະດາ​ລຸນ ຫຼັງ​ກັບຈາກ
ຊີ​ເຣຍ. ຊາຍ​ທີ່​ເປັນ​ພໍ່​ຂອງ​ລູກ 5 ຄົນ​ໄດ້​ກ່າວ​ຕໍ່​ສື່​ມວນ​ຊົນ ອອສ​ເຕຣ​ເລຍ ວ່າລາວ​ໄດ້ເດີນ ທາງໄປ​ປະ​ເທດ ຊີ​ເຣຍ​ ​ໃນ​ພາລະກິດດ້ານ​ມະນຸຸດສະ​ທຳ, ​ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ໄດ້​ຖືກ​ບັງ​ຄັບ​ໃຫ້​ເຂົ້າ​ຮ່ວມ​ໃນ​ກຸ່ມກໍ່​ການ​ຮ້າຍ​ຫຼັງ​ຈາກ​ທີ່ລາວ​ໄດ້​ຮັບ​ບາດ​ເຈັບ.

ທ້າວ Brookman ຈະ​ປະກົດ​ຕົວ​ຢູ່​ສານ​ໃນ​ນະຄອນ Melbourne ອີກ​ຄັ້ງ​ໜຶ່ງ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

ປະ​ເທດ ອອສ​ເຕຣ​ເລຍ ​ກຳລັງຕົກ​ຢູ່​ພາຍ​ໃຕ້​ສັນຍານ​ເ​ຕືອນ​ໄພ​ຂັ້ນສູງເນື່ອງ​ຈາກ​ຄວາ​ມ​ເປັນ​ຫ່ວງ​ກ່ຽວ​ກັບ​ ພວກ​ຫົວ​ຮຸ​ນ​ແຮງ​ທີ່​ເຕີບ​ໂຕ​ຂຶ້ນ​ພາຍ​ໃນ​ປະ​ເທດ ທີ່​ໄດ້​ເດີນທາງ​ໄປ​ຍັງ​ຕາ​ເວັນ​ອອກ​ກາງ​ເພື່ອ​ຕໍ່ສູ້​ກັບ​ພວກ​ລັດ​ອິສລາມ ຫຼື ກຸ່ມ​ອື່ນ​ໆຂອງພວກ​ຫົວ​ຮຸນ​ແຮງ. ຕຳຫຼວດ​ໄດ້​ລົງມືໂຕ້​ຕອບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຫຼາຍ​ຄັ້ງ​ໃນ​ທົ່ວ​ປະ​ເທດ. ນະ​ຍົກ​ ລັ​ດຖະມົນຕີ Tony Abbott ​ໄດ້​ນຳ​ສະ​ເໜີພິຈາລະ​ນະ​ກົດໝາຍ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ໃໝ່, ​ແລະ ກໍ​ສະໜັບ ສະໜູນ​ມາດ​ຕະການ​ທີ່​ຈະ​ຖອນ​ຄົນ​ ອອສຕຣາ​ເລຍ ທີ່​ມີ​ສອງ​ສັນ​ຊາດ.

Australia terror arrest
please wait

No media source currently available

0:00 0:00:17 0:00

XS
SM
MD
LG