ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ອະນຸມັດ ໃຫ້ທຳການໂຈມຕີ ທາງອາກາດ ຢູ່ ອີຣັກ


Baghdad, Iraq
Baghdad, Iraq

ຄະນະລັດຖະບານອອສເຕຣເລຍ ໃຫ້ການອະນຸມັດຕໍ່ການໂຈມ
ຕີທາງອາກາດ ແລະການສົ່ງກຳລັງພິເສດໄປຊ່ອຍກຸ່ມແນວໂຮມ
ນາໆຊາດຕໍ່ສູ້ກັບພວກນັກລົບ ຂອງກຸ່ມຫົວຮຸນແຮງລັດອິສລາມ
ໃນອີຣັກ.

ນາຍົກລັດຖະມົນຕີ Tony Abbott ກ່າວໃນວັນສຸກ ມື້ນີ້ວ່າ ມັນ
ນອນຢູ່ໃນຜົນປະໂຫຍດຂອງອອສເຕຣເລຍ ທີ່ຈະຊ່ອຍເອົາຊະ ນະກຸ່ມຫົວຮຸນແຮງຈັດດັ່ງກ່າວ ທີ່ທ່ານກ່າວອ້າງອີງເຖິງ ໃນນາມ
ກຸ່ມລັດທິມໍລະນະນັ້ນ.

ທ່ານ Abbott ເວົ້າວ່າ “ມື້ນີ້ ຄະນະລັດຖະບານ ໄດ້ອະນຸມັດໃຫ້ອອສເຕຣເລຍ ທຳ ການໂຈມຕີທາງອາກາດ ຢູ່ໃນອີຣັກ ຕາມຄຳຂໍຮ້ອງ ຂອງລັດຖະບານອີຣັກ ແລະ ເພື່ອໃຫ້ການສະໜັບສະໜຸນ ຕໍ່ລັດຖະບານອີຣັກ. ນອກນັ້ນແລ້ວ ເພື່ອເປັນການ ປະຕິບັດຕາມເອກກະສານທາງດ້ານກົດໝາຍຂັ້ນສຸດທ້າຍຄະນະລັດຖະບານຍັງ ໄດ້ອະນຸມັດໃຫ້ສົ່ງກຳລັງພິເສດຂອງອອສເຕຣເລຍ ໄປຍັງອີຣັກເພື່ອໃຫ້ຄຳແນະ ນຳແລະການຊ່ອຍເຫຼືອແກ່ກຳລັງອີຣັກ.”

ທ່ານ Abbott ກ່າວວ່າ ທະຫານອອສເຕຣເລຍຈະບໍ່ມີການພົວພັນໂດຍກົງກັບການປະຕິ ບັດງານສູ້ລົບແຕ່ທ່ານກໍເຕືອນວ່າການປະຕິບັດງານດັ່ງກ່າວນີ້ອາດຈະໃຊ້ເວລາດົນນານ ແນ່ນອນເປັນເວລາຫຼາຍໆເດືອນ ແທນທີ່ຈະແມ່ນຫຼາຍໆອາທິດ.

ເວລານີ້ອອສເຕຣເລຍໄດ້ສົ່ງເຈົ້າໜ້າທີ່ທະຫານອາກາດ 400 ຄົນ ກຳລັງພິເສດ 200 ຄົນ ແລະເຮືອບິນ 11 ລຳ ໄປຍັງສະຫະລັດອາຣັບເອເມີເຣັສແລ້ວ ເພື່ອກະກຽມການປະຕິບັດ ງານທາງທະຫານຊຶ່ງຈະມີຂຶ້ນຢູ່ໃນອີຣັກ ໃນໄວໆນີ້.

ລັດຖະບານກະປະມານວ່າ ມີຊາວອອສເຕຣເລຍລະຫວ່າງ 160 ຄົນ ພວມທຳການສູ້ລົບ ຫຼືບໍ່ກໍໃຫ້ການສະໜັບສະໜຸນແກ່ກຸ່ມລັດອິສລາມຊຶ່ງໄດ້ປະກາດສ້າງຕັ້ງລັດທີ່ປົກຄອງໂດຍ ສາສະໜາອິສລາມຂຶ້ນ ຢູ່ໃນບາງເຂດຂອງອີີຣັກ ແລະຊີເຣຍ.

ນັບແຕ່ເດືອນສິງຫາເປັນຕົ້ນມາສະຫະລັດແລະບາງປະເທດໃນຢູໂຣບໄດ້ທຳການໂຈມຕີ ທາງອາກາດຕໍ່ກຸ່ມຫົວຮຸນແຮງຈັດ ຢູ່ໃນອີຣັກ. ທ່ານ Abbott ປະຕິເສດ ບໍ່ຍອມໃຫ້ຄວາມ ເຫັນກ່ຽວກັບວ່າປະເທດຂອງທ່ານຍັງຈະພິຈາລະນາເພື່ອເຂົ້າຮ່ວມການປະຕິບັດງານຂອງ ສະຫະລັດ ແລະບັນດາປະເທດອາຣັບຫຼືບໍ່ ໃນການໂຈມຕີກຸ່ມລັດອິສລາມ ຢູ່ໃນຊີເຣຍ

ISLAMIC STATE CNPK
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG