ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກດັບເພີງ ອອສເຕຣເລຍ ພວມຫາທາງ ຄວບຄຸມ ໄຟປ່າ (ວີດີໂອ/ສະໄລດ໌)


ບັນດາເຈົ້າໜ້າທີ່ ອອສເຕຣເລຍ ເຕືອນປະຊາຊົນ ທີ່ອາໄສຢູ່ໃນ
ລັດທີ່ມີຜູ້ຄົນອາໄສຢູ່ຫຼາຍທີ່ສຸດຂອງອສເຕຣເລຍ ໃຫ້ພາກັນອົບ
ພະຍົບອອກຈາກບ້ານເຮືອນຂອງເຂົາເຈົ້າ ໃນຂະນະທີ່ພວກດັບ
ເພີງກຳລັງທຳການຕໍ່ສູ້ ມອດໄຟປ່າຫຼາຍສິບແຫ່ງ ໃນອັນທີ່ຄາດ
ວ່າສະພາບດິນຟ້າອາກາດຈະຮ້ອນເຖິງຂີດອັນຕະລາຍແລະລົມ
ພັດແຮງໃນວັນພຸດມື້ນີ້.

ຕັ້ງແຕ່ທ້າຍສັບປະດາແລ້ວນີ້ ເປັນຕົ້ນມາ ໄຟທີ່ໄໝ້ປ່າແລະເຂດ
ພູຜາໃນລັດ New South Wales ໄດ້ທຳລາຍບ້ານເຮືອນແລ້ວ
ຫຼາຍກວ່າ 200 ຫຼັງແລະສ້າງຄວາມເສຍຫາຍຕື່ມອີກໃຫ້ແກ່ຫຼາຍ
ສິບຫຼັງ. ມາຮອດປັດຈຸບັນນີ້ ມີຜູ້ເສຍຊີວິດແລ້ວນຶ່ງຄົນ.

ສະພາບໄຟໄໝ້ປ່າ ຄາດວ່າຈະຮ້າຍແຮງຂຶ້ນຕື່ມ ໃນວັນພຸດມື້ນີ້ ຊຶ່ງອຸນຫະພູມຈະເພີ່ມຂຶ້ນ ເຖິງ 30 ອົງສາຊັງຕີກຣາດ ແລະມີລົມພັດແຮງເຖິງ 100 ກິໂລແມັດຕໍ່ຊົ່ວໂມງ.

ທ່ານ Shane Fitzsimmons ຫົວໜ້າພະແນກດັບເພີງເຂດຊົນຊະບົດ ກ່າວວ່າ ເຖິງແມ່ນ ວ່າສະພາບຂອງໄຟໄໝ້ອາດສາມາດຮ້າຍແຮງຂຶ້ນໄດ້ ແຕ່ມາຮອດປັດຈຸບັນນີ້ສະພາບການ ກໍຍັງບໍ່ທັນໄດ້ຊຸດໂຊມລົງເທື່ອ.

XS
SM
MD
LG