ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ ທີ່​ຫາຍ​ສາບ​ສູນ​ ຂະຫຍາຍກ້ວາງ ອອກອີກ (ວີດີໂອ/ສະໄລດ໌)


Malaysia
please wait
Embed

No media source currently available

0:00 0:00:24 0:00
ມາ​ເລ​ເຊຍ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້ວ່າ ການ​ຊອກ​ຄົ້ນ​ຫາ​ເຮືອບິນ​
ທີ່​ຫາຍ​ສາບ​ສູນ​ ກຳ​ລັງ​ດຳ​ເນີນ​ໄປ ຢູ່​ຕາມ​ເສ້ນ​ທາງບິນ​ ທັງ​
ເໜືອ​ແລະ​ໃຕ້ ທີ່ເຊື່ອ​ກັນ​ວ່າ ​ເຮືອບິນ​ລຳ​ນັ້ນ ​ໄດ້​ຖືກ​ປ່ຽນ
​ທິດ​ທາງ​ຢ່າງ​ຈົງ​ໃຈ​ນັ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ມາ​ເລ​ເຊຍ ທ່ານ
Hishammuddin Hussein ກ່າວ​ວ່າ ບັດ​ນີ້ ມີ 26 ປະ​ເທດ
​ແລ້ວ ທີ່​ເຂົ້າ​ພົວພັນ​ໃນການ​ຊ່ວຍ​ຊອກ​ຄົ້ນ ຮວມທັງ​ທາງ​ນຳ້
ແລະ​ໜ້າດິນ ​ໃນ 11 ປະ​ເທດ ​ແລະ​ກວມ​ເອົາ ຫລາຍສິບລ້ານ
​ຕະລາງ​ກິ​ໂລ​ແມັດ.

ພວກ​ນັກ​ສືບສວນ​ເຊື່ອ​ວ່າ ​ເຮືອ​ບິນ​ໂບອິ້ງ 777 ​ໄດ້​ບິນ​ຂຶ້ນເໜືອ ໄປ​ທາງເອ​ເຊຍ​ພາກ​
ກາງ ຫລືບໍ່​ກໍບິນ​ລົງ​ໃຕ້ ​ເລິກ​ເຂົ້າ​ໄປ​ຫາມະຫາ​ສະ​ມຸດ​ອິນ​ເດຍ ທີ່​ກວ້າງ​ໃຫຍ່ ​ໃນ​ໄລຍະ
​ຫລາຍໆ​ຊົ່ວ​ໂມກ ກ່ອນ​ທີ່​ຈະ​ຫາຍ​ສາບ​ສູນ​ໄປ ຢ່າງ​ລຶກລັບ ​ໃນ​ວັນ​ທີ 8 ມີນາ ​ນັ້ນ.

​ໃນ​ວັນ​ຈັນ​ມື້ນີ້ ອອສ​ເຕຣຍ​ເລຍ ​ໄດ້​ຕົກລົງ​ທີ່​ຈະ​ຮັບຜິດຊອບ ການ​ຊອກ​ຄົ້ນ​ໃນ​ເຂດ​ໃຕ້
ຕາມ​ຄຳ ຮ້ອງ​ຂໍ​ຂອງ ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Najib Razak. ນາຍົກ
ລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbott ໄດ້​ກ່າວ​ຕໍ່​ສະພາ​ໃນ​ວັນ​ຈັນ​ມື້​ນີ້​ວ່າ:

“ທ່ານ Najib ​ໄດ້​ຂໍ​ຮ້ອງ​ໃຫ້ ອອສ​ເຕຣ​ເລຍ ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ຊອກ​
ຫາ​ ຢູ່​ທາງ​ພາກ​ໃຕ້​ຂອງ​ເສັ້ນທາງ​ເຮືອບິນ ຊຶ່ງບັດ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍ ​
ພາກັນ​ຄິດວ່າ ມັນອາດ​ແມ່ນ​ເສ້ນ​ທາງທີ່​ເຮືອບິນເຄາະ​ຮ້າຍ​ລຳດັ່ງກ່າວ ບິນ​ໄປ​ກໍ​ໄດ້.
ຂ້າພະ​ເຈົ້າໄດ້ຕົກລົງ​ທີ່​ຈະ​ປະຕິບັດ​ຕາມ​. ຂ້າພະ​ເຈົ້າ​ໄດ້​ສະ​ເໜີ​ທີ່​ຈະໃຫ້ການ​ຊ່ວຍ​
ເຫລືອດ້ານ​ຊັບພະ​ຍາ​ກອນຕິດຕາມ​ເບິ່ງທາງ​ທະ​ເລ​ເພີ້​ມຕື່ມ ຊຶ່ງ​ທ່ານກໍ​ໄດ້​ຮັບ​ເອົາ
​ດ້ວຍ​ຄວາມຂອບ​ອົກ​ຂອບ​ໃຈ.”


​ກ່ອນໜ້າ​ນັ້ນ ທ່ານ Abbott ​ໄດ້​ກ່າວ​ວ່າ ທ່ານ​ບໍ່ເຫັນ​ຮອງ​ຮອຍ​ໃດໆ​ທີ່​ວ່າ ເຮືອບິນ Boeing
777 ທີ່​ມີ​ຜູ້​ໂດຍສານກັບ​ຈຸ​ບິນ ທັງ​ໝົດ 239 ຄົນນັ້ນ ​ໄດ້​ບິນ​ຜ່ານ​ເຂົ້າ​ມາໃນ​ເຂດນ່ານ​ຟ້າ ຂອງອອສ​ເຕຣ​ເລຍ.

XS
SM
MD
LG