ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິ​ນ​ໂດ​ເນ​ເຊຍ ​ປະຕິ​ເສດ​ຕໍ່​ຂໍ້​ສະ​ເໜີ ​ຂໍຜ່ອນຜັນໂທດ ປະຫານຊີວິດ ຂອງ​ອອສ​ເຕຣ​ເລຍ


ຕຳຫລວດອິນໂດເນເຊຍ ຢືນຍາມຢູ່ໃນເຂດ Cilacap ທາງພາກກາງນະຄອນ Java ຂອງອິນໂດເນເຊຍ ຂະນະທີ່ ເຮືອຂ້າມຟາກ (ຢູ່ໃນກາງຮູບ) ທີ່ກຳລັງນຳສົ່ງ ລົດຫຸ້ມເກາະ ຕຳຫລວດອິນໂດເນເຊຍ ທີ່ມີນັກໂທດສອງຄົນຊາວອອສເຕຣເລຍ ໄປຍັງເກາະ Nusakambangan, ວັນພຸດທີ 4 ມີນາ 2015.
ຕຳຫລວດອິນໂດເນເຊຍ ຢືນຍາມຢູ່ໃນເຂດ Cilacap ທາງພາກກາງນະຄອນ Java ຂອງອິນໂດເນເຊຍ ຂະນະທີ່ ເຮືອຂ້າມຟາກ (ຢູ່ໃນກາງຮູບ) ທີ່ກຳລັງນຳສົ່ງ ລົດຫຸ້ມເກາະ ຕຳຫລວດອິນໂດເນເຊຍ ທີ່ມີນັກໂທດສອງຄົນຊາວອອສເຕຣເລຍ ໄປຍັງເກາະ Nusakambangan, ວັນພຸດທີ 4 ມີນາ 2015.

ບັນດາ​ເຈົ້າໜ້າ​ທີ່​ອິ​ນ​ໂດ​ເນ​ເຊຍ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ຂອງ
​ອອສ​ເຕຣ​ເລຍ ສຳ​ຫລັບ​ການ​ແລກປ່ຽນ​ນັກ​ໂທດ ​ເພື່ອ​ຊ່ອຍ​ຮັກສາ
​ຊີວິດ​ຂອງ​ຊາວ​ອອສ​ເຕຣ​ເລຍ 2 ຄົນ​ ທີ່​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ
ຜູ້​ທີ່​ມີ​ກຳນົດ​ຈະ​ຖືກ​ປະຫານ​ຊີວິດ.

ບັນດາ​ເຈົ້າໜ້າ​ທີ່ອິນ​ໂດ​ເນ​ເຊຍ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​
ສັງຫານ​ຈະ​ດຳ​ເນີນ​ໜ້າ​ໄປ​ຕາມ​ແຜນການ ​ໂດຍ​ບໍ່​ຮັບ​ເອົາ​ຂໍ້​ສະ​ເໜີ
ຂອງລັດຖະມົນຕີ​ຕ່າງປະ​ເທດ​ອອສ​ເຕຣ​ເລຍ ທ່ານນາງ Julie
Bishop ທີ່​ໄດ້ໂອ້​ລົມ ກັບບັນດາ​ນັກ​ຂ່າວ ຫຼາຍຊົ່ວ​ໂມງ​ກ່ອນ​ໜ້າ​ນີ້.

ທ່ານ​ນາງ Bishop ກ່າວ​ວ່າ ທ່ານ​ນາງໄດ້​ຂໍ​ຮ້ອງ​ໄປ​ຍັງ​ລັດຖະມົນຕີ
​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ທ່ານ Retno Marsudi ​ໂດຍ​ທາງ​ໂທລະສັບ ​ໃນ​ຄວາມພະຍາ ຍາມ​ຂັ້ນຫລ້າ​ສຸດ​ເພື່ອ​ຂໍ​ໃຫ້​ຜ່ອນຜັນ​ໂທດນັ້ນ.

ທ່ານ​ນາງ Bishop ​ເວົ້າວ່າ “ອັນ​ທີ່​ພວກ​ເຮົາ​ກຳລັງ​ຫາ​ວິທີທາງ​ຢູ່ ກໍ​ແມ່ນ​ວ່າ ​ໃຫ້​ມີ​
ໂອກາດ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ທາງ​ເລືອກ​ອື່ນໆ ທີ່​ພວກ​ເຮົາ​ມີ​ໃນ​ດ້ານ​ຂອງ​
ການ​ໂຍກ​ຍ້າຍ ຫຼື ການ​ແລກປ່ຽນ​ນັກ​ໂທດ​ກັນ. ​ແທ້ໆແລ້ວ ບໍ່​ມີ​ລາຍ​ລະອຽດ
ໃດໆ ​ແຕ່​ພວກ​ເຮົາ​ກຳລັງ​ຫາ​ໂອກາດ​ ເພື່ອ​ຄົ້ນຄວ້າທຸກໆ​ທາງ​ເລືອກ ທີ່​ອາດ​ມີໃຫ້​
ພວກ​ເຮົາ​ນຳ​ໃຊ້ ທຸກໆ​ວິທີ​ທາງ​ ທີ່​ພວກ​ເຮົາ​ມີ​ຢູ່ ​ເພື່ອ​ຊ່ອຍ​ຮັກສາ​ຊີວິດ​ ຂອງ​ພວກ​
ຊາຍ​ສອງ​ຄົນ​ດັ່ງກ່າວ.”

ອິ​ນ​ໂດ​ເນ​ເຊຍ ຍັງ​ບໍ່​ໄດ້​ກຳນົດ​ມື້​ ສຳ​ຫລັບ​ການ​ປະຫານ​ຊີວິດ ຂອງທ້າວ Andrew Chan ​ແລະ ທ້າວ Myuran Sukumaran ​ເທື່ອ ຊຶ່ງ​ພວກ​ກ່ຽວໄດ້​ຖືກ​ຍົກຍ້າຍ​ຈາກ​ຄຸກ Bali ​ໄປ​ເກາະ​ແຫ່ງ​ໜຶ່ງ ບ່ອນ​ທີ່​ພວກ​ເຂົາ​ຄາດ​ກັນ​ວ່າ​ຈະ​ປະ​ເຊີນໜ້າ​ກັບ ​ການ​ປະຫານ​ຊີວິດ ​ໂດຍ​ການ​ຍິງ​ເປົ້າ.

ນັກ​ໂທດຄົນ​ອື່ນໆ ອີກ 9 ຄົນ ກຳລັງ​ປະ​ເຊີນ​ໜ້າ​ກັບ ການ​ປະຫາ​ຊີວິດ ລວມທັງ​ພົນລະ​ເມືອງ​ ຂອງປະ​ເທດ ບຣາຊີ​ລ ຝຣັ່ງ ກາ​ນາ ​ໄນ​ຈີ​ເຣຍ ຟີ​ລິບ​ປິນ ​ແລະ ອິນ​ໂດ​ເນ​ເຊຍ.

Indonesia executions video
please wait

No media source currently available

0:00 0:01:40 0:00

XS
SM
MD
LG