ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

HRW ​ຕິຕຽນ​ ນະໂຍບາຍ ອົບພະຍົບ ທີ່​ໂຫດຮ້າຍ ຂອງ​ ອອສ​ເຕຣ​ເລຍ ​(ວີດີໂອ ກ່ຽວຂ້ອງ)


ຜູ້ຍິງຄົນນຶ່ງຖືປ້າຍປະທ້ວງ ສະໜັບສະໜູນ ສິດທິມະນຸດ ທີ່ນະຄອນ Sydney ປະເທດອອສເຕຣເລຍ
ຜູ້ຍິງຄົນນຶ່ງຖືປ້າຍປະທ້ວງ ສະໜັບສະໜູນ ສິດທິມະນຸດ ທີ່ນະຄອນ Sydney ປະເທດອອສເຕຣເລຍ
ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ​ຫຼື HRWໄດ້
​ຕິຕຽນ ຕໍ່ອັນ​ທີ່ກຸ່ມດັ່ງກ່າວ​ ຮ້ອງ​ວ່າ “ຄວາມ​ໂຫດຮ້າຍ” ຂອງ​ອອສ​
ເຕຣ​ເລຍ ແລະ ຄວາມພະຍາຍາມ ທີ່ “ເປັນໄພອັນຕະລາຍ” ​ໃນ​
ການສະກັດກັ້ນ​ ຜູ້​ຊອກສະແຫວງ​ຫາບ່ອນ​ລີ້​ໄພ ​ໂດຍ​ກ່າວ​ວ່າ ນະ
​ໂຍບາຍເຫຼົ່ານີ້ ແມ່ນບ່ອນທໍາລາຍ​ຕໍ່ບົດບາດ​ການ​ນໍາພາໃນດ້ານ
ສິດທິ​ມະນຸດ ຂອງອອສເຕຣເລຍ ​ໃນເອ​ເຊ​ຍ.

ພາຍ​ໃຕ້​ນະ​ໂຍບາຍ​ປັດຈຸບັນ ຂອງອອສ​ເຕຣ​ເລຍ ບັນດາ​ອົບ​ພະ
ຍົບ ທີ່​ຊອກ​ຫາ​ບ່ອນ​ລີ້​ໄພ ​ໄດ້​ຖືກ​ສົ່ງ​ໄປ​ຍັງເກາະ Nauru ຂອງ
Papua New Guinea ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ກັກໄວ້ ​ທີ່ສູນຄຸມຂັງ
ທີ່​ບາງ​ຄົນເວົ້າ​ວ່າ ບໍ່​ມີ​ມະນຸດສະ​ທໍານັ້ນ.

ນະ​ໂຍບາຍ ທີ່​ໄດ້​ເລີ້ມຂຶ້ນ ​ພາຍ​ໃຕ້ລັດຖະບານ​ຊຸດກ່ອນ ຂອງພັກແຮງງານ​ໄດ້​ເພີ້ມຄວາມ
ເຄັ່ງຄັດຕື່ມຂຶ້ນພາຍ​ໃຕ້ລັດຖະບານ​ທີ່​ນິຍົມແນວທາງ​ເດີມຂອງ ນາຍົກລັດຖະມົນຕີ Tony
Abbott. ບັນດາ​ເຮືອຂອງພວກ​ຊ​ອກຫາ​ບ່ອນລີ້​ໄພ ເວລານີ້ ຈະ​ຖືກ​ສົ່ງ​ກັບ​ຄືນສູ່​ທະ​ເລ ​ໂດຍ
ກອງທັບ​ເຮືອ.

ຢູ່​ໃນ​ລາຍ​ງານ​ປະ​ຈໍາປີຂອງຕົນນັ້ນ ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch
ກ່າວ​ວ່າ “ລັດຖະບານທີ່ຕິດຕໍ່ກັນມາຂອງອອສ​ເຕຣ​ເລຍ ​ໄດ້​ພົວພັນ​ກັບ​ການ​ເມືອງ​ເພື່ອ
ສ້າງຄວາມນິຍົມຊົມຊອບ ໃນ​ປີ 2013 ​ໂດຍໄດ້ສ້າງຄວາມເສຍ​ຫາຍໃຫ້ແກ່ບັນດາ​ຜູ້​ຊອກ​ຫາບ່ອນລີ້​ໄພແລ​ະພວກ​ອົບ​ພະ​ຍົບ.” ອົງການປົກປ້ອງ ສິດທິມະນຸດກຸ່ມນີ້ ​ໄດ້​ກ່າວ​ຫາທັງ
ສອງ​ພັກການ​ເມືອງຂອງອອສ​ເຕຣ​ເລຍ ​ທີ່​ສໍາ ຄັນວ່າ “​ໃຊ້ນະ​ໂຍບາຍ​ປ່າ​ເຖື່ອນ ທີ່ຂາດ
ຄວາມຮັບຜິດຊອບ ເພື່ອສະກັດກັ້ນພວກ​ຊອກ​ຫາ​ບ່ອນ​ລີ້​ໄພ ​ເຖິງ​ແມ່ນ​ວ່າ ຈະສ້າງຄວາມ
​ເສຍ​ຫາຍໃຫ້ແກ່​ຊື່​ສຽງ​ຂອງ​ປະ​ເທດກໍຕາມ.

ອົບ​ພະ​ຍົບຫລາຍ​ຮ້ອຍ​ຄົນ​ໄດ້​ຈົມ​ນໍ້າ​ຕາຍ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້ ​ໃນ​ຄວາມ​ພະຍາຍາມ
ເພື່ອ​ເດີນທາງ​ໄປສູ່ອອສ​ເຕຣ​ເລຍ ຢູ່ໃນ​ເຮືອທີ່ຮົ່ວແລະ​ບໍ່​ແຂງ​ແຮງ. ຫລາຍ​ຄົນ​ພາກັນຫລົບ
​ໜີ​ຈາກຄວາມ​ບໍ່​ສະຫງົບ​ໃນ​ເຂດ​ເອ​ເຊຍ​ໃຕ້​ແລະ​ຕາ​ເວັນ​ອອກ​ກາງ. ລັດຖະບານອອສ​ເຕຣ​ເລຍກ່າວ​ວ່າ ນະ​ໂຍບາຍ​ຂອງ​ຕົນ ມີ​ຄວາມ​ໝາຍວ່າ ​ບໍ່ຢາກ​ຊຸກຍູ້ໃຫ້ພວກ​ລັກລອບຄ້າ
ມະນຸດ ຈາກການເດີນທາງ ​ທີ່​ບໍ່​ມີ​ຄວາມ​ປອດ​ໄພ ໄປຍັງອອສເຕຣເລຍ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບນະໂຍບາຍອົບພະຍົບ ຂອງອອສເຕຣເລຍ:

XS
SM
MD
LG