ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳພັກແຮງງານ ຂອງອອສເຕຣເລຍ ຍອມຮັບ ຄວາມຜ່າຍແພ້ ໃນການ ເລືອກຕັ້ງແຫ່ງຊາດ


ຜູ້ນຳພັກແຮງງານ ຂອງອອສເຕຣເລຍ ທ່ານ Bill Shorten ກ່າວຖະແຫລງ ຢູ່ທີ່ກອງປະຊຸມ ຖະແຫລງຂ່າວ ໃນນະຄອນ Melbourne, ປະເທດອອສເຕຣເລຍ, ວັນທີ 10 ກໍລະກົດ 2016.
ຜູ້ນຳພັກແຮງງານ ຂອງອອສເຕຣເລຍ ທ່ານ Bill Shorten ກ່າວຖະແຫລງ ຢູ່ທີ່ກອງປະຊຸມ ຖະແຫລງຂ່າວ ໃນນະຄອນ Melbourne, ປະເທດອອສເຕຣເລຍ, ວັນທີ 10 ກໍລະກົດ 2016.

ພັກແຮງງານ ທີ່ເປັນພັກຝ່າຍຄ້ານ ຂອງອອສເຕຣເລຍ ໄດ້ຍອມປາໄຊ ຕໍ່ການ ເລືອກຕັ້ງແຫ່ງຊາດ ຫຼັງຈາກທີ່ການລົງຄະແນນສຽງໄດ້ສິ້ນສຸດລົງ ເມື່ອ 8 ມື້ ຜ່ານມາ.

ຜູ້ນຳພັກແຮງງານ ທ່ານ Bill Shorten ກ່າວວ່າ ທ່ານມີຄວາມແນ່ໃຈວ່າ ນາຍົກ ລັດຖະມົນຕີ ທ່ານ Malcolm Turnbull ແລະ ລັດຖະບານປະສົມ ຂອງທ່ານນັ້ນ ຈະໄດ້ຮັບບ່ອນນັ່ງພຽງພໍ ທີ່ຈະສືບຕໍ່ກຳອຳນາດ.

ທ່ານ Shorten ກ່າວວ່າ ທ່ານໄດ້ ໂທລະສັບຫາ ທ່ານ Turnbull ເພື່ອສະແດງ ຄວາມຍິນດີ ນຳທ່ານ.

ທ່ານ Turnbull ໄດ້ກ່າວທີຫລັງ ວ່າ ລັດຖະບານປະສົມ ອະນຸລັກນິຍົມ ຂອງ ທ່ານ ຈະຍັງຄົງກຳອຳນາດຢູ່ ສຳລັບ ສະໄໝທີສອງ ລະຍະ 3 ປີ.

ໃນຂະນະທີ່ການນັບຄະແນນສຽງ ຍັງສືບຕໍ່ໄປ ມັນກໍຍັງບໍ່ທັນຈະແຈ້ງເທື່ອວ່າ ລັດຖະບານປະສົມ ຈະໄດ້ຮັບບ່ອນນັ່ງພຽງພໍຫຼືບໍ່ ເພື່ອຈະ ໄດ້ຮັບສຽງສ່ວນຫຼາຍ ຈັດຕັ້ງລັດຖະບານ ຫຼືວ່າ ຈະຖືກກົດດັນ ໃຫ້ເປັນພັນທະມິດກັບພັກອິດສະລະ ແລະ ບັນດາສະມາຊິກພັກການເມືອງນ້ອຍ ເພື່ອຈະຈັດຕັ້ງລັດຖະບານສຽງ ສ່ວນນ້ອຍ.

ພັກການເມືອງຕ່າງໆ ຕ້ອງການໃຫ້ມີບ່ອນນັ່ງ ຢ່າງນ້ອຍ 76 ບ່ອນ ໃນຈຳນວນ 150 ທີ່ນັ່ງໃນ ສະພາຜູ້ແທນລາດສະດອນ ເພື່ອຈະຈັດຕັ້ງລັດຖະບານສຽງສ່ວນ ຫຼາຍໄດ້.

ການລົງຄະແນນສຽງ ຢູ່ໃນອອສເຕຣເລຍ ແມ່ນເປັນການບັງຄັບ. ຊາວອອສ ເຕຣເລຍ ໄດ້ພາກັນໄປໜ່ວຍເລືອກຕັ້ງ ໃນຈຳນວນຫຼາຍ ຫຼາຍກວ່າ ສັບປະ ດາກ່ອນ ໃນການເລືອກຕັ້ງແຫ່ງຊາດທີ່ສູສີກັນ ທີ່ໄດ້ຖືກສັ່ນສະເທືອນ ໂດຍ ພັກການເມືອງ ນ້ອຍຈຳນວນໜຶ່ງ ລວມທັງ ຜູ້ສະໝັກ ຈາກພັກສີຂຽວ ແລະ ພັກອິດສະລະອື່ນໆ.

ໃນຂະນະດຽວກັນ ເລື່ອງຕ່າງໆ ຂອງການປ່ຽນແປງຂອງດິນຟ້າອາກາດ ຄົນ ເຂົ້າເມືອງ ແລະ ການສຶກສາ ແມ່ນໄດ້ເປັນບັນຫາສຳຄັນ ຂອງການໂຄສະນາ ຫາສຽງການເລືອກຕັ້ງ ແຕ່ເສດຖະກິດ ໄດ້ເປັນປັດໃຈກຳນົດ ຜົນທີ່ອອກມາ.

ການຕັດສິນໃຈຂອງອັງກິດ ທີ່ຖອນໂຕອອກສະຫະພາບຢູໂຣບ ໄດ້ສ້າງຄວາມ ກັງວົນຢ່າງໃຫຍ່ ຢູ່ໃນອອສເຕຣເລຍ ແລະ ບັນດາຜູ້ນຳການເມືອງໄດ້ ນຳເອົາ ເລື່ອງຄວາມໝັ້ນຄົງດ້ານເສດຖະກິດ ເປັນຈຸດສູນກາງຂອງການໂຄສະນາ ຫາສຽງເລືອກຕັ້ງ ຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG