ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະມົນຕີ ຕ່າງປະເທດ ອອສເຕຣເລຍ ລາອອກ


ທ່ານ Kevin Rudd ລັດຖະມົນຕີຕ່າງປະເທດອອສເຕຣເລຍ.
ວັນທີ 22 ກຸມພາ 2012.
ທ່ານ Kevin Rudd ລັດຖະມົນຕີຕ່າງປະເທດອອສເຕຣເລຍ. ວັນທີ 22 ກຸມພາ 2012.

ທ່ານ Kevin Rudd ລັດຖະມົນຕີ​ຕ່າງປະ​ເທດ​ອອສ​ເຕຣ​ເລຍ ​ປະກາດລາ​ອອກ​ຈາກ​ຕໍາ​
ແໜ່​ງ​ຊຶ່ງ​ເປັນ​ຮ່ອງຮອຍຄັ້ງ​ຫລ້າ​ສຸດ ​ທີ່ສະ​ແດງ​ໃຫ້​ເຫັນເຖິງຄວາມ​ປັ່ນ​ປ່ວນວຸ້ນວາຍ​ພາຍ
ໃນ​ພັກ​ແຮງ​ງານ​ທີ່​ປົກ​ຄອງ​ປະ​ເທດ​ໃນ​ປັດຈຸບັນ.

ທ່ານ Kevin Rudd ​ໄດ້​ປະກາດ​ການ​ຕັດສິນ​ໃຈ​ລາ​ອອກ​ຈາກ​ຕໍາ​ແໜ່​ງຂອງ​ທ່ານ​ໃນ​ລະ
ຫວ່າງ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ກຸງ​ວໍ​ຊິງ​ຕັນ​ຢ່າງ​ເປັນທາງ​ການໃນ​ແລງ​ວັນ​ອັງຄານວານ
ນີ້.

ສື່​ມວນ​ຊົນ​ອອສ​ເຕຣ​ເລຍ​ແຈ້ງ​ໃຫ້​ຊາບ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ວ່າ​ພວກ​ພັນທະ
ມິດ​ຂອງ​ທ່ານ Rudd ​ໄດ້​ພາກັນ​ວາງ​ແຜນຢຶດອຳນາດພາຍ​ໃນ​ພັກ​ໃນ​ທໍານອງ​ດຽວ​ກັນ
ກັບ​ການ​ປະຕິບັດ​ການ ທີ່​ໄດ້​ບັງຄັບ​ໃຫ້​ທ່ານ Rudd ລາ​ອອກ​ຈາກ​ຕໍາ​ແໜ່​ງນາຍົກລັດ
ຖະມົນຕີແລະ​ແຕ່ງ​ຕັ້ງ​ໃຫ່ທ່ານ​ນາງ Julia Gillard ​ເປັນ​ຫົວໜ້າ​ພັກໃນ​ປີ 2010 ນັ້ນ.

ພວກ​ສະໜັບສະໜຸນ​ທ່ານ​ນາງ Gillard ຮຽກຮ້ອງ​ໃຫ້​ຂັບ​ໄລ່​ທ່ານ Rudd ອອກ​ຈາກ​
ຄະນະ​ລັດຖະບານ​ເພື່ອ​ເປັນ​ການ​ຕອບ​ໂຕ້​. ທ່ານ Rudd ຈົ່ມ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ
ທ່ານ​ນາງ Gillard ບໍ່​ສາມາດທີ່​ຈະ​ບອກ​ປະຕິ​ເສດ​ຕໍ່​ການ​ຮຽກຮ້ອງ​ເຫລົ່າ​ນັ້ນ​ໄດ້.

XS
SM
MD
LG