ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອອສເຕຣເລຍຍັງປະເຊີນ ກັບໄພນໍ້າຖ້ວມຢ່າງໜັກ


ເຈົ້າໜ້າທີ່ໄປຊ່ວຍເຫລືອ ພວກປະສົບໄພນໍ້າຖ້ວມ ໃນອອສເຕຣເລຍ.
ເຈົ້າໜ້າທີ່ໄປຊ່ວຍເຫລືອ ພວກປະສົບໄພນໍ້າຖ້ວມ ໃນອອສເຕຣເລຍ.

ເຮືອບິນ​ທະຫານ​ກໍາລັງ​ສົ່ງ​ສະບຽງ​ບັນ​ເທົາ​ທຸກ​ໄປ​ຍັງເມືອງ​ແຫ່ງ​ນຶ່ງ​ໃນ​ລັດ Queensland ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ບ່ອນ​ທີ່ມີ​ການ ​ພະຍາກອນ​ວ່າ ນໍ້າ​ຖວມຈະ​ສືບ​ຕໍ່​ສູງ​ຂຶ້ນ​ຢ່າງ​ນ້ອຍ​ ໄປ​ຮອດ​ແລງ​ວັນອັງ​ຄານ ມື້​ອື່ນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເມືອງ Rockhampton ​ໄດ້​ຖືກ​ຕັດຂາດ​ຈາກ​ນະຄອນຫລວງ​ Brisbane ຂອງ​ລັດ​ດັ່ງກ່າວ ​ແລະ​ ອາດ​ສາມາດຖື​ກນໍ້າ​ຖ້ວມ ອ້ອມ​ໝົດໃນ​ໄວໆ​ນີ້​.

ໄພ​ນໍ້າ​ຖ້ວມ​ ທີ່ໄດ້​ແຜ່​ລາມ​ອອກ​ໄປ​ຕັ້ງ​ແຕ່​ຕົ້ນ​ສັບປະດາ​ແລ້ວ​ນີ້​ ເວລາ​ນີ້ແມ່ນໄດ້​ປົກ​ຄຸມ​ເນື້ອ​ທີ່​ກວ້າງປະມານ​ເທົ່າໆ​ກັນ​ກັບ​ເນື້ອ​ທີ່ດິນ​ທັງ​ໝົດ​ຂອງ​ເຢຍຣະມັນ​ກັບ​ຝຣັ່ງຮວມ​ກັນ ​ແລະ​ກໍາ​ລັງ​ສົ່ງ​ຜົນ​ສະທ້ອນ​ແກ່​ປະຊາຊົນ​ຈໍານວນ​ຫລາຍເຖິງ 2 ​ແສນ​ຄົນ.

ເຈົ້າ​ໜ້າ​ທີ່​ລັດ ​ທີ່​ກໍາ​ກັບ​ນໍາ​ຄວາມ​ປອດ​ໄພ​ຂອງ​ປະຊາ​ຄົມ​ໃນ​
ລັດ Queensland ກ່າວ​ຕໍ່​ວີ​ໂອ​ເອວ່າ ຄວາມ​ເສຍ​ຫາຍ​ແມ່ນ
ກະ​ປະມານ​ວ່າ ຕົກ​ເປັນ​ຈໍານວນ​ຫລາຍ​ຕື້​ດອນ​ລາ ຮວມທັງຫລາຍ​ຮ້ອຍ​ລ້ານ​ໃນ​ການ​ສູນ​ເສຍ
ຜົນ​ຜະລິດ​ຈາກ​ບໍ່​ຖານ​ຫິນແຫ່ງ​ຕ່າງໆ​ໃນ​ລັດນັ້ນ. ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ຕໍ່​ໄປ​ວ່າມັນ​ຈະ​ໃຊ້
ເວລາປະມານ 2 ປີ​ ຈຶ່ງ​ຈະ​ເຮັດ​ໃຫ້​ສະພາບ​ການ​ໃນ​ລັດ​ດັ່ງກ່າວ​ກັບ​ຄືນ​ສູ່​ສະພາບ​ເດີມ​ໄດ້ ​ໃນ​ບາງ​ເຂດ​.

ມີ​ການ​ຢືນຢັນ​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ມີ​ຄົນເສຍ​ຊີວິດ​ໄປ​ແລ້​ວຜູ້​ນຶ່ງ​ ແລະ​ອີກ2 ຄົນ ຍັງ​ຊອກ​ຫາ​ບໍ່​ເຫັນໃນໄພ​ນໍ້າ​ຖ້ວມ​ຄັ້ງ​ນີ້.

XS
SM
MD
LG