ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງປິດທ່າເຮືອຂອງ ອອສເຕຣເລຍ


ເຮືອຂົາສົ່ງຖ່ານຫີນ ຂອງອອສເຕຣເລຍ
ເຮືອຂົາສົ່ງຖ່ານຫີນ ຂອງອອສເຕຣເລຍ

ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສະພາບ​ແວດ​ລ້ອ​ມອອສ​ເຕຣ​ເລຍ​ ​ໄດ້​ເຮັດ​ໃຫ້​ທ່າ​ເຮືອ​ບ່ອນ​ສົ່ງ​ອອກ​ຖ່ານ​ຫີນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຕ້ອງ​ໄດ້​ອັດ​ລົງ​ໃນ​ວັນ​ອາທິດ​ມື້​ນີ້ ຫລັງ​ຈາກ​ທີ່​ພວກ​ເຂົາ​ເຈົ້າ​ພາກັນ​ບຸກ​ເຂົ້າ​ໄປ​ໃນ​ທ່າ​ເຮືອ ​ແລະ​ເອົາ​ໂສ້​ມັດ​ໂຕ​ເອງ​ຕິດ​ກັບ​ເຄື່ອງ​ຈັກ​ໄວ້.

ພວກ​ປະ​ທ້ວງ​ຈາກ​ກຸ່ມ​ປົກ​ປັກ​ຮັກສາ​ສິງ​ແວດ​ລ້ອມ ທີ່​ຊື່ວ່າ Rising Tide ​ເວົ້າ​ວ່າ ພວກ​ຕົນ​ໄດ້​ພາກັນ​ເລັດ​ລອດ​ເຂົ້າ​ໄປ​ໃນ​ທ່າ​ເຮືອ Newcastle ທາງ​ທິດ​ເໜືອ​ຂອງ​ນະຄອນ Sydney ​ໃນ​ເວ​ລາ​ຂ້ອນ​ແຈ້ງ​ເຊົ້າ​ມື້​ນີ້ ​ແລະ​ໄດ້​ເອົາ​ໂສ້​ມັດ​ຕົນ​ເອງ​ໃສ່​ເຄືອງ​ຈັກ​ຂົນ​ຖ່ານ​ຫີນ​ລົງ​ເຮືອ ​ໃນ​ການ​ເຄື່ອນ​ໄຫວ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ “ການ​ແຊກ​ແຊງແບບ​ສຸກ​ເສີນ.”

ໂຄສົກ​ທ່າ​ເຣືອຄົນ​ນຶ່ງ​ເວົ້າ​ວ່າ ທ່າ​ເຮືອ​ຕ້ອງ​ໄດ້​ອັດ​ລົງຢ່າງ​ສີ້ນ​ເຊີງ​ເປັນ​ເວລາ​ປະມານ 5 ຊົ່ວ​ໂມງ ​ແລະ​ວ່າຄົງ​ຈະ​ອີກ​ຫລາຍ​ມື້ກ່ວາ​ຈະ​ສາມາດ​ ຕີ​ລາຄາ​ຄວາມ​ເສຍ​ຫາຍ​ໄດ້.

ພວກ​ປະ​ທ້ວງ​ເວົ້າ​ວ່າ ການ​ປະ​ທ້ວງ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ເພື່ອ​ເນ້ນ ​ໃຫ້​ເຫັນ​ເຖິງ​ບັນຫາ​ອັນ​ຮ້າຍ​ແຮງ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຊຶ່ງ​ພວກ​ເຂົາ​ເຈົ້າຖິ້ມ​ໂທດ​ໃສ່ ອັກ​ຄີ​ໄພຫລື​ໄຟ​ໄໝ້ເມື່ອ​ບໍ່ນານ​ມາ​ນີ້ ທີ່​ປະ​ເທດຣັດ​ເຊຍ ​ແລະ​ອຸ​ທົກ​ກະໄພຫລື​ໄພ​ນໍ້າ​ຖ້ວມ​ທີ່​ປາ​ກິສຖານ ​ແລະ​ຖິ້ມ​ໂທດ​ໃສ່​ການ​ສົ່ງ​ອອກ​ຖ່ານ​ຫີນ​ຂອງ​ອອສ​ເຕຣ​ເລຍ ວ່າ​ມີ​ສ່ວນ​ເຮັດ​ໃຫ້​ບັນຫາ​ນີ້​ຮ້າຍ ​ແຮງ​ຂຶ້ນ​ຕື່ມ.

XS
SM
MD
LG