ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ອ໊ອສເຕຣເລຍ ຄຸມຂັງ ພວກທີ່ຈະໄປ​​ຮ່ວມ ​ກັບ​ກຸ່ມ​ອິສລາມ ​ຫົວ​ຮຸນ​ແຮງ​ຈັດ


ນຍ. ອ໊ອສເຕຣເລຍ Tony Abbott ກ່າວການຕໍ່ກອງປະຊຸມຖະແຫຼງຂ່າວ
ນຍ. ອ໊ອສເຕຣເລຍ Tony Abbott ກ່າວການຕໍ່ກອງປະຊຸມຖະແຫຼງຂ່າວ

ເຈົ້າ​ໜ້າທີ່​ອ໊ອສ​ເຕຣ​ເລຍ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຄຸມຂັງ 7 ຄົນ
ທີ່ປາກົດວ່າ​ພະຍາຍາມ ​ເດີນທາງ​ໄປ​ພາກຕາ​ເວັນ​ອອກ​ກາງ​
​ເພື່ອ​ເຂົ້າ​ຮ່ວມ​ກັບ​ກຸ່ມ​ອິສລາມ​ຫົວ​ຮຸນ​ແຮງ​ຈັດ​ນັ້ນ.

ນາຍົກລັດຖະມົນຕີ Tony Abbott ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ
“ຊາວໜຸ່ມ​ ​ອ໊ອສ​ເຕຣ​ເລຍ” ​ຈຸດັ່ງກ່າວ ​ໄດ້​ຖືກ​ກັກຕົວ​ທີ່​ສະໜາມ​ບິນ
​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ກຳລັງ​ພະຍາຍາມ​ເດີນທາງ​ອອກ​ຈາກ​ປະ​ເທດ. ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ ກ່ຽວ​ກັບ​ວ່າ​ກຸ່ມທີ່​ວ່າ​ນີ້ ຈະ​ເດີນທາງ​ໄປ​ໃສ ​ໃນ​ຕອນ​ທີ່​ພວກ​ເຂົາ​ເຈົ້າ​ຖືກ​ຈັບ​ນັ້ນ ຫຼື ​ແມ່ນ​ແຕ່​ອາຍຸ​ ​ເພດ ຫຼື​ ລັກສະ​ນະ ຂອງເຂົາ​ເຈົ້າ ວ່າ​ແມ່​ນໃຜ.

ນາຍົກລັດຖະມົນຕີ ທ່ານ Abbott ກ່າວວ່າ “ນີ້​ແມ່ນສະແດງໃຫ້ເຫັນເຖິງການ​ຫລອກ​ລວງ ​ໃຫ້ໄປຮ່ວມ​ລັດທິ​ສາສະໜາຫົວຮຸນແຮງຈັດ. ຊຶ່ງ​ມັນ​ໄດ້ສະ​ແດງໃຫ້ເຫັນເຖິງ​ເອົາ​ບາດກ້າວ ຢ່າງ​ແຂງ​ຂັນພາຍໃນປະ​ເທດ​ແລະ​ນອກ​ປະ​ເທດ ​ເພື່ອ​ການ​ລົບ​ກວນ ສ້າງຄວາມອ່ອນແອ ​ແລະ​ທຳລາຍ ໄພອັນຕະລາຍທີ່ຄຸກ​ຄາມສິດເສລີພາບ ​ແລະ​ຄວາມ​ປອດ​ໄພ​ຂອງ​ໂລກ.​”

ລັດ​ຖະມົນຕີຄົນ​ເຂົ້າ​ເມືອງ​ແລະປ້ອງກັນຊາຍ​ແດນ ທ່ານ Peter Dutton ​ໄດ້​ຢືນຢັນ​ວ່າ
“​ນີ້​ແມ່ນເຫດການທີ່ເກີດຂຶ້ນໃນ​ສະໜາມ​ບິນ​ນາໆ​ຊາດຊິດນີ ເມື່ອ​ວັນ​ທີ 12 ສິງຫາ” ​ແຕ່​ວ່າ ທ່ານ​ບໍ່​ສາ​ມາດ​ໃຫ້​ຄວາມ​ເຫັນ​ໃດໆ ​ໃນ​ການ​ສືບສວນ​ກ່ຽວກັບ​ກຸ່ມ​ກໍ່​ການ​ຮ້າຍ.

ໜັງສືພິມ Daily Telegraph ຂອງອ໊ອສ​ເຕຣ​ເລຍ ​ໄດ້​ລາຍ​ງານ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ
“ກຸ່ມ​ອັນ​ຕະພານທັງ​ຫ້າ ທີ່​ອາດ​ຈະກາຍເປັນ​ພວກການ​ຮ້າຍ” ຈາກນະຄອນ Sydney ​ໄດ້​ຖືກ​ຢຸດ ​ໃນ​ວັນ​ທີ 12 ສິງຫາ ​ຢູ່ທີ່​ສະໜາມ​ບິນ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ ກຳລັງ​ມຸ້ງ​ໜ້າ​ໄປ​ຍັງ
ຊີ​ເຣຍ ​ແລະ​ອີຣັກ.

XS
SM
MD
LG