ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອອສເຕຣເລຍ ຮັບມືກັບ ໄຟໄໝ້ປ່າ ຢ່າງຮ້າຍແຮງ ທີ່ຄວບຄຸມບໍ່ໄດ້


AUSTRAILIA FIRES CNPK
please wait
Embed

No media source currently available

0:00 0:01:20 0:00

ບັນດາ​ເຈົ້າ​ໜ້າ​ທີ່ ອອສ​ເຕຣ​ເລຍ ກ່າວ​ວ່າ ​ໄຟ​ປ່າ ກຳລັງ​ໄໝ້​ແບບ​
ຄວບ​ຄຸມ​ບໍ່​ໄດ້​ຢູ່ໃນລັດ​ຕ່າງໆ ທາງ​ພາກ​ໃຕ້​ຂອງ​ປະເທດ ໂດຍໄດ້
ບັງຄັບ​ໃຫ້​ຫລາຍໆພັນຄົນ​ຕ້ອງໄດ້​ຍົກຍ້າຍ​ອອກ​ຈາກ​ບ້ານ​ເຮືອນ
​ຂອງເຂົາ​ເຈົ້າ.

​ເຈົ້າ​ໜ້າ​ທີ່​ມອ​ດ​ໄຟ​ກ່າວ​ວ່າ ບັນດາຂົງ​ເຂດ ທີ່ໄດ້ຜົນກະທົບຮ້າຍ​
ແຮງ​ສຸດ ແມ່ນຢູ່ທີ່ ລັດອອສ​ເຕຣ​ເລຍໃຕ້ ​ແລະລັດ Victoria ທີ່​
ເຮືອນຫລາຍ​ສິບ​ຫລັງໄດ້​ຖືກ​ທຳ ລາຍ ຫລືບໍ່ກໍໄດ້ຮັບ​ເສຍ​ຫາຍ.

ສະພາບ​ຄວາມແຫ້ງ​ແລ້ງ ລົມ​ແຮງ ​ແລະ​ອຸນຫະພູມ​ທີ່ສູງ​ເຖິງ 30
​ອົງສາ Celsius ກຳລັງກໍ່ໃຫ້ເກີດ​ສະພາບ​ການ ​ທີ່ເປັນອັນຕະລາຍ ສຳຫລັບເກີດ​ໄຟໄໝ້ ​ທີ່​ຄວບ​ຄຸມ​ບໍ່​ໄດ້ ຢູ່​ໃນທົ່ວທຸກ​ດ້ານ.

​ໄຟໄໝ້ປ່າຮ້າຍແຮງ ມັກ​ເກີດ​ຂື້ນ​ຢູ່​ເລື້ອຍໆຫລືຖືເປັນເລື້ອງທຳມະດາຢູ່ໃນຊຸມ ເດືອນລະ
ດູຮ້ອນຂອງອອສ​ເຕຣ​ເລ​ຍ. ​ໃນ​ເດືອນ​ກຸມພາ ປີ 2009 ໄຟ​ໄໜ້ປ່າ ທີ່ເກີດຄວາມ​ພິນາດ
“ວັນ​ເສົາ​ດຳ” ​ໃນ​ລັດ Victoria ​ໄດ້​ເຮັດ​ໃຫ້ 173 ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 2,000 ຫລັງຄາ​ເຮືອນ ​ໄດ້​ຖືກ​ທຳລາຍ.

XS
SM
MD
LG