ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອອສເຕຣເລຍ ຈະຊ່ວຍເຫລືອ ມຽນມາ 20 ລ້ານໂດລາ (ວີດິໂອ)


ປະທານາທິບໍດີ Thein Sein ຂອງມຽນມາ (ຂວາ) ພົບກັບ ທ່ານນາງ Julia Gillard ນາຍົກລັດຖະມົນຕີອອສເຕຣເລຍ
ທີ່ສະພາແຫ່ງຊາດຂອງອອສເຕຣເລຍ ໃນກຸງ Canberra, ວັນທີ 18 ມີນາ 2013.
ປະທານາທິບໍດີ Thein Sein ຂອງມຽນມາ (ຂວາ) ພົບກັບ ທ່ານນາງ Julia Gillard ນາຍົກລັດຖະມົນຕີອອສເຕຣເລຍ ທີ່ສະພາແຫ່ງຊາດຂອງອອສເຕຣເລຍ ໃນກຸງ Canberra, ວັນທີ 18 ມີນາ 2013.
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard
ໄດ້ປະກາດວ່າກຸງ Canberra ຈະຫລຸດຜ່ອນຂໍ້ຈໍາກັດໃນ ການຮ່ວມມືດ້ານການປ້ອງກັນປະເທດກັບມຽນມາ ແລະຈະ
ມອບການຊ່ວຍເຫລືອຊຸດນຶ່ງ ໃນມູນຄ່າ 20 ລ້ານໂດລາ ໃຫ້
ແກ່ປະເທດຊຶ່ງຄັ້ງນຶ່ງເຄີຍຢູ່ຢ່າງໂດດດ່ຽວແຫ່ງນັ້ນ.

ລຸນຫລັງທີ່ໄດ້ພົບປະກັບປະທານາທິບໍດີ Thein Sein ທີ່ກໍາລັງ
ຢ້ຽມຢາມຢູ່ທີ່ກຸງ Canberra ໃນວັນຈັນມື້ນີ້ ທ່ານນາງ Gillard
ເວົ້າວ່າ ການເກືອດຫ້າມ ດ້ານອາວຸດຂອງອອສເຕຣເລຍ ຍັງສືບ
ຕໍ່ມີຢູ່ຄືເກົ່າ ແຕ່ວ່າຈະມີການຫລຸດຜ່ອນຂໍ້ຈໍາກັດດ້ານອື່ນ ເຊັ່ນ ການຮັກສາຄວາມສະຫງົບ, ກິດຈະກໍາດ້ານມະນຸດສະທໍາ ແລະ
ຮັບມືກັບໄພພິບັດ. ທ່ານນາງກ່າວວ່າ:

“ອອສເຕຣເລຍຈະເປັນພາຄີທີ່ກຽມພ້ອມ ແລະຊຸກຍູ້ໃຫ້ມີການເອົາບາດ
ກ້າວຕື່ມອີກ ເພື່ອເຮັດໃຫ້ລັດຖະບານພົນລະເຮືອນມີຄວາມໝັ້ນຄົງ ເພື່ອຍົກ
ສູງສິດທິ ຂອງ ປະຊາຊົນມຽນມາໂດຍທັງໝົດ, ສົ່ງເສີມຄວາມປອງດອງຊາດ
ແລະສັນຕິພາບ ລະຫວ່າງກຸ່ມຊົນເຜົ່າຕ່າງໆ ແລະເພື່ອໃຫ້ຍຶດໝັ້ນຕໍ່ຫລັກ
ການບໍ່ແຜ່ຜາຍ ອາວຸດນີວເຄລຍຂອງໂລກ. ພວກເຮົາບໍ່ແມ່ນຍື່ນໃຫ້ແຕ່
ພຽງມິດຕະພາບ ແລະຄໍາເວົ້າໃຫ້ກໍາລັງໃຈແກ່ມຽນມາເທົ່ານັ້ນ ພວກເຮົາ
ຍັງໃຫ້ການສະໜັບສະໜຸນ ໃນພາກຕົວຈິງອີກດ້ວຍ.”


ປະທານາທິບໍດີ Thein Sein ກ່າວຕໍ່ພວກນັກຂ່າວວ່າ ທ່ານມີຄວາມພູມໃຈ ທີ່ທ່ານໄດ້
ເປັນຜູ້ນໍາປະເທດຄົນທໍາອິດຂອງມຽນມາ ທີ່ໄດ້ໄປຢ້ຽມຢາມອອສເຕຣເລຍ ນັບແຕ່ປີ
1974 ເປັນຕົ້ນມາ. ທ່ານກ່າວວ່າ ມຽນມາ ແລະອອສເຕຣເລຍ ແມ່ນມຸ້ງໜ້າໄປສູ່ການ
ເປັນພາຄີ ແລະເພື່ອນທີ່ດີຕໍ່ກັນ. ທ່ານກ່າວວ່າ:

“ຂ້າພະເຈົ້າຮູ້ວ່າ ເປັນເວລາຫລາຍປີມາແລ້ວ ທີ່ລັດຖະບານ ແລະປະຊາຊົນ ອອສເຕຣເລຍ ມີຄວາມເປັນຫ່ວງ ກ່ຽວກັບສະຖານນະການດ້ານສິດທິມະນຸດ
ຢູ່ໃນມຽນມາ. ຂ້າພະເຈົ້າຂອບໃຈໃນຄວາມເປັນຫ່ວງຂອງເຂົາເຈົ້າ. ຂ້າພະ
ເຈົ້າມາທີ່ນີ້ ສ່ວນນຶ່ງກໍແມ່ນສະແດງໃຫ້ເຫັນເຖິງການປ່ຽນແປງທີ່ໄດ້ເກີດຂຶ້ນ
ແລະເພື່ອຂໍການສະໜັບສະໜຸນ ແລະການຊ່ວຍເຫລືອທີ່ເອື້ອເຟື້ອເພື່ອແຜ່
ຈາກປະເທດທ່ານ ໃນການຫັນປ່ຽນຂອງພວກເຮົາໄປສູ່ສັນຕິພາບ, ປະຊາ
ທິປະໄຕແລະຄວາມວັດທະນາຖາວອນ. ຂ້າພະເຈົ້າຫວັງວ່າ ພວກທ່ານຈະ
ຫລິງ ເຫັນຄວາມສໍາຄັນ ໃນສິ່ງທີ່ພວກເຮົາກໍາລັງເຮັດ ວ່າມັນເປັນສິ່ງທີ່ບໍ່ເຄີຍ
ມີມາ ກ່ອນຢູ່ໃນສະໄໝໃໝ່ນີ້. ມັນເປັນການຂ້າມຜ່ານຈາກການປົກຄອງຂອງ
ທະຫານ ໄປສູ່ການປົກຄອງແບບມີປະຊາທິປະໄຕ. ການຂ້າມຜ່ານຈາກເວລາ
60 ປີ ແຫ່ງການສູ້ລົບໄປຫາສັນຕິພາບ ແລະຈາກເສດຖະກິດລວມສູນ ທີ່ຄວບ
ຄຸມ ໂດຍສູນກາງ ແລະໂດດດ່ຽວໄປຫາເສດຖະກິດທີ່ສາມາດຍຸຕິຄວາມທຸກ
ຈົນ ແລະສ້າງໂອກາດອັນແທ້ຈິງ ໃຫ້ແກ່ປະຊາຊົນທັງໝົດຂອງພວກເຮົາ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ອອສເຕຣເລຍ ຈະຊ່ວຍມຽນມາ 20 ລ້ານໂດລາ
please wait

No media source currently available

0:00 0:02:18 0:00
XS
SM
MD
LG