ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກສົ່ງເສີມປະຊາທິປະໄຕ ຮຽກຮ້ອງໃຫ້ ອອສເຕຣເລຍປະນາມມຽນມ້າ


ພວກປະທ້ວງສະໜັບສະໜູນ ທ່ານນາງອອງຊານຊູຈີ ຫົວໜ້າພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ໃນມຽນມາ.
ພວກປະທ້ວງສະໜັບສະໜູນ ທ່ານນາງອອງຊານຊູຈີ ຫົວໜ້າພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ໃນມຽນມາ.

ພວກ​ສົ່ງ​ເສີມ​​ປະຊາທິປະ​ໄຕ​ໃນ​ອອສ​ເຕຣ​ເລຍ​ ກໍາລັງຮຽກຮ້ອງ​ໃຫ້​ລັດຖະບານ​ ປະນາມ​ຢ່າງ​ເປີດ​ເຜີຍ​ ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຂອງ​ມຽນມາ​ໃນ​ເດືອນ​ພະຈິກ​ໜ້າ​ນີ້. ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ທາງ​ການກຸງ Canberra ຈະ​ຕ້ອງ​ທໍາ​ຄວາມ​ກົດ​ດັນ​ຫລາຍ​ຂຶ້ນ ​ໃສ່​ຄະນະ​ນໍາພາ​ທະຫານ​ຂອງ​ມຽນມາ​ ເພື່ອ​​ໃຫ້ທໍາ​ການ​ປ່ຽນ​ແປງ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ.

ເມື່ອ 3 ປີຜ່ານມາ ພວກ​ຜູ້​ນໍາ​ທະຫານ​ມຽນມາ​ໄດ້​ທໍາ​ການທັບ​ມ້າງຢ່າງ​ໂຫດ​ຫ້ຽມຕໍ່​ພວກ​ປະ​ທ້ວງ​ທີ່​ຮຽກຮ້ອງ​ໃຫ້​ທໍາ​ການ​ປະຕິ​ຮູບ​ຢ່າງ​ສັນຕິ​ ໄປ​ສູ່​ລະບອບ​ປະຊາທິປະ​ໄຕ. ການ​ເດີນ​ຂະ​ບວນປະ​ທ້ວງໄປ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ ພາຍ​ໃຕ້​ການ​ນໍາພາ​ຂອງ​ພວກ​ພະສົງ​ໄດ້​ດຶງ​ດູດ​ເອົາ​ປະຊາຊົນຫລາຍ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ນໍາ ກ່ອນຖືກ​ກອງທັບ​ມຽນມາເຂົ້າປາບ​ປາມນັ້ນ.

ພວກ​ສົ່ງ​ເສີມປະຊາທິປະ​ໄຕ​ໃນ​ອອສ​ເຕຣ​ເລຍ ກ່າວ​ວ່າ ລັດຖະບານ​ກຸງ​ແຄນ​ເບີຣາຈະ​ຕ້ອງເອົາ​ທ່າ​ທີ​ທີ່ໜັກ​ແໜ້ນ​ແຂງ​ຂັນ​ຂຶ້ນ​ກ່ວາ​ເກົ່າ ​ໃນ​ການ ປະນາມ​ຕໍ່​ການ​ຮາວີ​ລົບ​ກວນ​ແລະການ​ຈັບ​ກຸມ​ຄຸມ​ຂັງ​ພວກ​ຕົວຕັ້ງ​ຕົວ​ຕີ ເພື່ອ​ສິດທິ​ມະນຸດ ທີ່​ຍັງ​ດໍາ​ເນີນ​ຢູ່ຕໍ່​ມາ​ໃນ​ມຽນມານັ້ນ​ກ່ອນ​ການ​ເລືອກ​ຕັ້ງແຫ່ງ​ຊາດ​ ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ພະຈິກ​ໜ້າ​ນີ້.

ເຂົາ​ເຈົ້າຢືນ​ຢັດ​ວ່າ ພວກ​ລັດຖະມຸນຕີ​ຈະ​ຕ້ອງ​ຖະ​ແຫລ​ງອອກ​ມາ​ວ່າ ການ​ເລືອກ​ຕັ້ງ​ຂອງ​ມຽນມາ​ ຈະ​ບໍ່​ໄດ້​ຮັບການ​ພິຈາລະນາວ່າ ຖືກຕ້ອງ​ຕາມ​ກົດໝາຍ ນອກຈາກ​ວ່າພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ຮວມທັງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ນິຍົມປະຊາທິປະ​ໄຕ ໄດ້ຖືກ​ປ່ອຍໂຕ ​ແລະ​ກົດໝາຍ​ລັດຖະທໍາ​ມະນຸ​ນໄດ້​ຮັບ​ການທົບ​ທວນຄືນ​ເບິ່ງ​ ແລະ​ການຈຳກັດ​ຮັດ​ແຄບ​ໃນ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ຖືກຍົກ​ເລີກ​ເສຍ​ກ່ອນ.

ອອສ​ເຕຣ​ເລຍ​ໄດ້​ຮຽກຮ້ອງ​ຊໍ້າ​ແລ້ວ​ຊໍ້າ​ອີກ​ ໃຫ້​ທາງ​ການ​ມຽນມາເລີ້ມ​ທໍາ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ ແລະ​ສ້າງຄວາມ​ປອງ​ດອງ​ຊາດຢ່າງແທ້ຈິງ​. ນັບ​ແຕ່​ເດືອນ​ຕຸລາ​ປີ 2007 ​ເປັນ​ຕົ້ນ​ມາ ລັດຖະບານ​ກຸງ​ແຄນ​ເບີຣາ ​ໄດ້​ຈັດ​ຕັ້ງປະຕິບັດ​ການ​ລົງ​ໂທດ ​ທີ່​ແນ​ເປົ້າ​ໝາຍໃສ່​ພວກ​ສະມາ ຊິກ​ຂອງ​ລັດຖະບານ​ມຽນມາ​ ຫລັງ​ຈາກ​ລັດຖະບານ​ດັ່ງກ່າວໄດ້ທໍາ​ການ​ຕອບ​ໂຕ້ຢ່າງ​ຮຸນ​ແຮງ ​ຕໍ່​ພວກ​ປະ​ທ້ວງ​ຢ່າງ​ສັນຕິ​ນັ້ນ.

ທ່ານນາງ Zetti Brake ​ໂຄສົກ​ອົງການ ປຸກລະດົມ​ເພື່ອ​ມຽນມາ ​ປະ​ຈໍາອອສ​ເຕຣ​ເລຍ ກ່າວ​ວ່າ ອອສ​ເຕຣ​ເລຍ​ຈະ​ຄວນດໍາ​ເນີນ​ການ​ຫລາຍ​ຂຶ້ນ ​ເພື່ອສົ່ງ​ເສີມ​ໃຫ້​ມີ​ການ​ປະຕິ​ຮູບ​ໄປ ​ສູ່​ລະບອບ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ​ ຢູ່​ໃນມຽນມ້າ​ນັ້ນ. ທ່ານ​ນາງ Brake ກ່າວຕື່ມ​ວ່າ :

"ເວລາ​ຜ່ານ​ມາໄດ້ສາມ​ປີແລ້ວ ​ແລະ​ໂຊກ​ຮ້າຍ​ແທ້ໆ ທີ່ສະຖານະ​ການ​ດ້ານສິດທິ​ມະນຸດ ຍັງ​ບໍ່ທັນ​ໄດ້ປັບປຸງ​ໃຫ້​ດີ​ຂຶ້ນແຕ່​ຢ່າງ​ໃດ ນັບ​ຕັ້ງ​ແຕ່​ມີ​ການ​ປະຕິວັດຜ້າ​ເຫ​ລື​ອງ ຫລື​ການ​ປະຕິວັດ​ຂອງ​ພະສົງ ​ເປັນຕົ້ນມາ. ຈໍານວນ​ນັກໂທ​ດການ​ເມືອງໄດ້​ເພີ້ມຂຶ້ນສອງ​ເທົ່າ ຊຶ່ງ​ນີ້ກໍ​ຄືຕົວຢ່າງ​ອັນ​ນຶ່ງ​ທີ່​ບົ່ງ​ບອກ​ວ່າ ສະຖານະການ​ໄດ້ຮ້າຍ ​ແຮງຂຶ້ນກວ່າ​ເກົ່າ​ແບບ​ໃດ ​ແລະການ​ເລືອກ​ຕັ້ງທີ່​ຈະ​ມີ​ຂຶ້ນ ​ໃນ​ເດືອນ​ພະຈິກ ຊຶ່ງ​ເປັນຄັ້ງທຳ​ອິດ​ໃນຮອບ 20 ປີນັ້ນ ກໍຈະ​ບໍ່ພາ​ໃຫ້​ສະພາບ​ການນີ້ ປ່ຽນ​ແປງ​ໄດ້. ສະນັ້ນ ສິ່ງ​ທີ່ພວກ​ເຮົາຮຽກຮ້ອງໃຫ້​ລັດຖະບານອອສ​ເຕຣ​ເລຍ​ເຮັດ ກໍ​ຄື​ວ່າ​ໃຫ້ເອົາ​ທ່າ​ທີ ​ທີ່​ແຂງ​ແຮງ​ກວ່າ​ທີ່​ຜ່ານ​ມາ ຕໍ່​ການ​ເລືອກ​ຕັ້ງນັ້ນ ​ແລະ​ໃຫ້ເວົ້າ ອອກມາ​ວ່າ ການ​ເລືອກ​ຕັ້ງ​ຄັ້ງນີ້ຈະ​ບໍ່​ເປັນ​ທີ່​ເຊື່ອ​ຖື​ໄດ້ ຫລື​ມີ​ຄວາມ​ຖືກຕ້ອງ​ຊອບ​ທໍາ ​ຕາບ​ໃດ​ທີ່​ບໍ່​ມີ​ການ​ປະຕິບັດລ່ວງ​ໜ້າ ຕາມມາດຕະຖານ​ຈຳນວນ​ນຶ່ງ ທີ່​ຝ່າຍ​ຂະ​ບວນການ​ປະ ຊາທິປະໄຕໄດ້​ວາງ​ອອກນັ້ນ ​ແລະມາດຕະຖານ​ເຫລົ່ານີ້ ລວມມີທັງການປ່ອຍນັກ​ ໂທດ​ການ​ເມືອງທັງໝົດ ​ໃຫ້​ເປັນອິດ​ສະລະ."

ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ອອສ​ເຕຣ​ເລຍ ກ່າວ​ວ່າ ເຖິງ​ແມ່ນ​ຕົນ​ “ມີ​ຄວາມ​ຮູ້ສຶກ​ສົງ​ໄສແລະບໍ່​ແນ່​ໃຈມາ​ເປັນ​ເວລາ​ດົນ​ນານ​ກໍ​ຕາມ ແຕ່ຕົນ​ກໍ​ບໍ່​ຢາກ​ “ຕັດສິນລ່ວງ​ໜ້າ​ ກ່ຽວ​ກັບ​ການ​ດໍາ​ເນີນ​ຂັ້ນ​ຕອນການ​ເລືອກ​ຕັ້ງ​ຫລື​ຜົນ​ຂອງ​ການ​ເລືອກ​ຕັ້ງ​ນັ້ນ.”

ອອສ​ເຕຣ​ເລຍ​ມີ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ມຽນມາ ​ແຕ່​ສາຍ​ພົວພັນ ສອງ​ຝ່າຍໄດ້​ຕົກ​ຢູ່​ໃນ​ສະພາບ​ເຄັ່ງ​ຕຶງ ​ຍ້ອນ​ຄວາມ​ເປັນ​ຫ່ວງ​ຂອງ​ກຸງ​ແຄນ​ເບີຣາ ກ່ຽວ​ກັບ​ການ​ປາບ​ປາມ​ປະຊາທິ ປະ​ໄຕ ​ແລະ​ການ​ບໍ່​ເຄົາລົບ​ນັບຖືສິດທິ​ມະນຸດ​ຂອງ​ພວກ​ທະຫານນັ້ນ.

ນີວຊີ​ແລນ ກໍ​ເປັນ​ອີກ​ປະ​ເທດ​ນຶ່ງ​ໃນ​ບັນດາ​ຫລາຍໆ​ປະ​ເທດ ​ທີ່​ໃຫ້ການ​ສະໜັບສະ​ໜຸນ​ແກ່​ການຈັດ​ຕັ້ງ​ຄະນະ​ກໍາມາ​ທິການ​ສອບ​ສວນ​ຂອງ​ສະຫະ​ປະຊາຊາດ​ຂຶ້ນມາ ​ເພື່ອ​ທໍາ​ການສອບ​ສວນ​ສືບສວນກ່ຽວ​ກັບ​ອາຊະຍາ​ກໍາ​ຕ້ານ​ມະນຸດຊາດຕ່າງໆ​ຢູ່ໃນ​ມຽນມາ ​ຕາມ​ທີ່​ມີ​ການກ່າວ ຫານັ້ນ. ຝຣັ່ງ ກາ​ນາ​ດາ ​ແລະເນ​ເທີ​ແລນ ກໍ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາທີ່​ຈະໃຫ້ການ​ສະໜັບ ສະໜຸນ​ເຊ່ນ​ກັນ​ ໃນຂະນະ​ທີ່​ການ​ຄັດຄ້ານ​ຂອງ​ນາໆ​ຊາດ​ ຕໍ່​ຄະນະ​ນໍາພາ​ທະຫານ​ໃນ​ມຽນ ມາເພີ່ມ​ທະວີ​ຂຶ້ນ​ນັບ​ມື້ ກ່ອນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໃນ​ເດືອນ​ພະຈິກ​ ຈະ​ມາ​ເຖິງ​ນີ້.

XS
SM
MD
LG