ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບັນທຸກ ອົບພະຍົບ ຫຼົ້ມຢູ່ ນອກຝັ່ງທະເລ ອອສເຕຣເລຍ


ແຜນທີ່ອອສເຕຣເລຍ.
ແຜນທີ່ອອສເຕຣເລຍ.

















ບັນດາ​ເຈົ້າ​ໜ້າ​ທີ່​ການ​ເດີນ​ເຮືອ​ທາງ​ທະ​ເລ​ຂອງ​ອອສ​ເຕຣ​ເລຍ ກ່າວ​ວ່າ ເຮືອ​ລໍາ​ນຶ່ງ​ທີ່​ບັນທຸກ​
ພວກ​ພະຍາ​ມຫາ​ບ່ອນ​ລີ້​ໄພ​ປະມານ 200 ຄົນ​ໄດ້ຫລົ້ມ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ເກາະ​ຄຣິສ
ມາສທີ່​ຕັ້ງ​ຢູ່​ໃນ​ເຂດ​ສອກຫຼີກ​ຫ່າງໄກ​ຂອງ​ອອສ​ເຕຣ​ເລຍ.

​ເຮືອ​ລໍາ​ດັ່ງກ່າວ​ໄດ້​ຫຼົ້ມ​ຫ່າງຈາກ​ເກາະ​ຄຣິສມາສ​ໄປ​ທາງທິດ​ເໜືອ​ປະມານ 220 ຫຼັກ​ກິ​ໂລ​
ແມັດ​ ໃນ​ວັນ​ພະຫັດ​ມື້​ນີ້. ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໃນ​ດ້ານ​ການ​ເດີນ​ເຮືອ​ທາງ​ທະ
​ເລ​ຂອງ​ອອສ​ເຕຣເລຍ​ກ່າວ​ວ່າ ​ເຮືອ​ພໍ່​ຄ້າ 3 ລໍາ​ແລະ​ກໍ່າ​ປັ່ນ​ກອງທັບ​ເຮືອ 2 ລໍາຂອງ​ອອສ
​ເຕຣ​ເລຍ​ກໍາລັງ​ແລ່ນ​ມຸ້ງ​ໜ້າ​ໄປ​ສູ່​ບ່ອນ​ເກີດ​ເຫດແລ້ວ​.

ທາງ​ການ​ອອສ​ເຕຣເລຍ​ກ່າວ​ວ່າ ​ໄດ້​ມີ​ການ​ພົບ​ເຫັນພວກ​ທີ່​ລອດ​ຊີວິດຢູ່​ໃນເຂດ​ນ່ານນໍ້າ
​ດັ່ງກ່າວ.

ອອສ​ເຕຣ​ເລຍ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ສຳ​ຄັນ​ແຫ່ງ​ນຶ່ງ​ສໍາລັບ​ພວກທີ່​ພາກັນ​ຫລົບໜີ​ຈາກ​
ບັນດາ​ປະ​ເທດ​ທີ່​ທຸກ​ຈົນ ​ແລະ​ແລະ​ປະສົບ​ໄພສົງຄາມ ​ເຊ່ນອັຟກາ​ນິສຖານ ອີຣັກ​ແລະ​ສຣີ
ລັງກາ​ດັ່ງ​ນີ້​ເປັນ​ຕົ້ນ. ພວກ ລີ້​ໄພ​ສ່ວນ​ຫຼາຍ​ຖືກ​ນໍາ​ໄປ​ຍັງສູນ​ຄຸມ​ຂັງ​ແຫ່ງຕ່າງໆ​ທີ່​ອັ່ງ​ອໍ​ກັນ​
ຢູ່​ແລ້ວ​ເທິງ​ເກາະ​ຄຣິສມາສ​ແລະ​ໃນ​ແຜ່ນດິນ​ໃຫຍ່ຂອງອອສ​ເຕຣ​ເລຍ​ນັ້ນ.

ພວກ​ພະຍາຍາມຊອກ​ຫາ​ບ່ອນ​ລີ້​ໄພ​ປະມານ 50 ຄົນ​ ໄດ້​ເສຍ​ຊີວິດ ​ເວລາເຮືອໄມ້​ທີ່​ຮົ່ວ​
ຂອງ​ເຂົາ​ເຈົ້າ​ແລ່ນ​ໄປ​ຕໍາ​ແຄມ​ຝັ່ງ​ທີ່​ເປັນ​ໜ້າຜາ​ສູງ​ຊັນຂອງ​ເກາະ​ດັ່ງກ່າວ​ໃນເດືອນ​ທັນວາ
ປີ 2010.

XS
SM
MD
LG