ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ກັບຈີນ ຕົກລົງ ແລກປ່ຽນ ເງິນຕາກັນ ໂດຍກົງ


ນາຍົກລັດຖະມົນຕີ ອອສ​ເຕຣ​ເລຍ ທ່ານນາງ Julia Gillard
ກ່າວ​ວ່າ ​ເງິ​ນ​ໂດ​ລ່າອອສ​ເຕຣ​ເລຍ ຈະສາມາດ​ແລກປ່ຽນ​​ໂດ​ຍກົງ
​ກັບ ​ເງິນ​ຍວນ​ຈີນ
ນາຍົກລັດຖະມົນຕີ ອອສ​ເຕຣ​ເລຍ ທ່ານນາງ Julia Gillard ກ່າວ​ວ່າ ​ເງິ​ນ​ໂດ​ລ່າອອສ​ເຕຣ​ເລຍ ຈະສາມາດ​ແລກປ່ຽນ​​ໂດ​ຍກົງ ​ກັບ ​ເງິນ​ຍວນ​ຈີນ
ນາຍົກລັດຖະມົນຕີ ອອສ​ເຕຣ​ເລຍ ທ່ານນາງ Julia Gillard
ກ່າວ​ວ່າ ​ເງິ​ນ​ໂດ​ລ່າຂອງອອສ​ເຕຣ​ເລຍ ຈະສາມາດ​ແລກປ່ຽນ
ໄດ້ໂດ​ຍກົງ​ກັບ ​ເງິນຢວນ ຂອງ​ຈີນ ພາຍ​ໃຕ້​ຂໍ້​ຕົກລົງ​ຄັ້ງ​ປະວັດ​
ສາດສະບັບ​ນຶ່ງ. ການເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ພາກສ່ວນ​ນຶ່ງ​
ຂອງການ​ດໍາ​ເນີນຄວາ​ມພະຍາຍາມ ຂອງ​ລັດຖະບານ
Canberra ເພື່ອ​ຮັດ​ແໜ້ນສາຍ​ພົວພັນ​ດ້ານ​ເສດຖະກິດຂອງ
​ຕົນ ກັບ​ຈີນ.

ຂໍ້​ຕົກລົງດ້ານ​ເງິນຕາ​ດັ່ງກ່າວ ​ແມ່ນຈະ​ເຮັດ​ໃຫ້ຄ່າ​ທໍາ​ທຸລະ​ກໍາ​ ​
ຖືກ​ລົງ ສໍາລັບ​ບັນດາ​ບໍລິສັດອອສ​ເຕ​ຣເລຍ ​ທີ່​ທໍາ​ທຸລະ​ກິດ​ຢູ່​ໃນ
​ຈີນ ໂດຍ​ທີ່​ເຂົາ​ເຈົ້າ​ຈະ​ບໍ່​ຕ້ອງ ໄດ້​ປ່ຽນເງິນ​ໂດ​ລ່າ​ອອສ​ເຕຣ​ເລຍ ​
ເປັນ​ເງິນ​ໂດ​ລ່າ​ຂອງສະຫະລັດ ​ແລະ​ຫລັງ​ຈາກ​ນັ້ນ​ມາ​ເປັນ​ເງິນ​
ຢວນ​ຂອງ​ຈີນ ຫລື​ທີ່​ເອີ້ນ​ກັນໃນອີກຊື່​ນຶ່ງ​ວ່າ​ເງິນ renminbi ນັ້ນ.

ພາຍໃຕ້​ການຈັດ​ແຈງ​ໃໝ່ນີ້ ​ເງິນ​ໂດ​ລ່າ​ອອສ​ເຕຣ​ເລຍຈະ​ເປັນ​ເງິນ​ຕາ ສະກຸນທີ່ສາມ ທີ່​ແລກປ່ຽນ​ໂດຍ​ກົງ​ໄດ້​ກັບ​ເງິນ​ຢວນ ຫລັງ​ຈາກ​ເງິນ​ໂດ​ລາສະຫະລັດ ​ແລະ​ເງິນ​ເຢັນ​ຂອງ​ຍີ່​ປຸ່ນ.

​ໃນ​ການກ່າວ​ ໃນ​ລະຫວ່າງການ​ຢ້ຽ​ມຢາ​ມ ນະຄອນ Shanghai ຢ່າງເປັນ​ທາງ​ການ​ໃນວັນ
​ຈັນ​ມື້​ນີ້ ນາຍົກລັດຖະມົນຕີອອສ​ເຕ​ຣເລຍ ທ່ານນາງ Julia Gilliard ກ່າວ​ວ່າ ຂໍ້​ຕົກລົງ​
ດັ່ງກ່າວ​ນີ້ ຈະ​ເປັນ “ກ້ອນ​ຫິນ​ປູ​ພື້ນຖານ” ຂອງວຽກງານ​ແລະ​ການ​ລົງທຶນໃນ​ອານາຄົດ.

ຈີນແມ່ນຄູ່​ແລກປ່ຽນ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງອອສ​ເຕຣ​ເລຍ ຊຶ່ງ​ການ​ຄ້າສອງ​ຝ່າຍລວມກັນ
​ແມ່ນມີ​ມູນ​ຄ່າຢູ່ທັງ​ໝົດ 120 ພັນ​ຕື້​ໂດ​ລາ. ຄວາມ​ຮຽກຮ້ອງຕ້ອງການຊັບພະຍາກອນ​ທໍາ​
ມະ​ຊາດຂອງ​ຈີນ ​ໂດຍ​ສະ​ເພາະ​ແລ້ວ​ກໍ​ແມ່ນ ທາດເຫລັກ ​ແລະ​ຖ່ານ​ຫີນ ຈາກ​ອອສເຕຣ
​ເລຍ​ນັ້ນ ​ແມ່ນ​ໄດ້​ຊ່ວຍ​ປົກປ້ອງ ອອສ​ເຕຣ​ເລຍ​ ຈາກວິ​ກິດ​ການ​ເງິນ​ ທີ່​ຮ້າຍ​ແຮງສຸດຂອງ
​ໂລກ​ ​ເຖິງ​ແມ່ນ​ວ່າການແລກປ່ຽນ​ສິນຄ້າຕ່າງໆນັ້ນ​ ກໍາລັງເລີ້ມຊັກ​ຊ້າ​ລົງ​ແລ້ວ​ກໍ​ຕາມ.

ທ່ານ​ນາງ Gilliard ກ່າວ​ວ່າ ຂໍ້​ຕົກລົງກ່ຽວ​ກັບ​ເງິນຕາ​ດັ່ງກ່າວ​ນີ້ ຈະ​ຊ່ວຍ​ຊຸກຍູ້​ເສດຖະກິດ
​ຂອງອອສ​ເຕຣ​ເລຍ.
XS
SM
MD
LG