ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ຈະຈ່າຍ ຄ່າເສຍຫາຍ ແກ່ພວກເຄາະຮ້າຍ ໃນກອງທັບ


ທ່ານ Stephen Smith, ລັດຖະມົນຕີປ້ອງກັນປະເທດ ອອສເຕຣເລຍ
ທ່ານ Stephen Smith, ລັດຖະມົນຕີປ້ອງກັນປະເທດ ອອສເຕຣເລຍ
ລັດຖະບານອອສເຕຣເລຍ ໄດ້ຂໍຂະມາໂທດຕໍ່ພວກໄດ້ຮັບເຄາະ
ຮ້າຍຫລາຍ ໆ ພັນຄົນ ຈາກການກະທໍາຜິດຢູ່ໃນກອງທັບ ຊຶ່ງ
ເປັນການແຜ້ວທາງໃຫ້ຜູ້ໄດ້ຮັບເຄາະຮ້າຍທັງຫລາຍ ໄດ້ຮັບ
ການຊົດເຊີຍຄ່າເສຍຫາຍ.

ໃນການກ່າວຄໍາປາໄສຢູ່ໃນສະພາແຫ່ງຊາດໃນວັນຈັນມື້ນີ້
ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Stephen Smith
ໄດ້ຮັບຮູ້ວ່າ ນັບຕັ້ງແຕ່ ປີຕົ້ນໆ ຂອງຊຸມປີ 1950 ເປັນຕົ້ນມາ
ພວກທະຫານບົກ, ທະຫານເຮືອ, ແລະສະມາຊິກຂອງລັງທະ
ຫານອາກາດ ໄດ້ທົນທຸກຕໍ່ການກະທໍາທາລຸນ ທີ່ມັກເກີດມາ ຈາກການກະທໍາຜິດຂອງບັນດານາຍຂອງພວກເຂົາເຈົ້າ ພາຍ
ໃຕ້ຂໍ້ແກ້ຕົວວ່າ ເຮັດໃຫ້ມີລະບຽບເຂັ້ມງວດຂຶ້ນຕໍ່ພວກທະຫານ
ໜຸ່ມທີ່ເກນເຂົ້າມາໃໝ່.

ທ່ານ Smith ຍັງໄດ້ເວົ້າອີກວ່າ ໜ່ວຍງານປະຕິບັດໜ້າທີ່ ທີ່ເປັນເອກະລາດ ຈະດໍາເນີນ ການກວດກາການກ່າວຫາສະເພາະຄະດີຕ່າງໆ ຂອງ ການລະເມີດທາງເພດ, ທາງຮ່າງ ກາຍ ຫລືດ້ານຈິດໃຈ ແລະໄດ້ວາງການຊົດໃຊ້ຄ່າເສຍຫາຍອອກຫລາຍເຖິງ 52 ພັນ ໂດລາ ແກ່ຜູ້ໄດ້ຮັບເຄາະຮ້າຍທັງຫລາຍ. ໜ່ວຍງານປະຕິບັດໜ້າທີ່ດັ່ງກ່າວ ຍັງຈະໄດ້ນໍາສົ່ງ
ຄະດີຕ່າງໆ ໄປຫາຕໍາຫລວດ ຫລືລະບົບຄວາມຍຸດຕິທໍາຂອງກອງທັບອີກດ້ວຍ ຖ້າຫາກ ມີຫລັກຖານສະແດງໃຫ້ເຫັນວ່າ ມີການກະທໍາຜິດທາງອາຍາ.
XS
SM
MD
LG