ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານນາງ Aung San Suu Kyi ມີຄວາມຍິນດີ ນຳການເຈລະຈາ ປະຕິຮູບ ການເມືອງມຽນມາ


ຜູ້ນຳ​ພັກ​ຝ່າຍ​ຄ້ານມຽນມາ ທ່ານ​ນາງ Aung San Suu Kyi ກ່າວຖະແຫລງຕໍ່ບັນດານັກຂ່າວ ລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ຕຶກລັດຖະສະພາ, ວັນທີ 9 ເມສາ 2015 ໃນນະຄອນຫລວງ Naypyidaw.
ຜູ້ນຳ​ພັກ​ຝ່າຍ​ຄ້ານມຽນມາ ທ່ານ​ນາງ Aung San Suu Kyi ກ່າວຖະແຫລງຕໍ່ບັນດານັກຂ່າວ ລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ຕຶກລັດຖະສະພາ, ວັນທີ 9 ເມສາ 2015 ໃນນະຄອນຫລວງ Naypyidaw.

ຜູ້ນຳ​ພັກ​ຝ່າຍ​ຄ້ານມຽນມາ ທ່ານ​ນາງ Aung San Suu Kyi
ກ່າວ​ວ່າ ການ​ເຈລະຈາ ທີ່​ມີ 6 ພັກ​ການການ​ເມືອງ ​ໃນ​ວັນ​ສຸກ
​ມື້​ນີ້ ຈະ​ເປັນ​ການ​ເລີ້ມ​ຕົ້ນທີ່​ດີ ​ແຕ່ກໍ​ເຕືອນ​ວ່າ ປະເທດຊາດ
ຕ້ອງການໃຫ້​ມີ​ການປະຕິ​ຮູບ​ທີ່​ແທ້​ຈິງ​.

​ໃນ​ການ​ຖະ​ແຫລ​ງຕໍ່​ບັນດາ​ນັກ​ຂ່າວ ​ຢູ່​ທີ່​ນະຄອນຫລວງ
Naypyidaw ​ເມື່ອ​ວັນ​ພະຫັດ​ວານ​ນີ້ ທ່ານນາງອອງຊານ ຊູຈີ
ທີ່ເຄີຍໄດ້​ຮັບ​ລາງວັນ Nobel ຂະແໜງສັນຕິພາບ ກ່າວ​ວ່າ
ການ​ບໍ່ເຂົ້າຮ່ວມການ​ເລືອກຕັ້ງ ​ແມ່ນ​ຍັງ​ເປັນ​ທາງ​ເລືອກ​ອັນ​ນຶ່ງ
​ແຕ່ກໍເບິ່ງຄືວ່າອາດຈະບໍ່ເກີດຂຶ້ນ.

ທ່ານ​ນາງ Aung San Suu Kyi ​ເວົ້າວ່າ “ສະນັ້ນ ມັນ​ເປັນ​ການ​ດີ ທີ່​ປະທານາທິບໍດີ
ບັດ​ນີ້ ຮັບ​ເອົາ​ການສະ​ເໜີ​ຂອງ​ສະພາ ​ໃຫ້ເຈລະຈາ​ກັນ ​ແຕ່​ສິ່ງ​ທີ່​ສຳຄັນຫຼາຍ
ກວ່ານັ້ນ ​ແມ່ນ​ໃຫ້​ເກີດເປັນ​ຮູບ​ປະ​ທຳຂຶ້ນມາ ​ເພື່ອ​ຜົນ​ປະໂຫຍ​ດຂອງ​ປະຊາຊົນ
ຈາກ​ການ​ປຶກສາ​ຫາລື​ກັນ​ໃນ​ຄັ້ງ​ນີ້.”

​ໃນ​ວັນ​ພຸດ​ຜ່ານ​ມາ ບັນດາ​ພັກ​ຝ່າຍ​ການ​ເມືອງ 6 ພັກ​ທີ່​ສຳຄັນໆ ​ຂອງມຽນມາ ​ໄດ້​ຕົກລົງ
​ທີ່​ຈະເປີດ​ການ​ເຈລະຈາ​ ​ເພື່ອ​ປຶກສາ​ຫາລື ​ເລື້ອງການ​ປະຕິ​ຮູບ​ ລັດຖະທຳ​ມະນູນ
​ການເລືອກ​ຕັ້ງທີ່ຈະ​ມີຂຶ້ນ ​ແລະ ຂໍ້​ຕົກລົງ​ຢຸດ​ຍິງ​ໃໝ່ ​ກັບ​ພວກ​ກະບົດ​ຊົນ​ເຜົ່າ ໃນທົ່ວ
​ປະ​ເທດ.

ປະທານາທິບໍດີ Thein Sein ​ແລະ ຜູ້​ບັນຊາ​ການ​ກອງທັບ​ແຫ່ງ​ຊາດ ຈະ​ພົບ​ປະກັບ ​
ທ່ານ​ນາງ Aung San Suu Kyi ​ບັນ​ດາ​ຜູ້ນຳ​ຂອງ​ສະພາ​ຕ່ຳ ​ແລະ ສະພາ​ສູງ ​ພ້ອມ​ກັບ
​ຜູ້ນຳ​ຈາກ​ກຸ່ມ​ຊົນ​ເຜົ່າ​ທ່ານ​ນຶ່ງ ໃນ​ວັນ​ສຸກ​ມື້​ນີ້.

Myanmar Reform Talks
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG