ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງອອງຊານ ຊູຈີ ຢ້ຽມຢາມຍີ່ປຸ່ນ


ທ່ານນາງອອງຊານ ຊູຈີ ຂະນະກ່າວຄໍາປາໄສ ຕໍ່ໜ້າຊາວມຽນມາ ທີ່ອາໄສຢູ່ໃນຍີ່ປຸ່ນ, ວັນທີ 13 ເມສາ 2013.
ທ່ານນາງອອງຊານ ຊູຈີ ຂະນະກ່າວຄໍາປາໄສ ຕໍ່ໜ້າຊາວມຽນມາ ທີ່ອາໄສຢູ່ໃນຍີ່ປຸ່ນ, ວັນທີ 13 ເມສາ 2013.
ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ມຽນມາ ​ໄດ້​ເດີນ
ທາງ​ໄປ​ເຖິງ ຍີ່ປຸ່ນ​ແລ້ວ ເພື່ອ​ທໍາການ​ຢ້ຽມຢາມ​ເປັນ​ເວລາ​ນຶ່ງ
​ອາທິດ​ເຕັມ ຊຶ່ງ​ເປັນ​ການ​ຢ້ຽມຢາມ​ຍີ່ປຸ່ນ​ ເທື່ອ​ທໍາ​ອິດຂອງ​
ທ່ານ​ນາງ ​ ​ໃນ​ໄລຍະ​ເກືອບ​ສາມ​ທົດ​ສະ​ວັດ ຫຼືສາມ​ສິບ​ປີ.

ຄາດ​ວ່າ​ທ່ານ​ນາງ​ອອງຊານ ຊູ​ຈີ ຈະ​ພົບ​ປະ​ກັບ​ບັນດາ​ຜູ້​ນໍາ​
ຂອງ​ຍີ່ປຸ່ນ ​ໂຮມ​ທັງນາຍົກລັດຖະມົນຕີ Shinzo Abe ​ແລະ
ລັດຖະມົນຕີ​ຕ່າງປະ​ເທດ​ Fumio Kishida ​ເພື່ອ​ຂໍ​ຄວາມ​
ສະ​ໜັບສະ​ໜຸນ​ ສໍາລັບການ​ປະຕິ​ຮູບ​ປະຊາທິປະ​ໄຕ ຢູ່​ໃນ
​ປະ​ເທດ​ຊາດ​ຂອງ​ທ່ານ​ນາງ.

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ໄດ້​ຮັບ​ລາ​ງວັນ​ໂນ​ເເບ​ລຂະ​ແໜງ​ສັນຕິພາບ ​ໄດ້ເດີນທາງ​ເຖິງ​
ໂຕ​ກຽວ​ ​ໃນ​ວັນ​ເສົາ​ວານ​ນີ້.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຍີ່​ປຸ່ນຄັ້ງ​ນີ້ ຄາດ​ວ່າ​ ທ່ານ​ນາງ​ຈະ​ຢ້ຽມຢາມ​ມະຫາວິທະຍາ​ໄລ​
ກຽວ​ໂຕ ບ່ອນ​ທີ່​ທ່ານ​ນາງໄດ້​ສອນ​ໃນ​ຖານະ​ອາຈານ​ສອນຮັບ​ເຊີນ ​ໃນກາງ​ປີ 1980 ກ່ອນ
ຖືກ​ລັດຖະບານ​ທະຫານ​ມຽນມາ ສັ່ງກັກ​ບໍລິ​ເວນ​ ​ເປັນ​ເວລາສ່ວນ​ໃຫຍ່​ຂອງ 20 ປີ.

ບິດາ​ຂອງທ່ານ​ນາງ​ອອງຊາ​ນ ຊູ​ຈີ ຜູ້​ນໍາປະຊາທິປະ​ໄຕ​ຕົ້ນຕໍ​ຂອງ​ມຽນມາກໍ​ເຄີ​ຍ​ໄດ້ໃຊ້​ ເວລາ​ຢູ່​ໃນ​ຍີ່ປຸ່ນ ​ບ່ອນ​ທີ່​ຄອບຄົວ​ຂອງ​ທ່ານ​ ໄດ້​ຮັບ​ຄວາ​ມນັບໜ້າ​ຖື​ຕາ.
XS
SM
MD
LG