ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ນາງ Aung San Suu Kyi ເປັນຫວ່ງກ່ຽວກັບການ ໄລ່​ທ່ານ Shwe Mann ອອກຈາກໜ້າທີ່


ທ່ານ​ນາງ Aung San Suu Kyi ໃຫ້ສຳພາດຕໍ່ພວກນັກຂ່າວ 9 ເມສາ 2015.
ທ່ານ​ນາງ Aung San Suu Kyi ໃຫ້ສຳພາດຕໍ່ພວກນັກຂ່າວ 9 ເມສາ 2015.

ຜູ້ນຳ​ຂອງ​ພັກ​ຝ່າຍ​ຄ້ານ ທ່ານ​ນາງ Aung San Suu Kyi ​ເປັນ​ຫວ່ງ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບ​ການໄລ່​ອອກ​ໃນ​ອາທິດ​ແລ້ວ​ນີ້ ​ໂຄສົກ​ສະພາ ທ່ານ Shwe Mann ປະທານຂອງ
ພັກການເມືອງທີ່ປົກຄອງປະເທດຢູ່ດຽວນີ້.

ໃນການຖະແຫຼ່ງ ຊ້ອງໜ້າຄະນະລັດຖະສະພາ ໃນກອງປະຊຸມ
ນັດສຸດທ້າຍ ກ່ອນການເລືອກຕັ້ງໃນເດືອນພະຈິກນີ້ ທ່ານ​ນາງ
Aung San Suu Kyi ບັນຍາຍວ່າ​ການກວດ​ລ້າງຈາກການເປັນ
ຜູ້ນຳຂອງພັກແນວໂຮມສາ​ມະ​ຄີ ຫຼື Union Solidarity ແລະ​ພັກ
ພັດທະນາຊາດ ຫຼື Development Party ວ່າ ບໍ່ເປັນ​ແບບປະຊາ
ທິປະໄຕ.

ທ່ານ​ນາງໄດ້ກ່າວວ່າ: ເຫດການທີ່ກຳລັງດຳເນີນຢູ່ໃນຄໍ່າຄືນນີ້ ບໍ່ແມ່ນສິ່ງທີ່ຄາດຫວັງໄວ້ ​ໃນການດຳເນີນຂັ້ນຕອນແບບປະຊາທິປະໄຕ.

ທ່ານ Shwe Mann ຍັງຄົງດໍາລົງຕໍາແໜ່ງໃນຖານະໂຄສົກ ແຕ່ວ່າ​ອາດຈະປະເຊີນໜ້າ
ກັບການອາດຖືກກົດດັນໃຫ້ຖືກຟ້ອງຮ້ອງ ຈາກບາງສະມາຊິກສະພາ ຝ່າ​ນຄ້ານກໍເປັນໄດ້.

ທ່ານ​ນາງ Aung San Suu Kyi ໄດ້ກ່າວໃນວັນອັງຄານມື້ນີ້ວ່າການສະເໜີຮ່າງລັດຖະທຳ
ມະນູນ ນັ້ນ ແມ່ນ ​ເປັນຕາ​ຢາກຫົວ. ທ່ານຍັງໄດ້ສືບຕໍ່ພົບປະກັບທ່ານ Shwe Mann ໃນວັນຈັນວານນີ້ ຜູ້ຊຶ່ງໄດ້ສະໜັບສະໜຸນ ທ່ານນາງ ເພື່ອປະຕິຮູບລັດຖະທຳມະນູນຂອງ
ປະເທດ.

ມຽນມາ ມີໝາຍກຳໜົດ ທີ່ຈະເລືອກຕັ້ງທົ່ວປະເທດໃນວັນທີ 8 ພະຈິກ ທີ່ຈະມາເຖິງນີ້ ຊຶ່ງເປັນການເລືອກຕັ້ງ​ແບບ​ດັ່ງກ່າວ ນັບຕັ້ງແຕ່ການປົກຄອງທາງທະຫານມາເປັນເວລາ ຫຼາຍທົດສະວັດ ທີ່ສິ້ນສຸດລົງໃນປີ 2011 ນັ້ນ.

ປະທານາທິບໍດີ Thein Sein ຜູ້ຊຶ່ງປົດທ່ານ Shwe Mann​ຊຶ່ງເປັນການປ່ຽນແປງທາງ
ການເມືອງ ກ່ອນໜ້າການເລືອກຕັ້ງ. ທ່ານ Thein Sein ຈະບໍ່ລົງເລືອກຕັ້ງອີກ ແຕ່ວ່າ
ບໍ່ສາມາດລົງແຂ່ງຂັນເປັນຜູ້ສະໝັກເປັນປະທານາທິບໍດີໄດ້.

ທ່ານ​ນາງ Aung San Suu Kyi ຜູ້ນຳພັກສັນນິບາດເພື່ອປະຊາທິປະໄຕແຫ່ງຊາດ ຫຼື NLDP ອິງຕາມກົດລັດຖະທຳມະນູນແລ້ວນັ້ນ ແມ່ນກີດກັນທ່ານນາງ ບໍ່ໃຫ້ລົງເລືອກຕັ້ງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG