ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ຊູຈີ ຈະຮັບຫຼຽນຄຳ ກຽດຕິຍົດ ຈາກລັດຖະສະພາ ສະຫະລັດ (ສະໄລດ໌ກັບວີດີໂອ)


ຜູ້ສື່ຂ່າວວີໂອເອ Scott Stearns ຂະນະສໍາພາດທ່ານນາງອອງຊານ ຊູຈີ ທີ່ຫ້ອງຂ່າວສໍານັກງານໃຫຍ່ວີໂອເອ
ຜູ້ສື່ຂ່າວວີໂອເອ Scott Stearns ຂະນະສໍາພາດທ່ານນາງອອງຊານ ຊູຈີ ທີ່ຫ້ອງຂ່າວສໍານັກງານໃຫຍ່ວີໂອເອ
ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ນໍາ​ປະຊາທິ
ປ​ະໄຕ​ມຽນມາ ຈະ​ໄດ້ຮັບ​ຫຼຽນຄໍາ ກຽດຕິຍົດ​ສູງ​ສຸດ​ຂອງ​ລັດຖະ
ສະພາສະຫະລັດ ໃນ​ຂະນະ​ທີ່​ທ່ານ​ນາງສືບ​ຕໍ່​ການຢ້ຽມຢາມ
​ສະຫະລັດ​ ຄັ້ງ​ປະວັດ​ສາດ​ນີ້.

ຈະມີ​ການມອບຫຼຽນຄໍາກຽດຕິຍົດຂອງ​ລັດຖະສະພາສະຫະລັດ
​ໃຫ້​ແກ່ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ທີ່​ເຄີຍໄດ້​ຮັບ​ລາງວັນ​ໂນ​ເບ​ລ
ຂະ​ແໜງ​ສັນຕິພາບ ໃນ​ພິທີ​ນຶ່ງ​ ທີ່​ຕຶກ​ລັດຖະສະພາ​ສະຫະລັດ. ທ່ານ​ນາງ​ໄດ້​ຮັບຫຼຽນກຽດຕິຍົດ​ດັ່ງກ່າວ​ໃນ​ປີ 2008 ​ໃນ​ຂະນະ​ທີ່​ທ່ານ​ນາງ​ຖືກ​ກັກ​ບໍລິ​ເວນ​ຢູ່​ນັ້ນ.

ທ່ານ​ນາງອອງຊານ ຊູ​ຈີ ​ໄວ 66 ປີ ​ທີ່​ໄດ້​ຕໍ່ສູ້​ດິ້ນຮົນ​ຕໍ່ຕ້ານ
ລັດຖະບານ ທະຫານ​ມຽນມາ​ ມາເປັນ​ເວລາ​ດົນ​ນານ​ນັ້ນ ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ທັງ​ສອງ​ພັກ​ການເມືອງ​ໃຫຍ່​ໃນ​ວໍ​ຊິງ​ຕັນ ​ແລະ​ຍັງ​ມີ​ໝາຍ​ກໍານົດ​ການ​ທີ່​ຈະ​ພົບ​ປະ​ກັບ​ບັນດາສະພາ​ຊິກ​ສະພາ​ສະຫະລັດ​ນັ້ນ​ນໍາ.


​ເມື່ອ​ວັນ​ອັງຄານ​ວານ​ນີ້ ທ່ານ​ນາງ​ອອງຊານ ຊູ​ຈີ ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທີ່​ກະຊວງ​ຕ່າງປະ ​ເທດ ຫຼັງຈາກ​ນັ້ນ ທ່ານ​ນາງ​ເວົ້າ​ວ່າ ທ່ານ​ນາງ​ສະໜັບສະໜຸນ​ຢ່າງ​ເຕັມ​ສ່ວນ​ຕໍ່​ການ​ຜ່ອນຜັນ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ມຽນມາ ສ່ວນ​ທີ່​ຍັງເຫຼືອຢູ່​.

​ແຕ່​ໃນ​ລະຫວ່າງ​ການ​ຢ້ຽມຢາມສໍານັກງານ​ໃຫຍ່​ວີ​ໂອ​ເອນັ້ນ ທ່ານ​ນາງ​ໄດ້ ​ເຕືອນ​ວ່າ ​ເສັ້ນທາງ​ໄປ​ສູ່​ປະຊາທິປະ​ໄຕໃນ​ອະນາຄົດ ​ຂອງ​ປະ​ເທດ​ຊາດ​ຂອງ​ທ່ານ​ນາງນັ້ນ ​ບໍ່ແມ່ນວ່າ​ຈະ​ຕ່າວ​ປິ້ນບໍ່​ໄດ້ ຈົນ​ກວ່າ​ວ່າທາງ​ກອງທັບໃຫ້ການ​ສະໜັບສະ​ໜຸນ​ໂດຍ​ເຕັມ​ຕໍ່​ຂັ້ນຕອນ​ການ​ປະຕິຮູບ​ເຫຼົ່ານີ້.

ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິ ພາບກ່າວ​ວ່າ ທ່ານ​ນາງມີ​ຄວາມ​ກັງວົນ​ໃຈຫຼາຍ​ທີ່​ສຸດ ​ກ່ຽວ​ກັບ​ຂໍ້​ກຳນົດໃນ​ລັດຖະທໍາ​ມະນູນ​ຂອງ​ມຽນມາ ທີ່​ໄດ້​ຮ່າງ​ຂຶ້ນໃນ​ປີ 2008 ​ໂດຍ​ອະດີດ​ລັດ ຖະບານ​ທະຫານ​ທີ່​ອະນຸຍາດ​ໃຫ້​ພວກທະຫານ​ເຂົ້າຄວບ​ຄຸມ​ລັດຖະບານ​ໄດ້ ​ຖ້າ​ເຫັນ​ວ່າ​ຈໍາ​ເປັນນັ້ນ.



XS
SM
MD
LG