ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານນາງ ອອງ ຊານ ຊູ ຈີ ເຂົ້າຮ່ວມ ກອງປະຊຸມ ສະພາ ຫຼັງຈາກພັກ NLD ໄດ້ຮັບ ໄຊຊະນະ


Students use candles to form a large ribbon during an event to mark World AIDS Day at a primary school in Hohhot, Inner Mongolia autonomous region, China.
Students use candles to form a large ribbon during an event to mark World AIDS Day at a primary school in Hohhot, Inner Mongolia autonomous region, China.

ຜູ້ນຳພັກຝ່າຍຄ້ານຂອງ ມຽນມາ ທ່ານນາງ Aung San Suu Kyi ໄດ້ເຂົ້າຮ່ວມໃນການປິດກອງປະຊຸມຂອງສະພາທີ່ປົກຄອງປະເທດ ໃນ ປະຈຸບັນໃນວັນຈັນມື້ນີ້.

ພັກການເມືອງຂອງທ່ານນາງ, ພັກສັນນິບາດຊາດ ເພື່ອປະຊາທິ ປະໄຕ ຫຼື NLD, ເມື່ອບໍ່ດົນມານີ້ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ຜ່ານ ລັດຖະບານ ແລະ ທະຫານທີ່ສະໜັບສະໜູນໂດຍພັກສະ ຫະພາບ ຄວາມສາມັກຄື ແລະ ການພັດທະນາ ຫຼື USDP ແລະ ໄດ້ຮັບບ່ອນນັ່ງ ຫຼາຍທີ່ສຸດໃນສະພາໃໝ່.

ພາຍໃຕ້ມາດຕາທີ່ໄດ້ຖືກປະຕິບັດໃນລັດຖະທຳມະນູນໂດຍລັດຖະບານ ທະຫານທີ່ປົກຄອງ ປະເທດໃນເວລານັ້ນ, ທ່ານນາງ ອອງ ຊານ ຊູ ຈີ ຈຶ່ງໄດ້ຖືກຫ້າມຈາກການເປັນ ປະທານາທິ ບໍດີ ຍ້ອນວ່າ ລູກຊາຍຂອງ ທ່ານນາງມີສັນຊາດຕ່າງປະເທດ ເຊິ່ງເປັນຄົນ ອັງກິດ ດັ່ງດຽວກັນ ກັບສາມີ ຂອງທ່ານນາງທີ່ໄດ້ ເສຍຊີວິດໄປແລ້ວ. ແນວໃດກໍຕາມ, ທ່ານນາງກໍໄດ້ ກ່າວວ່າ ຖ້າຫາກພັກ ຂອງທ່ານນາງໄດ້ຮັບໄຊຊະນະໃນການເລືອກຕັ້ງ ເມື່ອບໍ່ດົນມານີ້ ທ່ານນາງຈະ ເປັນຄົນທີ່ຊີ້ນຳວຽກງານ ໃຫ້ປະທານາທິ ບໍດີທີ່ໄດ້ຖືກເລືອກຂຶ້ນໃໝ່ນັ້ນ.

ໃນກອງປະຊຸມສະພາວັນຈັນມື້ນີ້ ແມ່ນເປັນຄັ້ງສຸດທ້າຍພາຍໄດ້ການ ເປັນປະທານາທິບໍດີຂອງ ທ່ານ Thein Sen ເຊິ່ງພັກ USDP ໄດ້ ປະລາໄຊໃຫ້ກັບພັກ NLD.

ໃນສັບປະດາທີ່ຜ່ານມາ, ທຳນຽບຂາວ, ໃນຂະນະທີ່ສະແດງຄວາມຍິນ ດີຕໍ່ທັງທ່ານ Thein Sen ແລະ ຜູ້ນຳ ຂອງພັກ NLD ກ່ຽວກັບ “ການເລືອກຕັ້ງທີ່ເປັນປະຫວັດສາດ” ຂອງ ມຽນມາ ໄດ້ກ່າວວ່າ ປະເທດຍັງຕ້ອງການ ຫຼາຍບາດກ້າວແຫ່ງປະຊາທິປະໄຕຫຼາຍຕື່ມອີກ, ລວມທັງ ການປ່ຽນແປງລັດຖະທຳມະນູນ ດັ່ງນັ້ນທ່ານນາງ ອອງ ຊານ ຊູ ຈີ ຈຶ່ງສາມາດເປັນປະທານາທິ ບໍດີໄດ້.

ທ່ານ Ben Rhodes ຜູ້ຊີ້ນຳນະໂຍບາຍການຕ່າງປະເທດຂອງ ທຳນຽບຂາວ ໄດ້ກ່າວໃນວັນ ພະຫັດຜ່ານມາວ່າ “ເຖິງແມ່ນວ່າດ້ວຍ ການເລືອກຕັ້ງໃນຄັ້ງນີ້, ບ່ອນນັ່ງໃນສະພາແຫ່ງຊາດ 25 ເປີເຊັນ ແມ່ນສຳຮອງໄວ້ໃຫ້ກັບທະຫານກໍ ຕາມ, ແຕ່ພວກເຮົາກໍໄດ້ກ່າວຕະຫຼອດໃນ ຫຼາຍປີທີ່ຜ່ານມາວ່າ ການປ່ຽນແປງເປັນການປົກຄອງພົນລະເຮືອນ ພາຍໃນປະເທດຢ່າງ ສົມບູນອາດ ຮຽກຮ້ອງ ໃຫ້ມີການດຳເນີນປະຕິຮູບ ລັດຖະທຳມະນູນ.”

ທ່ານນາງ ອອງ ຊານ ຊູ ຈີ ໃນວັນພະຫັດຜ່ານມາ ໄດ້ໃຫ້ສຳພາດກັບ ວິທະຍຸ ເອເຊຍ ເສລີ ພາສາ ມຽນມາ ແນະນຳວ່າ ຂະບວນການ ເລືອກຕັ້ງແມ່ນ “ຍັງບໍ່ທັນຈົບ ເທື່ອ” ແລະ ແນະນຳ ໃຫ້ຜູ້ສະໜັບ ສະໜູນຂອງທ່ານນາງໃຫ້ “ຄວບຄຸມຕົນເອງ” ແລະ ຢຸດຢັ້ງ​ຈາກການ ໂຕ້ຕອບຕໍ່ ການຍຸແຍ່ໃດໆທີ່ຈະເກີດຂຶ້ນໃນສັບປະດາ ແລະ ເດືອນທີ່ໃກ້ ຈະມາເຖິງນີ້.

ທ່ານນາງກ່າວວ່າ ພາຍຫຼັງສ້າງຕັ້ງລັດຖະບານໃໝ່ຂຶ້ນແລ້ວ, ພັກ NLD ຈະວາງຕາຕະລາງທີ່ “ຊັດເຈນ ແລະ ເດັດຂາດ” ເພື່ອການ ປະຕິຮູບ.

Myanmar Parliament
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG