ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນຳກຸ່ມຕາລີບານ ສົ່ງສຽງຂໍ້ຄວາມ ໂຕ້ແຍ້ງ ວ່າ ຕົນບໍ່ໄດ້ ຖືກຂ້າຕາຍ


Mullah Akhtar Mohammad Mansour ຫົວໜ້າກຸ່ມຫົວຮຸນແຮງ ຕາລີລານຄົນໃໝ່ ທີ່ເຫັນຢູ່ໃນຮູບພາບ ທີ່ບໍ່ແຈ້ງເວລາຖ່າຍໃຫ້ຊາບນີ້ ນຳອອກເຜີຍແຜ່ໂດຍ ກຸ່ມຕາລີບານ.
Mullah Akhtar Mohammad Mansour ຫົວໜ້າກຸ່ມຫົວຮຸນແຮງ ຕາລີລານຄົນໃໝ່ ທີ່ເຫັນຢູ່ໃນຮູບພາບ ທີ່ບໍ່ແຈ້ງເວລາຖ່າຍໃຫ້ຊາບນີ້ ນຳອອກເຜີຍແຜ່ໂດຍ ກຸ່ມຕາລີບານ.

ກຸ່ມຕາລີບານ ຂອງອັຟການິສຖານ ໄດ້ເວົ້າອອກມາ ເມື່ອວັນເສົາ
ວານນີ້ ທີ່ປາກົດວ່າ ເປັນສຽງຂອງຜູ້ນຳສູງສຸດຂອງກຸ່ມ ຄືນາຍ
Mullah Akhtar Mansour ຊຶ່ງຜູ້ກ່ຽວ ໄດ້ຕອບໂຕ້ຕໍ່ການກ່າວ
ອ້າງວ່າ ຕົນຖືກຂ້າຕາຍ ໃນການຍິງສູ້ລົບກັນ ເມື່ອຕົ້ນອາທິດນີ້.

ໂຄສົກຂອງກຸ່ມຕາລີບານ ນາຍ Zabihulla Mujahid ໄດ້ໂອ້ລົມ
ກັບວີໂອເອ ທີ່ໄດ້ບັນທຶກໄວ້ ໄລຍະ 14 ນາທີນັ້ນ ວ່າ “ພວກອ້າຍ
ທັງຫຼາຍເອີ້ຍ ມັນບໍ່ແມ່ນຄວາມຈິງ ໃນຂ່າວນີ້ ແລະ ມັນບໍ່ມີມູນ
ຄວາມແທ້ຈິງເລີຍ. ມັນເປັນສ່ວນນຶ່ງ ຂອງສົງຄາມການໂຄສະ
ນາຊວນເຊື່ອຂອງສັດຕູ ເພື່ອສ້າງພາບພົດວ່າ ມີການຜິດຖຽງ
ກັນ ໃນຂັ້ນນຳຂອງກຸ່ມ ແລະ ພວກເຂົາເຈົ້າໄດ້ຫັນມາຕໍ່ສູ່ກັນ
ຢ່າງຮ້າຍແຮງ ຢູ່ວົງໃນ.”

ຫົວໜ້າກຸ່ມຕາລີບານ ໄດ້ເວົ້າວ່າ ຕົນແມ່ນ “ປອດໄພ ແລະ ມີສຸຂະພາບດີ” ແລະ ໄດ້ປະ
ຕິເສດຊ້ຳແລ້ວຊ້ຳອີກ ຕໍ່ຂ່າວລືຕ່າງໆ ກ່ຽວກັບການເສຍຊີວິດຂອງຕົນ ແລະ ຄວາມແຕກ
ແຍກກັນ ໃນການນຳຂອງຕາລີບານ. ຜູ້ກ່ຽວກ່າວອີກວ່າ ລັດຖະບານກາບູລ ແລະອົງການ
ສືບລັບຂອງຕົນ ໄດ້ເປີດສາກການໂຄສະນາຊວນເຊື່ອ ເພື່ອໃສ່ຮ້າຍ ແລະ ແບ່ງແຍກກຸ່ມ
ຕາລີບານ.

ນາຍ Mansour ໄດ້ຮຽກຮ້ອງໃຫ້ຖັນແຖວຂອງຕົນ ບໍ່ໃຫ້ເປັນຫ່ວງກ່ຽວກັບສະຫວັດດີ
ການຂອງຕົນ ແລະ ບໍ່ໃຫ້ຫົວຊານຳອັນທີ່ຜູ້ກ່ຽວເອີ້ນວ່າ ການໂຄສະນາຊວນເຊື່ອ ທີ່ບໍ່
ມີມູນຄວາມຈິງນັ້ນ. ຜູ້ກ່ຽວໄດ້ປະຕິຍານວ່າ ກຸ່ມຕາລີບານ ຈະສືບຕໍ່ທຳການຕໍ່ສູ້ຂອງຕົນ
ຈົນກວ່າ ຈະກໍ່ຕັ້ງ “ລະບອບອິສລາມ” ຢູ່ໃນອັຟການິສຖານໄດ້.

XS
SM
MD
LG