ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະມູນ ຂາຍລົດ ປະຈໍາຕໍາແໜ່ງຂອງ ການນໍາ​ລາວ ໄດ້ເງິນ​ຫຼາຍ​ກວ່າ 11 ຕື້ກີບ


ຄະນະກໍາມະການປະມູນຂາຍລົດຫລູຫລາປະຈໍາຕໍາແໜ່ງຂອງ ຜູ້ນໍາຂັ້ນສູງຂອງລາວ ໃນວັນທີ 28 ກຸມພາ 2017 ທີ່ຜ່ານມາ
ຄະນະກໍາມະການປະມູນຂາຍລົດຫລູຫລາປະຈໍາຕໍາແໜ່ງຂອງ ຜູ້ນໍາຂັ້ນສູງຂອງລາວ ໃນວັນທີ 28 ກຸມພາ 2017 ທີ່ຜ່ານມາ

ລັດຖະບານ​ລາວສ້າງ​ລາຍ​ຮັບ​ໄດ້​ຫລາຍ​ກວ່າ 11 ຕື້ກີບ ຈາກ​ການ​ປະມູນ​ຂາຍລົດ
ປະ​ຈໍາ​ຕໍາ​ແໜ່ງ 14 ຄັນ ຂອງ​ບັນດາ​ການ​ນໍາ​ຂັ້ນສູງ ຊຶ່ງ​ລົດ​ປະ​ຈໍາ​ຕໍາ​ແໜ່ງຂອງ​ນາຍົກ ລັດຖະມົນຕີ ​ໄດ້​ລາຄາ​ສູງ​ທີ່​ສຸດ.

ທ່ານ ຄໍາ​ລາ​ວັນ ຈັນທະ​ລາ​ວັນ ຮອງ​ຫົວໜ້າຫ້ອງ​ວ່າການ ສໍານັກງານ​ນາຍົກລັດຖະມົນຕີ
ລາວ ຖະແຫລ​ງ ວ່າ ການປະມູນ​ຂາຍລົດປະ​ຈໍາ​ຕໍາ​ແໜ່ງ 14 ຄັນ ຂອງ​ບັນດາ​ການ​ນໍາ​ຂັ້ນສູງຂອງ​ພັກ-​ລັດ ​ເມື່ອວັນ​ທີ 28 ກຸມພາ 2017 ທີ່​ຜ່ານ​ມາ ​ເຮັດ​ໃຫ້ລັດຖະບານ​ລາວ
ສ້າງ​ລາຍ​ຮັບ​ໄດ້​ໃນ​ມູນ​ຄ່າ​ລວມທັງໝົດ 11 ຕື້ 600 ລ້ານກີບ ຫລື​ປະມານ 1.45 ລ້ານ​
ໂດ​ລາ ​ໂດຍ​ມີ 60 ກວ່າ​ພາກສ່ວນ ​ເຂົ້າຮ່ວມ​ໃນ​ການ​ປະມູນ​ຄັ້ງນີ້.

ລົດປະຈໍາຕໍາແໜ່ງຂອງການນໍາຂັ້ນສູງທ່ານນຶ່ງ ທີ່ມີຜູ້ປະມູນໄດ້ແລ້ວ
ລົດປະຈໍາຕໍາແໜ່ງຂອງການນໍາຂັ້ນສູງທ່ານນຶ່ງ ທີ່ມີຜູ້ປະມູນໄດ້ແລ້ວ

ລົດຍົນ​ທັງ 14 ຄັນ​ທີ່​ໄດ້​ຈັດ​ປະມູນ​ນັ້ນ ປະກອບ​ມີ​ລົດ BMW ລຸ້ນ 730Li 7 ຄັນແລະ​ລົດ Mercedes Benz ​ແລະລຸ້ນ S350 7 ຄັນ ​ໂດຍ​ເປັນ​ການ​ປະມູນ​ຂາຍ​ລົດ​ຢ່າງ​ເປີດ​
ກ້ວາງຖືກຕ້ອງ​ຕາມ​ລະບຽບກົດໝາຍທຸກ​ປະການ ດັ່ງ​ທີ່​ທ່ານ ອາດ​ສະພັງ​ທອງ ສີ​ພັນ​
ດອນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ການ​ເງິນ​ໃນ​ຖານະ​ຫົວໜ້າຮັບຜິດຊອບ ໃນ​
ການ​ຈັດການ​ປະມູນ​ຄັ້ງນີ້ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ພວກ​ເຮົາ​ກໍ​ໄດ້​ຈັດຕັ້ງປະຕິບັດ​ຕາມ​ແຈ້ງ​ການ​ສະບັບເລກທີ 225/ສນຍ ​ເພື່ອແຈ້ງ​ເຖິງ
​ບັນດາ​ທ່ານ​ນັກທຸລະກິດ ນິຕິບຸກຄົນ ບໍ​ລິດ​ສັດ ຫ້າງ​ຮ້ານ​ຕ່າງໆ ​ເພື່ອ​ເຂົ້າຮ່ວມ​ປະມູນ
​ຊື້ລົດ​ທີ່​ເຄີຍ​ຮັບ​ໃຊ້​ພະນັກງານ​ການ​ນໍາ​ຂັ້ນສູງ ​ໃນ​ໄລຍະ​ທີ່​ຜ່າ​ນມາ ຈໍານວນ​ທັງໝົດ
14 ຄົນ ຊຶ່ງ​ເປັນ​ລົດ
BMW ລຸ້ນ 730Li 7 ຄັນ ​ແລະ​ລົດ Mercedes Benz ແລະລຸ້ນ
S350 7 ຄັນ ດ້ວຍ​ຮູບແບບ​ການ​ປະມູນ​ທີ່​ມີ​ຄວາມ​ຍຸຕິ​ທໍາ ​ໂປ່​ງ​ໃສ ກວ້າງຂວາງ ​ແລະ​
ແທດ​ເໝາະກັບ​ຄວາມ​ເປັນ​ຈິງ ​ໂດຍ​ເຮັດ​ການ​ປະມູນ​ກັບ​ທີ.

ລົດ BMW ລຸ້ນ 730Li ປ້າຍ​ທະບຽນ ກພ-8896 ຊຶ່ງ​ເຄີບ​ເປັນ​ລົດ​ປະ​ຈໍາ​ຕໍາ​ແໜ່ງຂອງ​
ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີນັ້ນ ​ໄດ້​ຖືກ​ປະມູນ​ຂາຍໄປ​ໃນ​ລາຄາ​ສູງ​ທີ່
​ສຸດ​ກໍ​ຄື 1,330 ກີບ ຈາກ​ລາຄາ​ປະມູນ ​ເລີ້ມຕົ້ນ 830 ລ້ານ​ກີບ ສ່ວນ​ຮອງ​ລົງ​ມາ​ກໍ​ຄື​ລົດ​
ປະ​ຈໍາ​ຕໍາ​ແໜ່ງຂອງ​ທ່ານ ພານ​ຄໍາ ວິພາ​ວັນ, ຮອງ​ປະທານ​ປະ​ເທດ ທີ່​ປະມູນ​ຂາຍ​ໄປ​
ໃນ​ລາຄາ 1,300 ລ້ານ​ກີດ ຕິດຕາມ​ດ້ວຍລົດ​ປະ​ຈໍາ​ຕໍາ​ແໜ່ງຂອງ​ທ່ານນາງ ປານີ​ຢາ​ທໍ​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ​ບຸນ​ທອງ ຈິດ​ມະນີ, ຮອງ​ນາຍົກລັດຖະມົນຕີ ​ແລະ ທ່ານ
​ບຸນ​ຍັງ ວໍລະ​ຈິດ, ປະທານ​ປະ​ເທດ, ຕາມ​ລໍາດັບ.

ນອກຈາກ​ນັ້ນ ນາຍົກລັດຖະມົນຕີລາວ ກໍ​ຍັງ​ໄດ້​ອອກ​ຄໍາ​ສັ່ງ​ເລກທີ 142 ວ່າ​ດ້ວຍ​ການ​
ແກ້​ໄຂ ລົດ​ນໍາ​ເຂົ້າບໍ່ຖືກຕ້ອງ ​ໃນ​ທົ່ວ​ປະ​ເທດ​ເມື່ອວັນ​ທີ 25 ມັງກອນ 2017 ທີ່​ຜ່ານ​ມາ
​ໂດຍ​ໄດ້​ມອບໝາຍ​ໃຫ້ ກະຊວງ​ການ​ເງິນ ​ແລະໜ່ວຍງານ​ກ່ຽວຂ້ອງ ດໍາເນີນ​ການກວດ
​ສອບ ​ແລະ​ແກ້​ໄຂ​ລົດຍົນ​ນໍາ​ເຂົ້າບໍ່ຖືກຕ້ອງ ຈໍານວນ 5,639 ຄັນ ​ໃຫ້​ສໍາ​ເລັດ​ໄວທີ່​ສຸດ
ທັງ​ຍັງ​ຕ້ອງ​ກໍານົດ​ໃຫ້​ບໍລິສັດ​ເອກະ​ຊົນ ທີ່​ນໍາ​ເຂົ້າລົດ​ ສົ່ງຕໍ່​ໄປ​ປະ​ເທດ​ທີ​ສາມ ຈໍານວນ 1,947 ຄັນ ຊຶ່ງ​ຈະ​ຕ້ອງ​ດໍາ​ເນີນ​ການ​ໃຫ້​ແລ້ວ​ພາຍ​ໃນ 4 ​ເດືອນ​ອີກ​ດ້ວຍ.

ອີງ​ຕາມ​ລາຍ​ງານ​ຂອງ​ກົມ​ພາສີ ກະຊວງ​ການ​ເງິນ ລະບຸ​ວ່າ ​ໃນ​ສົກ​ປີ 2015-2016 ທີ່​
ຜ່ານ​ມາຂະ​ແໜງການ​ພາສີ ​ໄດ້​ວາງ​ແຜນການ​ຈັດ​ເກັບ​ລາຍ​ຮັບ​ຈາກ​ການ​ນໍາ​ເຂົ້າຍານ
​ພະ​ຫະນະ​ໃຫ້​ໄດ້ 2,426 ຕື້ກີບ ຫາກ​ແຕ່​ກໍ​ສາມາດ​ເກັບ​ໄດ້​ຕົວ​ຈິງ ພຽງ 1,828 ຕື້ກີບ
ຄິດ​ເປັນ 75.34% ຂອງ​ແຜນການ​ເທົ່າ​ນັ້ນ ຊຶ່ງ​ກໍ​ມີ​ສາ​ເຫດ​ມາ​ຈາກ​ການ​ນໍາ​ເຂົ້າລົດຍົນ
​ບໍ່ຖືກຕ້ອງ ຕາມ​ກົດໝາຍດັ່ງກ່າວ ​ໃນ​ນີ້ກໍ​ລວມ​ເຖິງ​ລົດຍົນ ທີ່​ນໍາ​ເຂົ້າ​ໂດຍ​ກະຊວງ​ປ້ອງ
​ກັນ​ປະ​ເທດ ​ແລະ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ອີກ​ດ້ວຍຈໍານວນ 1,254 ຄົນ.

ທາງ​ດ້ານ​ທ່ານ​ນາງ​ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ຊາດຖະ
​ແຫລ​ງ​ໃນ​ຮອບ​ປີຜ່ານມາ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ກວດ​ພົບ​ວ່າ ລັດຖະບານ​ລາວ​
ສູນ​ເສຍ​ລາຍ​ຮັບ​ໄປ ຄິດ​ເປັນ​ມູນ​ຄ່າ​ຫລາຍ​ກວ່າ 2,000 ຕື້ກີບ ຫລື ​ເກີນ​ກວ່າ 250 ລ້ານ
​ໂດ​ລາ ​ໂດຍມີ​ສາ​ເຫດມາ​ຈາກ​ການ​ທີ່​ກົມ​ພາສີ ​ໄດ້​ມີ​ການ​ຍົກ​ເວົ້ນພາສີ​ນໍາ​ເຂົ້າ​ນໍ້າມັນ ​ແລະ
​ຍານ​ພະ​ຫະນະໃຫ້​ແກ່​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ​ລາວ ທັງ​ກໍ​ຍັງ​ກວດ​ພົບ​ວ່າ 116
ໜ່ວຍງານ​ລັດ​ບໍ່​ໄດ້​ຈັດ​ສົ່ງ​ລາຍ​ຮັບ​ເຂົ້າງົບປະມານ​ຂອງ​ລັດຖະບານ​ລາວ ຄິດ​ເປັນ​ມູນ​ຄ່າ​
ລວມ​ເຖິງ 749.22 ຕື້ກີບ.

XS
SM
MD
LG