ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ Ansar Dine ປະຕິ​ເສດ ທີ່ຈະບໍ່ນຳໃຊ້ ກົດໝາຍ Sharia


ພາບຖ່າຍຂອງ​ນັກ​ຕໍ່ສູ້​ຂອງກຸ່ມ​ອິສລົມຫົວຮຸນແຮງ ​ໃນ​ເມືອງ Gao ປະເທດມາລີ
ພາບຖ່າຍຂອງ​ນັກ​ຕໍ່ສູ້​ຂອງກຸ່ມ​ອິສລົມຫົວຮຸນແຮງ ​ໃນ​ເມືອງ Gao ປະເທດມາລີ
ໂຄສົກຂອງພວກກະບົດ Ansar Dine ໃນມາລີນັ້ນໄດ້ປະຕິເສດ
ຕໍ່ລາຍງານທີ່ວ່າ ກຸ່ມຂອງຕົນ ໄດ້ສະເໜີໃຫ້ຢຸດເຊົາໃນການນໍາ
ໃຊ້ກົດໝາຍອີສລາມ ໃນເຂດທີ່ກຸ່ມດັ່ງກ່າວຄວບຄຸມໃນມາລີ.

ຕົວແທນຂອງກຸ່ມ Ansar Dine 2 ຄົນ ໄດ້ກ່າວກັບ VOA ພະແນກ
ພາສາຝຣັ່ງວ່າ ຫຼັງຈາກໄດ້ມີການອ້າງຄຳເວົ້າຂອງເຈົ້າໜ້າທີ່ Ansar
Dine ທ່ານ Hamada Ag Bidi ທີ່ກ່າວວ່າ ກຸ່ມຂອງຕົນໄດ້ອະນຸ
ໂລມຜ່ອນຜັນ ກ່ຽວກັບການນຳໃຊ້ກົດໝາຍ Sharia ໃນເຂດ
ປົກຄອງຂອງຕົນຢູ່ໃນມາລີ ຍົກເວັ້ນແຕ່ເມືອງ Kidal.

ທ່ານ Sanda Ould Boumama ໂຄສົກຂອງກຸ່ມ Ansar Dine
ໃນເມືອງ Timbuktu ໄດ້ກ່າວເຖິງລາຍງານຂອງອົງການຂ່າວ
ຝຣັ່ງນັ້ນ “ບໍ່ຖືກຕ້ອງ” ແລະທາງກຸ່ມ Ansar Dine ນັ້ນບໍ່ເຄີຍເວົ້າ
ທີ່ຈະບໍ່ໃຊ້ກົດໝາຍ Sharia.

ສ່ວນໂຄສົກອີກຄົນນຶ່ງຂອງກຸ່ມ Ansar Dine ທ່ານ Mohamed Ag Aharid ໄດ້ກ່າວວ່າ
“ນັ້ນບໍ່ແມ່ນຄໍາເວົ້າຂອງກຸ່ມ Ansar Dine” ມັນເປັນຂອງຜູ້ທີ່ເວົ້າທໍ່ນັ້ນ.

ທ່ານ Aharid ເປັນໂຄສົກຂອງກຸ່ມ Ansar Dine ທີ່ປະຈໍາຢູ່ເມືອງ Ouagadougou
ນະຄອນຫຼວງຂອງ Burkina Fasco ທີ່ Bibi ກໍເປັນສ່ວນນຶ່ງນັ້ນ. ຕົວແທນຂອງກຸ່ມໄດ້
ໂອ້ລົມກັບທາງ ເຈົ້າໜ້າທີ່ ຂອງ Burkina ກ່ຽວກັບການຫາທາງແກ້ໄຂບັນຫາໃນມາລີນັ້ນ.

ໃນແລງວັນອັງຄານຜ່ານມານີ້ ສະຫະພາບອາຟຣິກາ ໄດ້ໃຫ້ການສະໜັບສະໜຸນຕໍ່ແຜນການ
ທີ່ຈະສົ່ງກອງທະຫານຕ່າງປະເທດເຂົ້າໄປໃນມາລີ ເພື່ອຊ່ອຍຂັບໄລ່ກຸ່ມຫົວຮຸນແຮງ ທີ່ຄວບຄຸມ
ທາງພາກເໜືອຂອງມາລີນັ້ນ.
XS
SM
MD
LG