ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ທົບທວນຄືນເບິ່ງ ກົດໝາຍຄວາມປອດໄພ ທີ່ມີການຂັດແຍ້ງກັນ


Attack on US Ambassador Renews Scrutiny of Controversial Korean Security Law
please wait

No media source currently available

0:00 0:02:47 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ເອກ​ອັກຄະ​ລັດຖະທູດສະຫະລັດປະຈຳ​ເກົາຫລີ​ໃຕ້ ທ່ານ Mark
Lippert ​ໄດ້​ອອກ​ຈາກ​ໂຮງໝໍແລ້ວ ​ແລະ​ພວມພັກຟື້ນ ​ຫລັງຈາກ
ທ່ານ​ໄດ້​ຖືກ​ປາດດ້ວຍມີດແຖຢູ່ທີ່ໜ້າ​ແລະ​ຂໍ້​ແຂນໂດຍ​ຜູ້ໂຈມຕີ
ຄົນນຶ່ງ​. ບັດ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ໂຈມ​ຕີ​ອາດໄດ້​ລະເມີດ
ກົດໝາຍ​ຕໍ່​ຕ້ານ​ຄອມມິ​ວນິສ ທີ່ມີມາ​ເປັນ​ເວລາ​ຫລາຍ​ສິບ​ປີແລ້ວ
ນັ້ນ. ​ແຕ່​ກຸ່ມ​ປົກປ້ອງສິດທິ​ມະ ນຸດບາງກຸ່ມກ່າວ​ວ່າ ການ​ໂຈມ​ຕີ
​ສະ​ແດງ​ໃຫ້​ເຫັນ​ວ່າ ກົດໝາຍ​ນີ້ຈຳກັດ ສິດເສລີພາບໃນ​ການ​
ປາກ​ເວົ້າແບບໃດ ໂດຍປາດ​ສະ​ຈາກ​ການ​ປັບປຸງ​ ​ຄວາ​ມປອດ
ໄພ ໃຫ້ດີຂຶ້ນ ​ແກ່ສາທາລະນະ​ຊົນ. Jason Strother ມີ ລາຍ​
ງານ​ຈາກນະຄອນ​ໂຊ​ລ ຊຶ່ງ ກິ່ງ​ສະຫວັນຈະ​ນຳ​ເລື້ອງ​ນີ້​ມາສະ​ເໜີ
​ທ່ານ.

ທ້າວ Kim Ki-jong ​ໄດ້​ຖືກ​ຈັບໃນທັນ​ທີ ຫລັງ​ຈາກ​ໂຈມ​ຕີ ​ເອກ​ອັກຄະ​ລັດຖະທູດ ສະ
ຫະລັດ. ຫຼັງຈາກ​ການ​ຄົ້ນ​ບ້ານ​ເຮືອນ ແລະ​ຫ້ອງການຂອງ​ຜູ້ຊາຍ​ອາຍຸ 55 ປີ ຄົນນີ້ແລ້ວ
​ຕຳຫລວດ​ເກົາຫລີ​ໃຕ້ ​ກ່າວ​ວ່າ ​ເຂົາ​ເຈົ້າໄດ້​ພົບ​ເຫັນ​ໃບໂຄສະນາ​ຊວນ​ເຊື່ອນິຍົມເກົາຫຼີ​
ເໜືອ ຊຶ່ງ​ຜິດ​ກົດໝາຍ​ພາຍ​ ໃຕ້ກົດໝາຍວ່າດ້ວຍ​ຄວາມ​ປອດ​ໄພແຫ່ງ​ຊາດຂອງເກົາຫຼີ
ໃຕ້.

ກົດໝາຍດັ່ງກ່າວ ແມ່ນໄດ້ສ້າງຄວາມກັງວົນໃຈໃຫ້ແກ່ທ່ານ Park Kun-young ຈາກ
ກຸ່ມຈັດຕັ້ງ​ພົນລະ​ເຮືອນ ສາມັກຄີປະຊາຊົນ​ເພື່ອປະຊາທິປະ​ໄຕ.

ທ່ານ Park Kun-Young ກ່າວ​ວ່າ “ມັນ​ເປັນ​ໜ້າ​ອັບອາຍ ທີ່​ການ​ໂຈມ​ຕີ​ນີ້ ກໍ່ຂຶ້ນ
ໂດຍ​ຜູ້​ຊາຍຫົວຮຸນ​ແຮງ​ຄົນ​ນຶ່ງ ນຳ​ເອົາ​ຄວາມ​ສົນ​ໃຈ​ໄປສູ່​ບັດາ​ນັກ​ເຄຶ່ອນ​ໄຫວ
ອຶ່ນໆ ຜູ້​
ທີ່​ບໍ່ມີ​ແນວ​ຄິດແບບດຽວກັນກັບລັດ ຖະບານ​ເກົາຫລີ​ໃຕ້ຕໍ່​ເກົາຫລີ​ເໜືອ
​ແລະ​ອາດ​ຈະ​ໃຊ້ກົດ​ໝາຍວ່າດ້ວຍ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ດຳເນີນການກັບ
ພວກ​ເຂົາ​ເຈົ້າ ໃນເວລານີ້.”

ກົດໝາຍທີ່ອອກໃນ​ທ້າຍ​ປີ 1940 ດັ່ງກ່າວ ​ໄດ້​ສ້າງ​ຂື້ນ​ມາ​ເພື່ອ​ຢຸດຕິ​ການ​ແຜ່​ຂະຫຍາຍ
ອິດທິພົນຂອງຄອມ​ມິ​ວນິສ​ເກົາຫລີ​ເໜືອ ຢູ່ໃນ​ເກົາ ຫລີ​ໃຕ້.

ປັດ​ຈຸ​ບັນນີ້ ພວກສະໜັບສະໜຸນ​ສິດທິ​ມະນຸດ ກ່າວ​ວ່າ ມັນ​ພຽງ​ແຕ່ຈຳ ກັດສິດ​ເສລີພາບ
ໃນການ​ປາກ​ເວົ້າ​ແລະ​ສົ່ງ​ຜູ້ຄົນທີ່ບໍ່ມີຄວາມຜິດໄປ​ເຂົ້າ ຄຸກ.

​ໃນ​ປີ 2012 ທ້າວ Park Jung-geun ​ໄດ້ຖືກ​ພົບ​ເຫັນວ່າ​ມີ​ຄວາມ​ຜິດ​ຖານລະເມີດ​ກົດ
ໝາຍ​ວ່າດ້ວຍຄວາມ​ປອດ​ໄພ​ແຫ່ງ​ຊາດແລະ​ຖືກ​ຝາກໂທດ​ໄວ້.

ໃນປີ​ກາຍ​ນີ້ ສານ​ໃນລະດັບທີ່ສູງຂຶ້ນມາແຫ່ງ​ນຶ່ງ​ ໄດ້ຕ່າວ​ປີ້ນ​ການ​ຕັດ ສິນ​ດັ່ງກ່າວໂດຍ
ປະກາດ​ວ່າ ທ້າວ Park ບໍ່ມີຄວາມຜິດ.

ນັກ​ຖ່າຍຮູບ​ອາຍຸ 26 ປີຄົນນີ້ ກ່າວ​ວ່າ ລາ​ວພຽງ​ແຕ່​ພະຍາຍາມ​ຢາກເວົ້າຕະຫລົກກ່ຽວ
​ກັບເກົາຫລີ​ເໜືອ ຜ່ານທາງ twitter ​ເທົ່ານັ້ນ.

ທ້າວ Park ກ່າວ​ວ່າ “ຂ້າ​ພະ​ເຈົ້າຄິດວ່າ ສັງຄົມ​ເກົາຫລີ​ເໜືອ ​ວິທີທີ່ ບັນດາ​ຜູ້ນຳ​
ເຂົາ​ເຈົ້າໄດ້ຮັບການບູຊານັ້ນ​ຄື​ກັບ​ການຕະຫລົກຢູ່​ໃນ​ຄວາມ​ມືດ. ຂ້າພ​ະ​ເຈົ້າ​ພຽງ​ແຕ່ສົ່ງຕໍ່ຜ່ານທາງ tweeter ຂໍ້ຄວາມທີ່ຕົ້ນຕໍແລ້ວ ມາ​ຈາກ​ເວັບ​ໄຊ​ທ໌​ສະໜັບສະ
ໜູນ​ເກົາຫລີ​ເໜືອ. ຂ້າພ​ະເຈົ້າພຽງ​ແຕ່​ຄິດ​ວ່າ​ມັນ​ເປັນຕາ​ຢາກຫົວ.”

ທ້າວ Park ກ່າວ​ວ່າ ບັດ​ນີ້​ລາວ​ຕ້ອງ​ຄິດ​ຢ່າງຖີ່​ຖ້ວນເສຍກ່ອນ​ ກ່ອນ​ຈະຂຽນ​ຫຍັງ​ລົງ​ໄປ
ທາງສື່ສັງ​ຄົມ. ແຕ່​ວ່າ ຍັງ​ມີ​ຫລາຍ​ຄົນ​ທີ່​ພາກັນ​ສະ ໜັບສະໜູນ​ກົດໝາຍນີ້ ​ໂດຍ​ກ່າວ​ວ່າ
ການ​ຕໍ່ສູ້​ຕ້ານ​ເກົາຫລີ​ເໜືອ​ຍັງດຳ​ເນີນ​ຢູ່​ຕໍ່​ໄປ.

ທ່ານ Suh Jung-kap ​ກ່າວ​ວ່າ ການ​ໂຈມ​ຕີ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ພິ​ສູດ​ໃຫ້​
ເຫັນ​ວ່າ ລັດ​ຖະ​ບານ​ຕ້ອງໄດ້ທັບ​ມ້າງປາບປາມພວກສະ​ໜັບ​ສະ​ໜູນເກົາ​ຫລີ​ເໜືອ ຢູ່​ທີ່​ນີ້
ໃຫ້ໜັກຂຶ້ນກວ່າເກົ່າ​.

ທ່ານ Suh Jung-kap ກ່າວ​ວ່າ “ເ​ກົາ​ຫລີ​ເໜືອ ເປັນປະເທດພະ​ເດັດ​ການ​ທີ່​ ຮ້າຍ
ແຮງ​ສຸດ​ຢູ່​ໃນ​ໂລກ. ເຂົາ​ເຈົ້າໄດ້​ທຳການໂຈມ​ຕີໃນ​ປີ 2010 ແລະ​ສັງ​ຫານ​ທະ
​ຫານ​ຂອງ​ພວ​ກເຮົ​າ 46 ຄົນ. ​ຂ້າ​ພະ​ເຈົ້າ ​ບໍ່ຄິດ​ວ່າບັນ​ຫາ​ຄື​ດັ່ງ​ເສດ​ຖະ​ກິດ ແລະ​
ສິດ​ທິ​ມະ​ນຸດ ມີຄວາມ​ສຳ​ຄັນ​ເທົ່າກັບ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ.”

ໃນ​ຂະ​ນະ​ທີ່​ຜູ້​ຕິ​ຕຽນ​ຫລາຍໆ​ຄົນ ບໍ່ໄດ້​ໂຕ້​ຖຽ​ງວ່າ ເກົາ​ຫລີ​ເໜືອຍັງ​ເປັນ​ອັນ​ຕະ​ລາຍຢູ່
ແຕ່ເຂົາ​ເຈົ້າກໍເວົ້າວ່າ ການ​ໂຈ​ມ​ຕີເອກ​ອັກ​ຄະ​ລັດ​ຖະ​ທູດ ​ໄດ້ເປີດ​ເຜີຍ​ໃຫ້ເຫັນ​ວ່າ ກົດ
ໝາຍນີ້ສາມາດປົກປ້ອງໄດ້ແຕ່ພຽງໜ້ອຍດຽວ ​ເພື່ອໃຫ້ຜູ້ຄົນ​ມີ​ຄວາມ​ປອດໄພນັ້ນ​.

ນັ້ນ​ແມ່ນ​ເຫດ​ຜົນ​ນຶ່ງທີ່ວ່າ ເປັນ​ຫຍັງ​ນັກ​ເຄຶ່ອນ​ໄຫວ Pak Kun-young ຈຶ່ງກ່າວ​ວ່າ
ມັນສົມ​ຄວນທີ່​ຈະຖືກລົບ​ລ້າງ.

ທ່ານ Park Kun-Young ກ່າວ​ວ່າ “ແນ່ນອນ ຄວາມ​ປອດ​ໄພ​ເປັນ​ສິ່ງ​ສຳ​ຄັນ
ແລະ​ ປະເທດ​ຕ້ອງ​ການກົດໝາຍນີ້ເພື່ອຢັບຢັ້ງພວກ​ນັກ​ສືບ​ທີ່​ເຮັດ​ວຽກ​ໃຫ້​ແກ່​
ສັດ​ຕູ.ເຖິງ​ຢ່າງ​ໃດກໍ​ດີ ກົດ​ໝາຍວ່າດ້ວຍ​ຄວາມ​ປອດ​ໄພ​ແຫ່ງ​ຊາດບໍ່​ໄດ້ໃຫ້
ການຄຸ້ມ ຄອງດັ່ງກ່າວ ມີ​ພຽງ​ແຕ່ຫ້າມ​ບໍ່​ໃຫ້ຜູ້​ຄົນສະແດງຄວາມ​ຄິດຄວາມເຫັນ​
ເຂົາ​ເຈົ້າ​ເທົ່າ​ນັ້ນ.

​ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ສືບ​ສວນ​ເກົາ​ຫລີ​ໃຕ້ ຊອກ​ຫາ​ການພົວ​ພັນ​ກັບ​ເກົາ​ຫຼີ​ເໜືອ ທີ່​ທຳ​
ຮ້າຍ​ເອກ​ອັກ​ຄະ​ລັດ​ຖະ​ທູດນັ້ໜ ພຽງ​ຢາງໄດ້ຍ້ອງ​ຍໍ​ການ​ໂຈມ​ຕີ ແຕ່ກໍ​ຍັງ ຢືນຢັດວ່າ ຕົນ
​ບໍ່​ມີ​ຫຍັງ​ກ່ຽວ​ຂ້ອງ​ກັບ​ເລື້ອງ​ດັ່ງ​ກ່າວນີ້.

U.S. Ambassador to South Korea Mark Lippert is out of the hospital and recovering a week after he was slashed across the face and wrist by a knife-wielding assailant. Now authorities say the attacker might have also violated a decades-old anti-Communism law. But, some rights groups say the attack shows how the law mainly limits freedom of speech without improving public safety.

Suspect Kim Ki-jong was immediately arrested after attacking the American ambassador.

Following a search of the 55-year-old’s home and office, South Korean police say they found pro-North Korean propaganda, which is illegal under the country’s National Security Law.

That law concerns Park Kun-young of the civic group People’s Solidarity for Participatory Democracy.

“It is a shame that this attack, carried out by one violent man, is bringing attention to other activists who do not share the South Korean government’s thoughts on North Korea and might use the National Security Law to go after them now,” Park said.

The late 1940s law was created to stop the spread of communist North Korea’s influence in the south.

Today, rights advocates say it mainly limits freedom of speech and sends innocent people to jail.

In 2012 Park Jung-geun was found guilty of violating the National Security Law and given a suspended sentence.

Last year, a higher court overturned that decision, declaring Park innocent.

The 26-year-old photographer says he was only trying to make a joke about North Korea on Twitter.

“I think North Korean society, the way its leaders are worshiped is like a dark comedy. I only re-tweeted a message that was originally from a pro-North Korea website. I just thought it was funny,” he said.

Park says he now thinks twice before writing on social media.

But there are still many others who support the law, saying the fight against North Korea continues.

Suh Jung-kap of the National Action Campaign says the attack on the American ambassador proves that the government needs to crack down on pro-North Korean elements here even harder.

“North Korea is the world’s worst dictatorship. They launched attacks in 2010 and killed 46 of our soldiers. I do not think issues like the economy and human rights are as important as unifying the nation,” said Suh Jung-kap.

While many critics do not dispute that North Korea remains dangerous, they say the ambassador attack reveals that the law does little to keep anyone safe.

That is one reason why activist Park Kun-young says it should be abolished.

“Of course security is important and the country needs laws to stop spies who work for the enemy. However, the National Security Law does not do that, it only stops people from expressing their opinions," Park said.

As South Korean investigators look for North Korean links to the ambassador's assault, Pyongyang praised the attack but maintains it had nothing to do with it.

XS
SM
MD
LG