ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

19 ຄົນ ເສຍຊີວິດ ໃນການໂຈມຕີ ວັດຊາວຊີໄອທ໌ ຢູ່ ປາກິສຖານ


ຄົນພາກັນຫຸ້ມເບິ່ງ ຢູ່ບ່ອນລະເບີດແຕກ ໃນປາກິສຖານ.
ຄົນພາກັນຫຸ້ມເບິ່ງ ຢູ່ບ່ອນລະເບີດແຕກ ໃນປາກິສຖານ.

ຕຳຫລວດ ປາ​ກິ​ສຖານ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ໂຈມ​ຕີ
ວັດ​ສາສະໜາອິສລາມນິກາຍ Shi’ite ​ແຫ່ງ​ນຶ່ງ ຢູ່​ທາງ​ພາກ​
ຕາເວັນ​ຕົກ​ສຽງພາກ​ເໜືອ​ຂອງປະເທດ ​ໃນ​ວັນ​ສຸກ​ມື້​ນີ້ ​ເຮັດ​
ໃຫ້ຢ່າງ​ໜ້ອຍ 19 ຄົນ ​ເສຍ​ຊີວິດ ແລະອີກ 60 ຄົນ ​ໄດ້​ຮັບ​
ບາດ​ເຈັບ.

​ໄດ້​ຍິນ​ສຽງ​ລະ​ເບີດແຕກ ​ແລະ​ສຽງ​ປືນ​ໃນ​ລະຫວ່າງ​ການ​
ໂຈມ​ຕີ ຢູ່​ທີ່​ວັດ ​ໃນ​ເມືອງ Peshawar ບ່ອນ​ທີ່​ພວກ​ສະ
ແຫວງບຸນ​ໄດ້​ໄປເຕົ້າໂຮມກັນ​ກັນ​ສູດ​ມົນ​ໃນຕອນ​ແລງ.
ການ​ໂຈມ​ຕີ​ວັດ​ແມ່ນເປັນກະແສຟອງຄວາມຮຸນແຮງຫຼ້າ
ສຸດ ​ ​ທາງ​ສາ​ສະໜາ ​ທີ່ພວມເພີ້ມທະວີຂຶ້ນຢູ່ໃນປາກິ​ສຖານ.

ພວກ​ທາ​ລິ​ບານປາ​ກິ​ສຖານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ ໃນການ​ໂຈມ​ຕີດັ່ງກ່າວ.

ຄວາມ​ຮຸນ​ແຮງ​ໃນການໂຈມຕີ​ວັດເທື່ອນີ້ ມີ​ຂຶ້ນ​ສອງ​ອາທິດ ຫລັງຈາກໄດ້ເກີດ​ລະ​ເບີດ​ແຕກ​
ໃສ່​ວັດ Shi’ite ອີກ​ແຫ່ງ​ນຶ່ງ ​ໃນ​ເມືອງ Shikarpur ຢູ່​ທາງ​ພາກ​ໃຕ້​ຂອງປາ​ກິ​ສຖານ ​ເຮັດ​
ໃຫ້​ຢ່າງ​ໜ້ອຍ 60 ຄົນ​ເສຍ​ຊີວິດ. ເຫດລະ​ເບີດ​ດັ່ງ ກ່າວໄດ້​ເກີດ​ຂື້ນ​ທີ່​ຄຸ້ມ Lakidar ​ຂອງ
ເມືອງ Shikarpur ປະມານ 470 ກິ​ໂລ​ແມັດ ຢູ່​ທາງເໜືອ​ຂອງເມືອງ​ທ່າ Karachi.

ກຸ່ມ​ມຸສລິ​ມຫົວຮຸນແຮງຊຸນນີ່ Jandallah ທີ່ແຍກໂຕຈາກກຸ່ມທາລິບານຂອງ​ປາ​ກິ​ສຖານ
​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ໂຈມ​ຕີດັ່ງກ່າວ.

ພວກ​ມຸສລິ​ມຫົວ​ຮຸນ​ແຮງ Sunni ມັກ​ຈະ​ແນເປົ້າ​ໝາຍ​ໃສ່ ສະຖາ​ບັນ​ທາງ​ສາສະໜາ​ຂອງ
ຊາວ Shi’ites ຊຶ່ງ​ປະກອບ ເປັນນຶ່ງສ່ວນຫ້າ ​ຂອງ​ປະຊາຊົນປາ​ກິ​ສຖານ.

​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ​ໃຫ້ ລັດຖະບານ​
ປາ​ກິ​ສຖານ ເພີ້​ມຄວາມ ພະຍາຍາມຂຶ້ນເປັນສອງ​ເທົ່າ ​ເພື່ອປ້ອງ​ກັນຜູ້​ນັບ​ຖື​ສາສະໜາ
ແລະພວກ​ຊົນກຸ່ມ​ນ້ອຍ.

ຊາວ Shi’ites ຫລາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີວິດ​ໃນ ສອງ​ປີ​ທີ່​ຜ່ານ​ມາ​ຢູ່ໃນ​ປາກິສຖານ.

PAKISTAN VIOLENCE VO 1st UPD
please wait

No media source currently available

0:00 0:00:51 0:00

XS
SM
MD
LG