ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດ AT&T ຈະຊື້ບໍລິສັດ Time Warner ລາຄາ 85.4 ຕື້ໂດລາ


ສັນຍາລັກຂອງຮ້ານ AT&T ໃນນະຄອນ ນິວຢອກ. 29 ຕຸລາ, 2014.
ສັນຍາລັກຂອງຮ້ານ AT&T ໃນນະຄອນ ນິວຢອກ. 29 ຕຸລາ, 2014.

ບໍລິສັດໂທລະຄົມມະນາຄົມ AT&T ຂອງອາເມຣິກາ ໄດ້ຕົກລົງວ່າ ຈະຊື້ກຸ່ມບໍລິສັດ ເມົາຕິ ມີເດຍ Time Warner ທີ່ມີມູນຄ່າ 85.4 ຕື້ໂດລາ. ຂໍ້ຕົກລົງຊື້ຂາຍກັບກຸ່ມບໍລິສັດ Time Warner, ເຊິ່ງເຄືອຂ່າຍການລົງທຶນຂອງພວກເຂົາເຈົ້າລວມມີ ໂທລະພາບ HBO, CNN ແລະ ບໍລິສັດບັນເທີງ Warner Bros ເຊິ່ງເປັນຜູ້ຜະລິດຮູບເງົາຫຼາຍຕອນ ຂອງ Batman ແລະ Harry Potter ໄດ້ຖືກປະກາດໃນວັນເສົາວານນີ້.

ການໂອນຫຸ້ນ ແລະ ເງິນສົດຕ້ອງໄດ້ຖືກຮັບຮອງເອົາໂດຍຜູ້ຖືຫຸ້ນຮ່ວມ Time Warner ແລະ ທົບທວນໂດຍບັນດາຜູ້ຄວບຄຸມກົດໝາຍຕໍ່ຕ້ານການຜູກຂາດ ສະຫະລັດ.

ຂໍ້ຕົກລົງດັ່ງກ່າວ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນລະຫວ່າງ ຄະນະກຳມະການຜູ້ ບໍລິຫານຂອງທັງສອງບໍລິສັດ.

ບໍລິສັດ AT&T ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນເວັບໄຊທ໌ຂອງຕົນວ່າ “ບໍລິສັດໃໝ່ ນີ້ຈະສະໜອງໃຫ້ສິ່ງທີ່ບັນດາລູກຄ້າຕ້ອງການ, ຍົກລະດັບການເຂົ້າເຖິງເນື້ອຫາສາລະ ໃນເຄື່ອງໃຊ້ທຸກໆໜ່ວຍຂອງພວກເຂົາເຈົ້າ, ໃຫ້ທາງເລືອກໃໝ່ສຳລັບໂທລະສັບ ແລະ ການບໍລິການເບິ່ງວິທີໂອ ແລະ ເປັນທາງເລືອກໃນການແຂ່ງຂັນທີ່ແຂງແກ່ນກັບບັນດາ ບໍລິສັດໂທລະພາບ ເຄເບິລ.”

ປະທານ ແລະ ຜູ້ບໍລິຫານອາວຸໂສຂອງບໍລິສັດ AT&T ທ່ານ Randall Stephenson ໄດ້ ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ນີ້ແມ່ນການຈັບຄູ່ທີ່ສົມບູນແບບຂອງສອງບໍລິສັດ ດ້ວຍຈຸດດີທີ່ມີຢ່າງຄົບຖ້ວນ. ບັນຫາທີ່ໃຫຍ່ຂອງລູກຄ້າ ແມ່ນການຈ່າຍເງິນສຳລັບ ເລື່ອງຄັ້ງໜຶ່ງ, ແຕ່ບໍ່ສາມາດທີ່ຈະເຂົ້າເບິ່ງມັນໄດ້ໃນທຸກໆອຸປະກອນ, ທົ່ວທຸກບ່ອນ. ເປົ້າໝາຍຂອງພວກເຮົາກໍແມ່ນ ເພື່ອແກ້ໄຂບັນຫານັ້ນ.”

ຫ້ອງການບໍລິສັດ ໂທລະພາບ ເຄເບີລ Time Warner ໃນເມືອງ San Diego, ລັດ ຄາລີຟໍເນຍ.
ຫ້ອງການບໍລິສັດ ໂທລະພາບ ເຄເບີລ Time Warner ໃນເມືອງ San Diego, ລັດ ຄາລີຟໍເນຍ.

ປະທານ ແລະ ຜູ້ບໍລິຫານອາວຸໂສຂອງບໍລິສັດ Time Warner ໄດ້ກ່າວວ່າ “ການຮ່ວມມື ກັບບໍລິສັດ AT&T ໄດ້ເພີ່ມຄວາມສາມາດຂອງພວກເຮົາເພື່ອສະແດງເຄື່ອງໝາຍການ ຄ້າທີ່ຍິ່ງໃຫຍ່ຂອງພວກເຮົາ ແລະ ເນື້ອຫາສາລະໃຫ້ກັບບັນດາລູກຄ້າໃນມາດຕະຖານ ຂອງລະບົບການຊົມໃຊ້ຫຼາຍຮູບແບບ ແລະ ໃຫ້ເປັນຜົນປະໂຫຍດໃນໂອກາດຕ່າງໆ ທີ່ມີຢ່າງຫຼວງຫຼາຍ ສ້າງຂຶ້ນໂດຍຄວາມຮຽກຮ້ອງຕ້ອງການທີ່ເພີ່ມຂຶ້ນສຳລັບຫົວຂໍ້ການ ຊົມວິດີໂອ.”

ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Donald Trump ໄດ້ໃຫ້ຄຳເຫັນ ກ່ຽວກັບ ຂໍ້ຕົກລົງດັ່ງກ່າວໃນວັນເສົາວານນີ້ທີ່ການຊຸມນຸມໂຄສະນາຫາ ສຽງວ່າ, ຖ້າທ່ານໄດ້ຊະນະໃນການເລືອກຕັ້ງ, ທ່ານຈະກີດກັ້ນການຊື້ຂາຍທຸລະກິດດັ່ງ ກ່າວ ຍ້ອນວ່າ “ມັນເປັນການລວມອຳນາດທີ່ຫຼາຍໂພດ ໃນກຳມືຂອງຄົນບໍ່ເທົ່າໃດຄົນ.” ທ່ານ Trump ໄດ້ສ້າງຄວາມບໍ່ພໍໃຈໂດຍການໂຄສະນາຫາສຽງຂອງທ່ານອອກທາງສື່ ມວນຊົນ, ໂດຍສະເພາະຈາກໂທລະພາບ CNN ຂອງບໍລິວັດ Time Warner.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG