ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

32 ຄົນ ເສຍຊີວິດ ຍ້ອນ ຢຽບກັນຕາຍ ຢູ່ບຸນ ຊາວຮິນດູ ທີ່ ອິນເດຍ


ຜູ້ຍິງຄົນນຶ່ງ ໄດ້ຮັບບາດເຈັບ ຍ້ອນຢຽບກັນ ຢູ່ບຸນສາສະໜາຮິນດູ ແລະຖືກນຳສົ່ງໂຮງໝໍ.
ຜູ້ຍິງຄົນນຶ່ງ ໄດ້ຮັບບາດເຈັບ ຍ້ອນຢຽບກັນ ຢູ່ບຸນສາສະໜາຮິນດູ ແລະຖືກນຳສົ່ງໂຮງໝໍ.

ເກີດ​ການ​ຢຽບ​ກັນ​ຕາຍ ຢູ່ທີ່​ການ​ສະຫລອງ​ບຸນ​ແຫ່ງ​ນຶ່ງ ​ໃນ​
ພາກ​ຕາ​ເວັນ​ອອກຂອງ​ອິນ​ເດຍ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 32 ຄົນ​
ເສຍ​ຊີວິດ ​ແລະ​ອີກ 15 ຄົນ​ເຂົ້າ​ໂຮງ​ໝໍ.

ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ລັດ Bahir ກ່າວ​ວ່າ ການ​ຢຽບ​ກັນ​ຕາຍ
ໄດ້​ເກີດ​ຂື້ນໃນວັນ​ສຸກ​ວານ​ນີ້ ​ເວລາ​ຝູງຊົນ​ເປັນຈຳນວນຫຼວງ
ຫຼາຍ ​ກຳລັງພາກັນ ​ອອກ​ຈາກງານ​ສະຫຼອງ​ບຸນ ຂອງສາສະ
ໜາ​ຮິນ​ດູ ທີ່​ຮູ້​ກັນ​ວ່າ Dussehra ໃນເມືອງ​ຫລວງ Patna.

​ຄົນສ່ວນໃຫຍ່​ຢູ່​ທີ່​ນັ້ນ​ແມ່ນ​ຜູ້ຍິງ ​ແລະ​ເດັກນ້ອຍ ​ແລະ​ລາຍ​
ງານ​ກ່າວ​ວ່າ ຜູ້​ເສຍ​ຊີວິດ​ສ່ວນຫລາຍ​ແມ່ນ​ຜູ້ຍິງ.

​ອີງ​ຕາມ​ລາຍງານຂ່າວ​ທ້ອງ​ຖິ່ນ​ແລ້ວ ການ​ຢຽບ​ກັນ​ຕາຍ​ເລີ້​ມຂຶ້ນ ຂະນະທີ່ມີຂ່າວ​ລື​ວ່າ
ສາຍ​ໄຟຟ້າ​ໄດ້​ຕົກລົງ​ມາ​ໃສ່​ຝູງ​ຊົນ ​ແລະ​ຂ່າວໄດ້ເລີ້​ມ​ແຜ່​ກະຈາຍອອກ​ໄປ ​ເຮັດ​ໃຫ້​ຄົນ​ຮີບ
​ຮ້ອນ​ໜີ​ອອກ​ຈາກ​ປະ​ຕູ.

ການ​ຢຽບ​ກັນ​ຕາຍ​ ມັກ​ເກີດ​ຂື້ນ​ຢູ່ເລື້ອຍໆ ​ໃນການ​ສະຫລອງ​ບຸນ​ທາງ​ສາສະໜາ​ຂອງ​ຊາວ​
ອິນ​ເດຍ ບ່ອນ​ທີ່​ມີ​ຝູງ​ຊົນເປັນຈຳນວນຫຼວງຫຼາຍ ໂຮມຊຸມນຸມກັນ​ຢູ່​ໃນ​ບໍລິເວນທີ່ແອອັດ
ຕ່າງໆ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຜູ້ຄົນ​ຈຳນວນ​ນຶ່ງ​ພາກັນເປັນ​ລົມ ​ແລະ​ຖືກ​ນຳ​ສົ່ງ​ໄປໂຮງ​ໝໍ​ທີ່ຢູ່
​ໃກ້ຄຽງ​ນັ້ນ.

ຢູ່​ໃນພິທີ​ສະຫລອງ​ບຸນ Dussehra ທີ່​ນິຍົມ​ກັນ​ນັ້ນ ໄດ້ມີການເຜົາຫຸ່ນຂອງກະ ສັດຜີມານ
Ravana ​ ​ເພື່ອ​ເປັນ​ສັນຍາ​ລັກ​ ຂອງການໄດ້ຮັບໄຊຊະນະ​ໃນ​ການ ທຳຄວາມ​ດີ ຕໍ່ຄວາມ
ຊົ່ວຊ້າສາມານນັ້ນ.

INDIA STAMPEDE CNPK
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG