ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ເຫດ​ລະ​ເບີດ ສັງຫານ 6 ຄົນ ທີ່ນະຄອນຫຼວງ ​​ໄນ​ໂຣບີ ຂອງ​ເຄັນ​ຢາ (ວີດີໂອ)


KENYA BLASTS VO
please wait
Embed

No media source currently available

0:00 0:00:38 0:00
ລະ​ເບີດ​ທີ່ແຕກ​ຂຶ້ນ 3 ຄັ້ງ ​ໃນ​ນະຄອນຫຼວງໄນ​ໂຣບີຂອງ
​ເຄັນ​ຢາ ​ໄດ້​ສັງຫານ ຢ່າງ​ນ້ອຍ 6 ຄົນ ​ແລະ​ບາດ​ເຈັບຊາວ​ກວ່າ
ຄົນ​ ໃນການໂຈມຕີທີ່​ມີ​ການປະສານ​ງານ​ກັນນັ້ນ.

ເຫດລະ​ເບີດທັງ 3 ​ໄດ້ແຕກ​ຂຶ້ນ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ​
ໃນ​ຄຸ້ມ​ທີ່​ມີ​ຊາວໂຊມາເລຍອາໄສ ​ຢູ່ເປັນ​ສ່ວນ​ໃຫຍ່.

ທ່ານ Benson Kibue ຫົວໜ້າ​ຕຳຫຼວດ​ຂອງນະຄອນ
ໄນໂຣບີ ​ໄດ້​ກ່າວ​ວ່າ ມີ​ຢ່າງ​ນ້ອຍ 25 ຄົນ​ໄດ້​ຮັບ​ບາດ​ເຈັບ.

ມີ​ຮ້ານອາຫານ 2 ຮ້ານ ​ແລະຂ້າງນອກຂອງ​ສຸກສາລາແຫ່ງນຶ່ງສຳລັບພວກແມ່ຍິງ ​ແມ່ນ ໄດ້ຖືກ​ລະ​ເບີດເສຍຫາຍ.

ກຸ່ມ​ຫົວຮຸນແຮງ al-Shabab ຂອງໂຊ​ມາ​ເລຍ ​ໄດ້ຂົ່ມຂູ່​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ
ທີ່​ຈະ​ໂຈມ​ຕີເຄັນ​ຢາ ນອກຈາກວ່າ ​ເຄັນຢາ​ຈະ​ຖອນກອງ​ກຳລັງ​ທະຫານ​ຂອງ​ຕົນ
​ອອກ​ຈາກພາກ ໃຕ້ຂອງໂຊ​ມາ​ເລຍ​.

ກຸ່ມ​ Al-Shabab ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ສູນ​ການ​ຄ້າ Westgate Mall ໃນ​ນະຄອນ​ໄນ​ໂຣບີ​ ເມື່ອ​ເດືອນ​ກັນຍາ​ແລ້ວ​ນີ້ ທີ່​ຍັງ​ຜົນ​ໃຫ້​ມີ
​ຢ່າງ​ນ້ອຍ 67 ຄົນ ​ເສຍ​ຊີວິດ​ນັ້ນ.
XS
SM
MD
LG