ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກໂທດ 60 ຄົນ ຖືກຂ້າຕາຍ ໃນເຫດການ ວຸ້ນວາຍ ຢູ່ໃນຄຸກ ຂອງບຣາຊີລ


ພັນລະຍາຂອງນັກໂທດຄົນໜຶ່ງ ຮ້ອງໄຫ້ຢູ່ດ້ານນອກຄຸກ ຜູ້ທີ່ຖືກຂ້າຕາຍ ໃນເຫດການວຸ້ນວາຍ ຢູ່ໃນສະຖານຄຸມຂັງ
ຄຸກ Anisio Jobim ໃນເມືອງ Manaus, ຂອງ Brazil, ວັນທີ 2 ມັງກອນ 2017.
ພັນລະຍາຂອງນັກໂທດຄົນໜຶ່ງ ຮ້ອງໄຫ້ຢູ່ດ້ານນອກຄຸກ ຜູ້ທີ່ຖືກຂ້າຕາຍ ໃນເຫດການວຸ້ນວາຍ ຢູ່ໃນສະຖານຄຸມຂັງ ຄຸກ Anisio Jobim ໃນເມືອງ Manaus, ຂອງ Brazil, ວັນທີ 2 ມັງກອນ 2017.

ຢ່າງນ້ອຍ 60 ຄົນ ໄດ້ເສຍຊີວິດ ຫຼັງຈາກເກີດຄວາມວຸ້ນວາຍຂຶ້ນ ຢູ່ໃນຄຸກຂອງລັດ Amazonas ທາງພາກຕາເວັນຕົກສຽງເໜືອ ຂອງປະເທດບຣາຊີລ ຊຶ່ງບັນດາເຈົ້າ
ໜ້າທີ່ ກ່າວວ່າ ຈຳນວນຕົວເລກຂອງຜູ້ເສຍຊີວິດ ອາດເພີ່ມສູງຂຶ້ນ.

ແຜນທີ່ ເຂດເມືອງ Manaus ຂອງປະເທດບຣາຊີລ
ແຜນທີ່ ເຂດເມືອງ Manaus ຂອງປະເທດບຣາຊີລ

ບັນດາເຈົ້າໜ້າທີ່ ກ່າວວ່າ ບັນຫາໄດ້ເລີ້ມຕົ້ນຂຶ້ນ ໃນວັນອາທິດຜ່ານມາ ຢູ່ທີ່ສູນຄຸມຂັງ Anisio Jobim ໃນເມືອງ Manaus ແລະທາງການ ຄວບຄຸມສະຖານະການໄວ້ໄດ້ ໃນວັນຈັນວານນີ້. ລາຍງານຕ່າງໆ ຂອງສື່ຂ່າວໃນທ້ອງຖິ່ນ ກ່າວວ່າ ມີຊາກສົບຫົວກຸດ ຈຳນວນໜຶ່ງໄດ້ຖືກໂຍນຂ້າມກຳແພງຄຸກ ໃນຂະນະທີ່ຄວາມວຸ້ນວາຍກຳລັງເກີດຂຶ້ນ
ຢູ່ນັ້ນ ຍ້ອນສົງຄາມ ລະຫວ່າງ ພວກແກ້ງຄ້າຢາເສບຕິດ ທີ່ເປັນຄູ່ປໍລະປັກກັນ.

ຍາດຕິພີ່ນ້ອງ ຂອງພວກນັກໂທດ ຄອຍຖ້າ ຂໍ້ມູນຢູ່ດ້ານນອກ ຂອງສູນຄຸມຂັງ Anisio Jobim Penitentiary Complex ໃນເມືອງ Manaus ຂອງ Brazil, ວັນທີ 2 ມັງກອນ 2017.
ຍາດຕິພີ່ນ້ອງ ຂອງພວກນັກໂທດ ຄອຍຖ້າ ຂໍ້ມູນຢູ່ດ້ານນອກ ຂອງສູນຄຸມຂັງ Anisio Jobim Penitentiary Complex ໃນເມືອງ Manaus ຂອງ Brazil, ວັນທີ 2 ມັງກອນ 2017.

ຫົວໜ້າຮັກສາຄວາມປອດໄພ ຂອງລັດ ທ່ານ Sergio Fontes ກ່າວວ່າ ພວກນັກໂທດ ຈຳນວນໜຶ່ງ ຫລົບໜີອອກໄປໄດ້ ໃນລະຫວ່າງ ຄວາມສົນລະວົນ ແລະ ພວກນັກໂທດ ທັງຫຼາຍ ໄດ້ຖືກນັບ ເພື່ອພິຈາລະນາເບິ່ງວ່າ ມີຫຼາຍປານໃດ ທີ່ຫລົບໜີໄປໄດ້. ຄວາມ
ວຸ້ນວາຍທີ່ເກີດຂຶ້ນ ໄດ້ຖືກບັນລະຍາຍວ່າ ເປັນເຫດການທີ່ຮ້າຍແຮງທີ່ສຸດ ໃນຫຼາຍໆປີ ຜ່ານມາ.

ຍາດຕິພີ່ນ້ອງ ຂອງພວກນັກໂທດ ຄອຍຖ້າຂໍ້ມູນຂ່າວຄາວ ກ່ຽວກັບສະຕາກຳ ຂອງພວກຄົນຮັກຂອງເຂົາເຈົ້າ ຢູ່ດ້ານນອກ ຂອງສະຖາບັນດ້ານກົດໝາຍ ການແພດ ຫຼັງຈາກເກີດເຫດການວຸ້ນວາຍນອງເລືອດ ໃນຄຸກທີປ່າ Amazon ໃນເມືອງ Manaus ຂອງ Brazil, ວັນທີ 2 ມັງກອນ 2017.
ຍາດຕິພີ່ນ້ອງ ຂອງພວກນັກໂທດ ຄອຍຖ້າຂໍ້ມູນຂ່າວຄາວ ກ່ຽວກັບສະຕາກຳ ຂອງພວກຄົນຮັກຂອງເຂົາເຈົ້າ ຢູ່ດ້ານນອກ ຂອງສະຖາບັນດ້ານກົດໝາຍ ການແພດ ຫຼັງຈາກເກີດເຫດການວຸ້ນວາຍນອງເລືອດ ໃນຄຸກທີປ່າ Amazon ໃນເມືອງ Manaus ຂອງ Brazil, ວັນທີ 2 ມັງກອນ 2017.

ບັນດາກຸ່ມສິ້ງຊອມສາກົນ ເຊັ່ນ ກຸ່ມສິ້ງຊອມສິດທິມະນຸດ ຫຼື HRW ໄດ້ຕຳນິຕິຕຽນ ບຣາຊີລ ກ່ຽວກັບ ລະບົບການຄຸມຂັງຂອງປະເທດນີ້ ບ່ອນທີ່ມີສະພາບການຄຸມຂັງ ທີ່ແອອັດເກີນກຳນົດ ຊຶ່ງໄດ້ນຳໄປສູ່ເຫດການຄວາມວຸ້ນວາຍທີ່ຮ້າຍແຮງດັ່ງກ່າວ ໃນຕະຫຼອດຫຼາຍປີທີ່ຜ່ານມາ.

ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ເວົ້າວ່າ ພວກນັກໂທດ ແມ່ນມີຄວາມສ່ຽງຕໍ່ຄວາມ ຮຸນແຮງ ແລະ ການຖືກເກນເປັນສະມາຊິກ ໂດຍພວກແກ້ງຕ່າງໆ ຊຶ່ງກຸ່ມນີ້ ໄດ້ອ້າງ
ເຖິງ ການ ຂາດແຄນ ດ້ານການຄວບຄຸມ ທີ່ບໍ່ພຽງພໍ ພາຍໃນພື້ນທີ່ຂອງຄຸກນັ້ນ.
ສະພາບ ການຄຸມຂັງທີ່ໜາແໜ້ນເກີນໄປ ເປັນບັນຫາທົ່ວໄປໃນຄຸກ ຢູ່ໃນປະເທດ
ລາຕິນ ອາເມຣິກາ ແຫ່ງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Brazil Prison Riot
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG