ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຫດ​ລະເບີດ ໃນ ປາກິສຖານ ສັງຫານ ຢ່າງນ້ອຍ 55 ຄົນ


ຍາດຕິພີ່ນ້ອງຊາວປາກິສຖານ ຂອງພວກເຄາະຮ້າຍ ທີ່ເສຍຊີວິດ ໃນການໂຈມຕີດ້ວຍລະເບີດສະລະຊີບ ໃນເຂດຊາຍແດນ Wagah ໃກ້ໆກັບເມືອງ Lahore ໄດ້ມາເຕົ້າໂຮມກັນ ຢູ່ຂ້າງສົບ ທີ່ຖືກປົກຄຸມໄວ້ນັ້ນ, ວັນທີ 2 ພະຈິກ 2014.
ຍາດຕິພີ່ນ້ອງຊາວປາກິສຖານ ຂອງພວກເຄາະຮ້າຍ ທີ່ເສຍຊີວິດ ໃນການໂຈມຕີດ້ວຍລະເບີດສະລະຊີບ ໃນເຂດຊາຍແດນ Wagah ໃກ້ໆກັບເມືອງ Lahore ໄດ້ມາເຕົ້າໂຮມກັນ ຢູ່ຂ້າງສົບ ທີ່ຖືກປົກຄຸມໄວ້ນັ້ນ, ວັນທີ 2 ພະຈິກ 2014.

ມີ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ຢູ່ໃນ​ເຂດ​ເມືອງ Lahore ຂອງ​
ປາ​ກິ​ສຖານ ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 55 ຄົນ ແລະ​ອີກຫຼາຍ
ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ​.

ການ​ໂຈມ​ຕີຄັ້ງນີ້ ​ເກີດ​ຂຶ້ນ​ໃກ້ໆ​ກັບ ​ເຂດ​ຂ້າມ​ຊາຍ​ແດນ Wagah
ຕິດ​ກັບປະ​ເທດ​ອິນ​ເດຍ ບ່ອນ​ທີ່ “ກຳລັງມີ​ການ​ຊັກ​ທຸງລົງ” ຊຶ່ງ​
ເປັນ​ພິທີ ທີ່​ມີ​ຂຶ້ນທຸກໆແລງ​ນັ້ນ.

ພິທີ​ດັ່ງກ່າວ​ ເລີ້​ມຂຶ້ນ ກ່ອນ​ຕາ​ເວັນ​ຕົກ ​ແລະ ຫຼາຍຮ້ອຍ​ຄົນ
ລວມທັງ​ ນັກ​ທ່ອງ​ທ່ຽວ​ຈຳນວນ​ໜຶ່ງ​ ໄດ້​ມາ​ເຕົ້າ​ໂຮມ​ກັນ​ເປັນ
ປະຈຳ ຢູ່​ທັງ​ສອງ​ຟາກ​ ຂອງ​ເຂດ​ຊາຍ​ແດນເພື່ອ​ຊົມ​ພິທີ​ນັ້ນ.

ກຸ່ມພວກ​ຫົວ​ຮຸນ​ແຮງປາ​ກິ​ສຖານ​ ທີ່​ເອີ້ນວ່າ “Jamaat ul Ahrar” ​ ໄດ້​ອອກ​ມາ​ອ້າງ​
ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ ການລະ​ເບີດ​ສະລະ​ຊີບຄັ້ງນີ້ ຢູ່​ໃນ​ຄຳ​ຖະ​ແຫລ​ງສະບັບ
​ໜຶ່ງ​ ທີ່​ໄດ້​ສົ່ງ​ໄປ​ໃຫ້ ​ເຄືອ​ຂ່າຍ​ສື່​ມວນ​ຊົນທາງ​ອີເມລ.

ຄຳ​ຖະ​ແຫລງນັ້ນ ກ່າວອີກ​ວ່າ ການ​ໂຈມ​ຕີນີ້ ​ແມ່ນ​ເປັນ​ການ​ລ້າງ​ແຄ້ນ ສຳ​ຫລັບ​ການ
​ເສຍ​ຊີວິດ​ທັງຫຼາຍ ທີ່ເກີດຂຶ້ນຍ້ອນ​ກອງທັບ​ປາ​ກິ​ສຖານ ​ໃນ​ລະຫວ່າງ ປະຕິບັດ​ງານ​
ຕໍ່ຕ້ານ​ການ​ກະບົດ ຢູ່​ໃນ​ຂົງ​ເຂດຊົນເຜົ່າ ຂອງ Waziristan ​ເໜືອ.

XS
SM
MD
LG